ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນພາຍຸ Sandy ໃນ ສຫລ ເພີ້ມຂຶ້ນຕື່ມ (ສະໄລດ໌)


ພວກໄປເຮັດວຽກພວມເຂົ້າແຖວຂຶ້ນລົດເມທີ່ເກາະ Manhattan ຕໍ່ໜ້າສູນກາງ Barclays ຢູ່Brooklyn ນະຄອນນິວຢອກ (1 ພະຈິກ 2012)
ພວກໄປເຮັດວຽກພວມເຂົ້າແຖວຂຶ້ນລົດເມທີ່ເກາະ Manhattan ຕໍ່ໜ້າສູນກາງ Barclays ຢູ່Brooklyn ນະຄອນນິວຢອກ (1 ພະຈິກ 2012)
ໂຕເລກຜູ້ເສຍຊີວິດຢູ່ໃນສະຫະລັດ ຈາກລົມພາຍຸຂະໜາດແຮງ
ທີ່ໄດ້ສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ບໍລິເວນແຄມຝັ່ງທະ
ເລກໍ້າຕາເວັນອອກ ຂອງສະຫະລັດນັ້ນ ແມ່ນຫຼາຍກວ່າ 90 ຄົນ
ແລ້ວແລະເພີ້ມຂຶ້ນຕື່ມ ຂະນະທີ່ພວກເຈົ້າໜ້າທີ່ກູ້ໄພກວດສອບ
ຢ່າງລະອຽດເບິ່ງຄຸ້ມຕ່າງໆ ທີ່ປະສົບກັບໄພນໍ້າຖ້ວມ ແລະອັກຄີ
ໄພ ແຕ່ເຈົ້າຄອງນະຄອນນິວຢອກທ່ານ Michael Bloomberg
ກ່າວວ່າ ທາງນະຄອນນິວຢອກຈະຈັດໃຫ້ມີການແລ່ນທົນມາຣາ
ທອນປະຈຳປີ ທີ່ມີຊື່ສຽງລະດັບໂລກນັ້ນ ຂຶ້ນຕາມປົກກະຕິ.

ຕຳຫຼວດ ກ່າວວ່າ ມີຜູ້ເສຍຊີວິດ ຢ່າງນ້ອຍ 59 ຄົນ ຂະນະທີ່ລົມ
ພາຍຸ Sandy ພັດເຂົ້າຖະຫຼົ່ມນະຄອນນິວຢອກແລະລັດນິວເຈີຊີ.

ແຕ່ເຈົ້າຄອງນະຄອນ Bloomberg ປະກາດວ່າ ການແຂ່ງແລ່ນ
ທົນມາຣາທອນໃນມື້ວັນອາທິດນີ້ຈະມີຂຶ້ນຕາມໝາຍກຳນົດການ. ທ່ານເວົ້າວ່າ ການແຂ່ງ ຂັນດັ່ງກ່າວ ຈະບໍ່ສ້າງຄວາມຍຸ່ງຍາກໃຫ້ແກ່ກົມຕຳຫຼວດ ແຕ່ປະການໃດ ຍ້ອນວ່າມັນເປັນ ວັນອາທິດຊຶ່ງເປັນເວລາທີ່ຖະໜົນຫົນທາງກໍບໍ່ມີການສັນຈອນໄປມາຢ່າງຄັບຄັ່ງ.

ການຍົກເລີກການແຂ່ງຂັນດັ່ງກ່າວນີ້ ອາດຈະສ້າງຄວາມເສຍຫາຍ ໃຫ້ແກ່ພວກເຈົ້າຂອງ ທຸລະກິດທີ່ປະສົບກັບບັນຫາຍຸ່ງຍາກຢູ່ແລ້ວ ໃນເມື່ອວ່າການແຂ່ງຂັນແລ່ນທົນມາຣາທອນ ທີ່ມີຊື່ສຽງດັ່ງກ່າວ ດຶງດູເອົາພວກນັກແລ່ນ ແລະຜູ້ເບິ່ງຜູ້ຊົມຈຳນວນຫຼາຍໆພັນຄົນແລະກໍ
ສ້າງ ລາຍໄດ້ໃນມູນຄ່າຫຼາຍໆລ້ານໂດລາໃຫ້ແກ່ນະຄອນນິວຢອກ.

ໄຟຟ້າຍັງບໍ່ທັນມີໃຊ້ເທື່ອສຳລັບເຂດທີ່ຮາບຕໍ່າ Manhattan ແລະບໍລິເວນອ້ອມແອ້ມ. ບໍ ລິສັດໄຟຟ້າໃນເຂດທ້ອງຖິ່ນ ກ່າວວ່າ ຕ້ອງໃຊ້ເວລາອີກຫຼາຍໆມື້ ກ່ອນທີ່ຈະມີໄຟຟ້າໃຊ້ ຄືນຢ່າງເຕັມທີ່.

ກ່ຽວຂ້ອງກັນ

XS
SM
MD
LG