ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ແລະ ເກົາຫຼີໃຕ້ ຮ່ວມກັນຊ້ອມຮົບ ເພື່ອ ຫາທາງເລືອກ ດ້ານກຳລັງ ກອງທັບເຮືອ


ເຮືອພິຄາດ ລາດຕະເວນ ກຳລັງຊ້ອມຍິງ ໃນລະຫວ່າງ ການຝຶກແອບນອກແຄມຝັ່ງ ທາງພາກຕາເວັນອອກສຽງໃຕ້ ຂອງເກົາຫຼີໃຕ້ .
ເຮືອພິຄາດ ລາດຕະເວນ ກຳລັງຊ້ອມຍິງ ໃນລະຫວ່າງ ການຝຶກແອບນອກແຄມຝັ່ງ ທາງພາກຕາເວັນອອກສຽງໃຕ້ ຂອງເກົາຫຼີໃຕ້ .

ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ດຳເນີນການຊ້ອມຮົບທາງທະເລໃນ ວັນຈັນມື້ນີ້ ໃນຂະນະ ທີ່ມີຄວາມເປັນໄປໄດ້ ສຳລັບຄວາມຂັດແຍ້ງ ໃນພາກພື້ນກຳລັງເພີ່ມທະວີຂຶ້ນ ກ່ຽວກັບ ໄພຂົ່ມຂູ່ດ້ານນິວເຄລຍ ຂອງ ເກົາຫຼີເໜືອ ພວມເຄີບໜ້າຢູ່.

ເຮືອພິຄາດ USS Spruance ຂອງ ສະຫະລັດ ທີ່ຕິດຕັ້ງອາວຸດ ຕໍ່ຕ້ານເຮືອບິນຮົບ ແລະ ຕໍ່ຕ້ານເຮືອດຳນ້ຳ ໄດ້ເຂົ້າຮ່ວມກັບເຮືອ ພິຄາດ, ເຮືອດຳນ້ຳ, ເຮືອບິນເຮລິຄັອບເຕີ ຕ້ານ ເຮືອດຳນ້ຳ ແລະ ເຮືອບິນຮົບຂອງ ເກົາຫຼີໃຕ້ ໃນການປະຕິບັດການທາງນ້ຳໃນທະເລ ເອເຊຍ ຕາເວັນອອກ, ເຊິ່ງຍັງຖືກເອີ້ນວ່າທະເລແຫ່ງ ຍີ່ປຸ່ນ ອີກນັ້ນ.

ເຮືອບິນຮົບ ສາມາດເຫັນໄດ້ ໃນລະຫວ່າງ ງານມະຫາກຳ ສະແດງເຮືອບິນ Wonsan ປີ 2016 ໃນເມືອງ Wonsan, ໃນພາບທີ່ບໍ່ລະບຸວັນເວລາ ທີ່ເປີດເຜີຍໂດຍ ອົງການສູນກາງຂ່າວຂອງເກົາຫຼີເໜືອ (KCNA) ໃນພຽງຢາງ ເມື່ອວັນທີ 26 ກັນຍາ 2016.
ເຮືອບິນຮົບ ສາມາດເຫັນໄດ້ ໃນລະຫວ່າງ ງານມະຫາກຳ ສະແດງເຮືອບິນ Wonsan ປີ 2016 ໃນເມືອງ Wonsan, ໃນພາບທີ່ບໍ່ລະບຸວັນເວລາ ທີ່ເປີດເຜີຍໂດຍ ອົງການສູນກາງຂ່າວຂອງເກົາຫຼີເໜືອ (KCNA) ໃນພຽງຢາງ ເມື່ອວັນທີ 26 ກັນຍາ 2016.

ພົນເຮືອເອກ ທ່ານ Brad Cooper ຜູ້ບັນຊາການກອງທັບເຮືອ ສະຫະລັດ ທີ່ປະຕິບັດ ການ ໃນເກົາຫຼີ ກ່າວວ່າ ການຮ່ວມຝຶກຊ້ອມກອງທັບເຮືອ ໄດ້ຖືກຈັດຂຶ້ນເພື່ອສະແດງ ໃຫ້ເຫັນ “ຄວາມແຂງ ແກ່ນທີ່ບໍ່ມີວັນປ່ຽນແປງ ແລະ ຄວາມຕັ້ງໃຈ ຂອງພັນທະມິດ ທະຫານ ອາເມຣິກັນ ເພື່ອປ້ອງກັນການຮຸກຮານຢ່າງບໍ່ມີເຫດຜົນຂອງ ເກົາຫຼີ ເໜືອ.”

ໃນການປະເຊີນໜ້າກັບຄວາມສາມາດທາງດ້ານລູກສອນໄຟຂີປະນາວຸດ ແລະ ການ ຂະຫຍາຍຕົວດ້ານອາວຸດນິວເຄລຍຢ່າງວ່ອງໄວຂອງ ເກົາຫຼີເໜືອ, ນະຄອນຫຼວງວໍຊິງຕັນ ແລະ ໂຊລ ແມ່ນກຳລັງເນັ້ນ ຄວາມກຽມພ້ອມທາງທະຫານເພື່ອປ້ອງກັນ ຫຼື ຕອບໂຕ້ ກັບການໂຈມ ຕີທີ່ອາດເກີດຂຶ້ນ.

ໃນສັບປະດາທີ່ຜ່ານມາ ສະຫະລັດ ໄດ້ສົ່ງເຮືອບິນຖິ້ມລະເບີດ B-1B ໄປຈາກເກາະ ກວາມ ໂດຍຊົ່ວຄາວ ແລະ ໄດ້ຂັບເຮືອບິນທີ່ສາມາດຖິ້ມລະ ເບີດນິວເຄລຍ ເຂົ້າໃກ້ກັບ ເຂດຊາຍແດນລະຫວ່າງ 2 ປະເທດ ເກົາຫຼີ.

ລັດຖະບານຂອງທ່ານ Kim Jong Un ໄດ້ສືບຕໍ່ເຢາະເຢີ້ຍການ ຫ້າມໂຄງການນິວເຄລຍ ແລະ ຂີປະນາວຸດຂອງພວກເຂົາ ໂດຍ ອົງການສະຫະປະຊາຊາດ, ແລະ ໄດ້ຂະຫຍາຍ ການວາງມາດຕະການ ລົງໂທດສາກົນໃນປີນີ້, ໂດຍການດຳເນີນການທົດລອງລະ ເບີດນິວເຄລຍລູກທີ 5 ໃນເດືອນນີ້ ແລະ ການຍິງລູກສອນໄຟຂີປະນາວຸດຫຼາຍລູກ.

ດ້ວຍການທົດລອງແຕ່ລະຄັ້ງ, ເກົາຫຼີເໜືອ ແມ່ນໄດ້ຫຍັບໃກ້ເຂົ້າໃນການມີຄວາມສາມາດ ທາງດ້ານລູກສອນໄຟຂີປະນາວຸດຫົວນິວເຄລຍໄລຍະ ໄກ ແລະ ໄວ້ວາງໃຈໄດ້ວ່າຈະເປັນ ໄປໄດ້ສຳລັບການໂຈມຕີເປົ້າໝາຍຕ່າງໆໃນ ເກົາຫຼີໃຕ້, ຍີ່ປຸ່ນ ແລະ ແຜ່ນດິນໃຫຍ່ຂອງ ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG