ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຈະມອບ ລາງວັນ ໃຫ້ແກ່ ນັກເຄື່ອນໄຫວ ແມ່ຍິງ 9 ຄົນ


ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ສະຫະລັດສະຫຼອງວັນແມ່ຍິງສາກົນດ້ວຍການໃຫ້ກຽດແກ່ພວກ
ນັກເຄື່ອນໄຫວແມ່ຍິງ 9 ຄົນ ທີ່ມາຈາກທົ່ວໂລກ ຊຶ່ງໄດ້ສະແດງ ໃຫ້ເຫັນເຖິງຄວາມກ້າຫານຊານໄຊ ເປັນພິເສດ ແລະການເປັນ
ຜູ້ນຳ ເພື່ອໃຫ້ການສະໜັບສະໜຸນ ຕໍ່ສິດທິ ແລະຄວາມເປັນໂຕ ເອງຫຼາຍຂຶ້ນສຳລັບພວກແມ່ຍິງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ Mitchelle
Obama ຈະເປັນປະທານ ໃນພິທີ ມອບລາງວັນ “ແມ່ຍິງທີ່ມີ
ຄວາມກ້າຫານ” ທີ່ກະຊວງການຕ່າງປະເທດສະຫະລັດໃນວັນ
ສຸກມື້ນີ້.

ໃນບັນດາພວກທີ່ຈະໄດ້ຮັບລາງວັນນັ້ນກໍມີສິບເອກ Malalai
Bahaduri ຊຶ່ງເປັນສະມາຊິກແມ່ຍິງຄົນທຳອິດຂອງໜ່ວຍສະ
ກັດກັ້ນຢາເສບຕິດແຫ່ງຊາດ ຂອງອັຟການິສຖານ. ກະຊວງ ການຕ່າງປະເທດສະຫະລັດເວົ້າວ່າ ເຖິງແມ່ນວ່າ ນາງໄດ້ປະ ສົບຄວາມສຳເລັດໃນການປະຕິບັດງານຕໍ່ຕ້ານຢາເສບຕິດກໍ
ຈິງ ແຕ່ຜູ້ເປັນແມ່ທີ່ມີລູກ 3 ຄົນໆນີ້ ແມ່ນໄດ້ປະເຊີນກັບການ
ຂົ່ມຂູ່ທີ່ຈະຖືກສັງຫານ ການປະຕິບັດແບບບໍ່ຖືກບໍ່ຕ້ອງທາງດ້ານຮ່າງກາຍ ແລະສັງຄົມທີ່
ມີອະຄະຕິຕໍ່ນາງ ອັນເປັນຜົນມາຈາກການເລືອກອາຊີບດັ່ງກ່າວຂອງນາງ.

ນັກຂຽນຄົນສຳຄັນຂອງທິເບດ ທ່ານນາງ Tsering Woeser ກໍໄດ້ຖືກຮັບຮູ້ເຊັ່ນກັນ ໃນ
ການອອກປາກອອກສຽງຢ່າງເປັນການເປີດເຜີຍກ່ຽວກັບສະພາບການເຄົາລົບນັບຖືສິດ ທິມະນຸດ ຂອງຊາວທິເບດໃນຈີນ. ທ່ານນາງ Woeser ຕາມປົກກະຕິແລ້ວແມ່ນຢູ່ພາຍໃຕ້ ການສອດແນມ ເບິ່ງການເຄື່ອນໄຫວ ແລະ ຖືກກັກບໍລິເວນ ໂດຍປັກກິ່ງ. ທ່ານນາງບໍ່ສາ
ມາດມາຮ່ວມພິທີມອບຮັບລາງວັນນີ້ໄດ້ຍ້ອນເຈົ້າໜ້າທີ່ຈີນບໍ່ຍອມອອກໜັງສືເດີນທາງໃຫ້.

ນອກນັ້ນ ຍັງມີພວກນັກເຄື່ອນໄຫວແມ່ຍິງ ຈາກຮອນດູຣາສ ໄນຈີເຣຍ ຣັດເຊຍ ໂຊມາເລຍ ຊີເຣຍແລະຫວຽດນາມຈະໄດ້ຮັບລາງວັນໃນພິທີດັ່ງກ່າວ ຊຶ່ງຈັດຂຶ້ນທຸກໆປີ ນັບແຕ່ປີ 2007 ເປັນຕົ້ນມາ.
XS
SM
MD
LG