ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ​ເກົາຫລີ​ໃຕ້ ​ລົງ​ນາມ​ຂໍ້​ຕົກລົງ ໃຊ້ກໍາລັງທະຫານ (ວີດິໂອ)


ນາຍ​ພົນ JungSeun-jo ​(ຂວາ )ແລະຜູ້​ບັນ ຊາ​ການກໍາລັງ​ທະຫານ​ສະຫະລັດ ​ໃນ​ເກົາຫລີ​ໃຕ້ ນາຍ​ພົນ James Thurman (ຊ້າຍ)
ນາຍ​ພົນ JungSeun-jo ​(ຂວາ )ແລະຜູ້​ບັນ ຊາ​ການກໍາລັງ​ທະຫານ​ສະຫະລັດ ​ໃນ​ເກົາຫລີ​ໃຕ້ ນາຍ​ພົນ James Thurman (ຊ້າຍ)
ບັນດາ​ເຈົ້າ​ໜ້າ​ທີ່ທະຫານ ກ່າວ​ວ່າ ສະຫະລັດແລະ​ເກົາຫລີ​ໃຕ້ ​
ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງສະ​ບັບນຶ່ງ ​ອະນຸມັດໃຫ້ທະຫານອາ​ເມຣິ
ກັນ ມີ​ບົດບາດ​ຫຼາຍຂຶ້ນ ​ໃນ​ການ​ປົກ​ປ້ອງເກົາ​ຫລີໃຕ້ ຈາກ​ການ
​ກໍ່​ກວນເກາະ​ຜິດຂອງ​ເກົາຫລີເໜືອ.

​ສັນຍາດັ່ງກ່າວໄດ້​ເຊັ​ນກັນ​ໃນ​ວັນ​ສຸກ​ອາທິດ​ແລ້ວ​ນີ້ ​ໂດຍປະທານ
​ເສນາ​ທິການ​ຮ່ວມ ຂອງກອງ​ທັບ​ເກົາຫລີ​ໃຕ້ ນາຍ​ພົນ Jung
Seun-jo ​ແລະຜູ້​ບັນ ຊາ​ການກໍາລັງ​ທະຫານ​ສະຫະລັດ ​ໃນ​
ເກົາຫລີ​ໃຕ້ ນາຍ​ພົນ James Thurman.

ພາຍ​ໃຕ້​ຂໍ້​ຕົກລົງ​ທີ່​ເອີ້ນ​ວ່າ ແຜນການ​ຮ່ວມ​ຕ້ານການ​ເກາະ​ຜິດ
ນັ້ນ ​ທະຫານ​ສະຫະລັດຈະ​ສາມາດ​ໃຫ້ການຊ່ວຍ​ເຫລືອ​ແກ່
ທະຫານ​ເກົາຫລີ​ໃຕ້​ໄດ້ ​ໃນ​ການ​ຕອບ​ໂຕ້​ຕໍ່ການຮຸກ​ຮານ​ທາງ​
ທະຫານໃດໆ​ ຈາກເກົາຫລີ​ເໜືອ.

​ພາຍ​ໃຕ້​ຂໍ້​ຕົກລົງ​ນັ້ນ ​ທະຫານ​ເກົາຫລີໃຕ້​ ເປັນ​ຜູ້ຄວບ​ຄຸມ​ການ
​ປະຕິບັດ​ງານ​ທາງ​ທະຫານ​ທັງ​ໝົດ ຕ້ານ​ເກົາຫລີ​ເໜືອນັ້ນ ​ແລະ
​ສະຫະລັດຈະເຂົ້າໄປ​ພົວພັນ ກໍ​ຕໍ່​ເມື່ອ​ເກີດ​ສົງຄາມໃຫຍ່ຢ່າງ​ເຕັມສ່ວນ​ເທົ່າ​ນັ້ນ.

ການ​ເຊັນ​ສັນຍາ​ໃໝ່​ດັ່ງກ່າວ​ນີ້ ​ແນ່ນອນ​ວ່າ​ຈະ​ກໍ່​ໃຫ້​ມີການ​ຕອບ​ໂຕ້​ຢ່າງ​ແຂງ​ແຮງ ຈາກ
ພຽງຢາງ ທີ່​ສືບ​ຕໍ່​ກ່າວ​ຫາ ວໍ​ຊິງ​ຕັນແລະກຸງ​ໂຊ​ລ ຢ່າງ​ບໍ່​ລົດ​ລະ​ວ່າ ວາງ​ແຜນຈະ​ບຸກລຸກ​ເກົາຫລີ​ເໜືອ.

ເບິ່ງວີດິໂອ ການຊ້ອມລົບຮ່ວມລະຫວ່າງທະຫານສະຫະລັດແລະເກົາຫລີໃຕ້:

US Korea
please wait
Embed

No media source currently available

0:00 0:01:15 0:00
XS
SM
MD
LG