ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ເກົາຫຼີໃຕ້ ແລະຍີ່ປຸ່ນ ຈະປຶກສາຫາລືກັນ ກ່ຽວກັບ ໂຄງການ​ນິວ​ເຄລຍ ເກົາຫຼີ​ເໜືອ


ຜູ້ຄົນ ເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ການຍິງລູກສອນໄຟ ໂດຍເກົາຫຼີເໜືອ ທີ່ ໃນສະຖານີລົດໄຟຂອງ Seoul, ເກົາຫຼີໃຕ້, 29 ມິຸຖນາ, 2014.
ຜູ້ຄົນ ເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ການຍິງລູກສອນໄຟ ໂດຍເກົາຫຼີເໜືອ ທີ່ ໃນສະຖານີລົດໄຟຂອງ Seoul, ເກົາຫຼີໃຕ້, 29 ມິຸຖນາ, 2014.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ນະຄອນຫຼວງ​ໂຊ​ລຂອງ​ເກົາຫລີ​ໃຕ້ ​ໄດ້​ກ່າວ
​ໃນ​ວັນ​ຈັນ​ວານ​ນີ້​ວ່າ ບັນດາ ​ຜູ້​ແທນ​ຈາກ​ສະຫະລັດ ​ເກົາຫຼີ​ໃຕ້
​ແລະ ຍີ່​ປຸ່ນ ຈະ​ພົບ​ປະ​ກັນ ທີ່​ວໍ​ຊີງ​ຕັນ ​ນະຄອນຫຼວງ​ສະຫະລັດ ​
ໃນ​ສັບປະດາ​ນີ້ ​ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບບັນຫາ​ໂຄງການ
​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ.

​ຄາດກັນ​ວ່າ ບັນດາຜູ້ຕາງໜ້າ​ເຫລົ່ານີ້ຈະ​ແບ່ງປັນ​ຂໍ້​ມູນການ​ຊັ່ງຊາ
ຂອງ​ພວກ​ເພິ່ນ ​ກ່ຽວ​ກັບ​ສະຖານະ​ການໃນ​ແຫຼມເກົາຫຼີ ​ແລະ​ປຶກສາ
​ຫາລື​ເພື່ອ​ຟື້ນຟູ​ຄວາມ​ພະຍາຍາມ ທີ່​ຈະ​ແກ້​ໄຂ​ບັນຫາ ທີ່​ຕົກ​ຢູ່​ໃນ​
ສະພາບ​ບໍ່​ໄປ​ບໍ່​ມາ ​ກ່ຽວ​ກັບການ​ຊອກ​ສະ​ແຫວ​ງຫາອາວຸດນິວ
​ເຄລຍ ຂອງ​ເກົາຫຼີ​ເໜືອອິງ​ຕາມ​ເຈົ້າ​ໜ້າ​ທີ່ ຜູ້​ບໍ່​ປະສົງ​ອອກ​ຊື່ ນັ້ນ.

​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ຜູ້ຕາງໜ້າ​ເຫລົ່ານີ້ ​ແມ່ນ​ເບິ່ງ​ຄື​ວ່າ ຈະໃຫ້ການ​ຄ້ຳປະກັນ​ຄືນ​ໃໝ່ຕໍ່
ຄວາ​ມໝັ້ນໝາຍທີ່​ຈະເຮັດ​ໃຫ້​ແຫລມເກົາຫລີເປັນ​ເຂດ​ປອດນິວ​ເຄລຍ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ຄວາມ​ພະຍາຍາມ​ຂອງເກົາຫຼີ​ເໜືອ ທີ່ຢາກ​ຮື້​ຟື້ນໃຫ້​ມີ​ສົນທິສັນຍາສັນຕິພາບ​ນັ້ນ. ​

ໃນ​ຫວ່າງ​ໝໍ່ໆ​ມາ​ນີ້ ພຽງ​ຢາງ ຮຽກຮ້ອງ​ໃຫ້​ມີ​ການ​ຕົກລົງ​ສັນຕິພາບລະຫວ່າງວໍ​ຊີງ​ຕັນ ກັບປະ​ເທດ​ຄອມ​ມຸຍນິສ ນີ້. ​ແຕ່ວໍ​ຊີງ​ຕັນ ​ໄດ້ປະຕິເສດ ​ແນວຄິດ​ທີ່​ວ່າ​ນີ້ ໂດຍ​ຢືນ​ຢັດ​ວ່າ ພຽງຢາງ​ຈະ​ຕ້ອງ​ປອດ​ອາວຸດນິວ​ເຄລຍ​ ກ່ອນ​ທີ່ຈະ​ມີ​ການ​ພິຈາລະນາ​ກ່ຽວ​ກັບ​ສົນທິສັນຍາສັນຕິພາບ​ໃດໆ​ກໍ​ຕາມ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ທ່ານ Sung Kim ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ ສະຫະລັດ ກ່ຽວ​ກັບ​ນະ​ໂຍບາຍ​ເກົາຫຼີ​ເໜືອ ຜູ້​ແທນ​ພິ​ເສດ​ຂອງເກົາຫຼີ​ໃຕ້ ຮັບຜິດຊອບ​ກ່ຽວ​ກັບ​ເລື້ອງ​ສັນຕິ ​ແລະ​ຄວາມ​ປອດ​ໄພໃນແຫຼມ​ເກົາຫຼີ ທ່ານ Hwang Joon-kook ​ແລະ​ທ່ານ Kimihiro Ishikane ຜູ້ອຳນວຍການ​ໃຫຍ່​ຂອງ​ຍີ່ປຸ່ນ ດ້ານ​ສາຍ​ພົວພັນພາກ​ພື້ນ​ເອເຊຍ ​ແລະ​ປາຊີ​ຟິກ ຈະ​ພົບ​ປະ​ແລະ​ສົນທະນາ​ໂອ້​ລົມກັນ ​ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້.

ການ​ພົບປະກັນສາມ​ຝ່າຍ ຂອງ​ບັນດາ​ທູດ​ພິ​ເສດ ແມ່ນ​ເທື່ອ​ທຳ​ອິດໃນ​ຮອບ 7 ​ເດືອນ ຊຶ່ງມີ​ຂຶ້ນທ່າມກາງ ສາຍ​ພົວພັນ​ພາຍ​ລະຫວ່າງ​ສອງ​ເກົາຫຼີ ພວມ​ດີ​ຂຶ້ນ​ແດ່​ແລ້ວ​. ສັບປະດາ​ແລ້ວ​ນີ້ ທັງ​ສອງ​ເກົາຫຼີ ​ໄດ້​ຕົກລົງ​ໃຫ້​ມີ​ການ​ສົນທະນາ​ກັນ​ຂັ້ນ​ສູງ ​ໃນ​ສັບປະດາ​ໜ້າ ​ໃນ​ອັນ​ທີ່​ປາກົດ​ວ່າ ເປັນ​ຄວາມ​ກ້າວໜ້າ​ໃນ​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ເກົາຫຼີ.

XS
SM
MD
LG