ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາ ປະຈຳລັດ ຖາມຊາວມຸສລິມ ວ່າ ພວກເຈົ້າຕີເມຍຂອງພວກເຈົ້າບໍ່?


ຜູ້ແທນລັດ ໂອກລາໂຮມາ ທ່ານ John Bennett ກ່າວຄຳປາໄສຢູ່ສະພາຕ່ຳລັດ ໂອກລາໂຮມາ ໃນເມືອງ ໂອກລາໂຮມາ. 3 ມັງກອນ, 2017.
ຜູ້ແທນລັດ ໂອກລາໂຮມາ ທ່ານ John Bennett ກ່າວຄຳປາໄສຢູ່ສະພາຕ່ຳລັດ ໂອກລາໂຮມາ ໃນເມືອງ ໂອກລາໂຮມາ. 3 ມັງກອນ, 2017.

ພວກນັກຮຽນຈາກໂຮງຮຽນສາສະໜາອິສລາມ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະໄດ້ພົບປະ ກັບຜູ້ແທນຂອງລັດທ່ານນຶ່ງໃນສັບປະດາທີ່ຜ່ານມາ ຢູ່ຫໍລັດຖະສະພາຂອງລັດ ໂອກລາ
ໂຮມາ ໃນລະຫວ່າງ ວັນມຸສລິມ, ເຊິ່ງຖືກຈັດຕັ້ງຂຶ້ນເພື່ອຕໍ່ສູ້ກັບຄຳເວົ້າ ແລະ ຮ່າງກົດ
ໝາຍທີ່ສະແດງເຖິງຄວາມຄຽດຊັງ.

ໃນທາງກົງກັນຂ້າມ, ໃນຫ້ອງການຂອງຜູ້ແທນລັດຄົນນັ້ນ, ພວກນັກຮຽນໄດ້ຖືກຂໍໃຫ້
ຂຽນຕອບຄຳຖາມຫຼາຍຂໍ້, ລວມທັງ “ພະເຈົ້າໂມ Hammed ແມ່ນນັກຂ້າຄົນນອກສາ
ສະໜາ, ຊາວຄຣິສຕຽນ ແລະ ຊາວຢິວ ທີ່ບໍ່ໄດ້ເຫັນດີກັບພະອົງ. ພວກເຈົ້າເຫັນດີ
ກັບຕົວຢ່າງນີ້ບໍ?"

ບັນດານັກຮຽນຈາກໂຮງຮຽນສັນຕິພາບໃນເມືອງ Tulsa ບໍ່ໄດ້ພົບປະກັບຕົວແທນພັກ ຣີພັບບລີກັນ ທ່ານ John Bennett ໃນວັນພະຫັດທີ່ຜ່ານມາ ຜູ້ທີ່ໄດ້ປຽບທຽບສາສະ ໜາອິສລາມໃສ່ “ໂຣກມະເຮັງໃນປະເທດຂອງພວກເຮົາເຊິ່ງຕ້ອງຖືກຕັດອອກໄປ.”

ອີກຄຳຖາມໜຶ່ງທີ່ທ່ານ Bennett ໄດ້ຖາມໃນວັນມຸສລິມກໍແມ່ນ “ພວກເຈົ້າຕີເມຍຂອງ
ພວກເຈົ້າບໍ?"

ທ່ານ Bennett ໄດ້ຢືນຢັນ ສິ່ງທີ່ໄດ້ເກີດຂຶ້ນໃນຫ້ອງການຂອງທ່ານຜ່ານອີເມລ ທີ່ທ່ານ ໄດ້ສົ່ງໄປໃນໜັງສືພິມ The Tulsa World ໃນວັນສຸກທີ່ຜ່ານມາ. ອີງຕາມໜັງສືພິມນັ້ນ,
ທ່ານ Bennett ໄດ້ກ່າວວ່າ ຄຳຖາມແມ່ນໄດ້ອີງໃສ່ຄຳພີກູຣານ ແລະ ປຶ້ມອື່ນໆຂອງສາ
ສະໜາ ອິສລາມ.

ທ່ານ Adam Soltani ຜູ້ບໍລິຫານໃຫຍ່ຂອງຄະນະສົງແຫ່ງສະພາ ກ່ຽວກັບ ການພົວພັນ
ຊາວອາເມຣິກັນທີ່ນັບຖືສະສະໜາ ອິສລາມ ກ່າວວ່າ “ບໍ່ມີໃຜຄວນຖືກກວດກາກັບຄຳ
ຖາມທີ່ໂງ່ໆ, ຕໍ່ຕ້ານສາສະໜາອິສລາມ, ຄຽດຊັງ, ບ້າສາສະໜາ ກ່ອນທີ່ພວກເຂົາເຈົ້າ
ຈະສາມາດພົບປະກັບຕົວແທນຂອງພວກເຂົາເຈົ້າ.”

ທ່ານ Soltani ໄດ້ກ່າວວ່າ “ມີພຽງແຕ່ວິທີດຽວທີ່ຈະເຫັນການປ່ຽນແປງໃນປະເທດຂອງ ພວກເຮົາກໍແມ່ນ ການເຂົ້າຫາກັນຂອງບັນດາຜູ້ນຳທີ່ຖືກເລືອກ ແລະ ຮັບປະກັນວ່າ ສຽງຂອງຊາວມຸສລິມໄດ້ຖືກຮັບຟັງ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG