ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍານ​ New Horizons ບິນຜ່ານ ດາວພະຍົມ ໃນໄລຍະໃກ້

ດາວພະຍົມ ຫຼື Pluto ເກືອບເຕັມຂອບຮູບພາບທີ່ຖ່າຍ ຈາກກ້ອງ Long Range Reconnaissance Imager (LORRI) ຢູ່ເຖິງຍານອະວະກາດ New Horizons ຂອງ NASA ໃນວັນທີ 13 ກໍລະກົດ 2015, ເມື່ອຍານບິນຫ່າງຈາກພື້ນດາວ 476,000 ມາຍ (768,000 ກິໂລແມັດ).

ຍານ​ສຳ​ຫລວດ​ອະ​ວະ​ກາດ New Horizons ລອດ​ພົ້ນ
ໄປໄດ້ ​ໃນ​ການບິນ​ຜ່ານຄັ້ງປະຫວັດສາດ ​ດາວ​ພະ​ຍົມ ຫຼື
Pluto ອິງຕາມ​ລາຍ​ງານ​ຂອງ​ອົງການ​ອະວະ​ກາດ​ສະຫະລັດ
​ໃນ​ວັນ​ອັງຄານ​ວານ​ນີ້ ຫຼັງ ຈາກ​ທີ່​ໄດ້​ຮັບ​ສັນ​ຍານ ທີ່​ກຳລັງ​
ຄອງ​ຄອຍຖ້າ ຈາກ​ຍານ​ອະວະ​ກາດ​ດັ່ງກ່າວ ທີ່ວ່າ ຍານ​ຍັງ
ຢູ່ສະພາບປະຕິບັດງານໄດ້ນັ້ນ.

ຍານ​ສຳ​ຫລວດ​ອະວະ​ກາດສະຫະລັດລຳ​ດັ່ງກ່າວ ​ໄດ້​ບິນ
​ຜ່ານ​ກາຍ ໃນໄລຍະ​ໃກ້​ທີ່​ສຸດ​ໃນ​ວັນ​ອັງຄານ​ວານ​ນີ້ ໂດຍ
​ໄດ້​ຖ່າຍ​ເອົາ​ພາບ ​ແລະເກັບ​ ກຳຂໍ້ມູນ​ຕ່າງໆ ​ໃນ​ຂະນະ​ທີ່​
ມັນ​ບິນ​ຢ່າງ​ວ່ອງ​ໄວ ຜ່ານດາວພະຍົມ ​ທີ່​ເປັນ​ນ້ຳກ້ອນ ​ໃນ
​ຄວາມ​ໄວ 50,000 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ນັກວິທະຍາສາດ ຂອງຍານ New Horizons ທ່ານ Hal Weaver (ຊ້າຍ) ສົນທະນາ ກັບ ທ່ານ Mark Holdridge (ກາງ) ແລະ ທ່ານ Mike Buckley ພວກເຂົາເຈົ້າ ລໍຖ້າຂໍ້ມູນ ຈາກ ຍານອະວະກາດ New Horizons ໃນຂະນະທີ່ຈະບິນຜ່ານ Pluto, ວັນທີ 14 ກໍລະກົດ 2015, ໃນ Laurel, ລັດ Maryland.

ຍານ New Horizons ​ໄດ້ຂາດ​ການ​ຕິດ​ຕໍ່​ກັບ​ສູນກາງ​ອະວະ​ກາດ ​ໃນ​ຂະນະທີ່ມັນ​ສືບ​ຕໍ່​ສຳ​ຫລວດ​ເບິ່ງດາວ​ພະ​ຍົມ ​ເປັນ​ເວລາ ສອງ​ສາມ​ຊົ່ວ​ໂມງ ຫຼັງຈາກ​ທີ່​ມັນ​ໄດ້​ບິນ​ເຂົ້າສູ່ດາວ ​ທີ່​ຍັງ​ບໍ່ເຄີຍມີການສຳຫລວດມາກ່ອນ ​ໂດຍ​ບິນ​ເຂົ້າໄປໃກ້ໆ ໃນໄລຍະ 12,472 ກິ​ໂລ​ແມັດ ຫ່າງຈາກ​ດາວ​ດັ່ງກ່າວ.

ຫົວໜ້ານັກຄົ້ນຄວ້າ ທ່ານ Alan Stern ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ໄດ້ໂປ​
ແກຣມຍານ​ ໃຫ້​ມັນ​ໃຊ້​ເວລາ ​ເກັບກຳ​ເອົາ​ຂໍ້​ມູນ ທີ່​ມັນ​ສາມາດ​ເອົາ​ມາໄດ້ ​ແຕ່​ມື້​ນີ້​
ເທົ່າ​ນັ້ນ.”

ຍານ​ອະ​ວະ​ກາດລຳນ້ອຍນີ້ ທີ່​ມີຂະໜາດ​ເທົ່າ​ກັບ​ເຄື່ອງ​ຫລີ້ນປ່ຽນ​ໂນ ​ແມ່ນ​ບໍ່​ໄດ້​ຖືກ​
ຕິດຕັ້ງດ້ວຍ​ເຄື່ອງ​ນຳ​ສົ່ງ ທີ່​ຕ້ອງການເພື່ອໃຫ້​ຢຸດ ​ແ​ລະ ບິນ​ເຂົ້າ​ໄປໃນ​ວົງ​ໂຄຈອນ​ອ້ອມ
ດາວ​ພະ​ຍົມ. ຄື​ກັນ​ກັບ ຍານ Voyagers ຂອງອົງການ​ອະວະ​ກາດ​ສະຫະລັດ ຫຼື NASA ​
ແລະ ຍານ​ສຳ​ຫລວດ ລຸ້ນ​ກ່ອນໆ​ນັ້ນ ຍານ New Horizons ​ໄດ້​ຖືກ​ອອກແບບ​ມາ​ເພື່ອ
ປະຕິບັດ​ ການສຳ​ຫລວດ ​ໃນ​ຂະນະ​ທີ່​ບິນຜ່ານ​ຢູ່​ນັ້ນ.

Astronomer's Hometown Celebrates Pluto Fly-by
please wait

No media source currently available

0:00 0:02:42 0:00

​ເຖິງ​ແມ່ນ​ວ່າ ບັນດາ​ຜູ້​ຈັດ​ການ ​ໄດ້ຄາດ​ຄະ​ເນ​ວ່າ ມີ​ພຽງ​ແຕ່ 1 ​ໃນ 10,000 ​ໂອກາດ ທີ່
​ສະ​ເກັດ​ດາວ​ຕ່າງໆ ຈະ​ຕຳ​ເອົາ ​ແລະ ທຳລາຍ​ຍານ New Horizons ​ໃນ​ຂະນະ​ທີ່​ມັນ ບິນ​ຜ່ານ​ລະບົບ​ດາວ​ພະ​ຍົມນັ້ນ ພວກ​ເຂົາ​ເຈົ້າ ​ໄດ້ຖອນຫາ​ຍ​ໃຈ​ດ້ວຍ​ຄວາມ​ໂລ່ງ​ອົກ ​ໃນ​ເວລາ​
ທີ່​ໄດ້​ຮັບ​ສັນຍານເຂົ້າມາ ທີ່​ເຂົາ​ເຈົ້າພວມລໍຄອຍ​ຢູ່​ນັ້ນ.

US Pluto Space Probe
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG