ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສະເໜີຂາຍ ເຮືອບິນສອດແນມ ບໍ່ມີຄົນຂັບ ໃຫ້ເກົາຫລີໃຕ້


ຍົນ RQ-4 Global Hawk ຊຶ່ງເປັນເຮືອບິນບໍ່ມີຄົນຂັບ ທີ່ກ້າວໜ້າທັນສະໄໝ ຂອງສະຫະລັດ
ຍົນ RQ-4 Global Hawk ຊຶ່ງເປັນເຮືອບິນບໍ່ມີຄົນຂັບ ທີ່ກ້າວໜ້າທັນສະໄໝ ຂອງສະຫະລັດ
ລັດຖະບານຂອງທ່ານໂອບາມາ ໄດ້ສະເໜີຂາຍເຮືອບິນສອດ ແນມບໍ່ມີຄົນຂັບທີ່ກ້າວໜ້າທັນສະໄໝຢ່າງເປັນທາງການໃຫ້
ແກ່ເກົາຫລີໃຕ້ໃນການເສີມຂະຫຍາຍ ຄວາມອາດສາມາດ
ຂອງລັດຖະບານກຸງໂຊລ ໃນການປ້ອງກັນຕົນເອງບໍ່ໃຫ້ຖືກ ໂຈມຕີຈາກເກົາຫລີເໜືອທີ່ມີການປະກອບອາວຸດທາງທະ
ຫານຢ່າງໜັກນັ້ນ.

ອົງການຮ່ວມມືດ້ານຄວາມໝັ້ນຄົງຂອງສະຫະລັດ ເວົ້າຢູ່ໃນ
ຖະແຫລງການສະ ບັບນຶ່ງວ່າ ຕົນໄດ້ແຈ້ງໃຫ້ລັດຖະສະພາ
ຊາບຢ່າງເປັນທາງການແລ້ວ ກ່ຽວກັບ ການສະເໜີຂາຍເຮືອ
ບິນ ຫຼືຍົນສອດແນມບໍ່ມີຄົນຂັບ ທີ່ຄວບຄຸມຈາກໄລຍະໄກແລະ
ບິນໃນລະດັບສູງ Global Hawk ຈຳນວນ 4 ລໍາໃນມູນຄ່າ 1
ພັນ 200 ລ້ານໂດລາ ແລະບິນໃນລະດັບສູງ ພ້ອມທັງຂັບໂດຍ
ການໃຊ້ເຄື່ອງຄວບຄຸມ ທາງໄກ 4 ຕະຫລອດທັງການຝຶກອົບຮົມ ແລະການສະໜັບສະ
ໜຸນທາງດ້ານພະລາທິການຕ່າງໆ. ພວກນັກວິເຄາະເວົ້າວ່າ ມີທ່າທທາງວ່າ ການສະເໜີ
ຂາຍດັ່ງກ່າວ ຈະໄດ້ຮັບການອະນຸມັດຈາກລັດຖະສະພາ.

ແຜນການໃນເວລານີ້ ຮຽກຮ້ອງໃຫ້ເກົາຫລີໃຕ້ ເຂົ້າຄວບຄຸມການປະຕິບັດງານທາງທະ ຫານຂອງຕົນຈາກສະຫະລັດໃນປີ 2015 ແລະອົງການຮ່ວມມືດ້ານຄວາມໝັ້ນຄົງເວົ້າວ່າ ກຸງໂຊລຈະ “ບໍ່ມີຄວາມຫຍຸ້ງຍາກອັນໃດໃນການທີ່ຈະຮຽນຮູ້ເອົາລະບົບເຫລົ່ານີ້ ເຂົ້າໄປໃຊ້
ໃນກອງທັບຂອງຕົນ.” ລະບົບທີ່ສະຫະລັດຄວບຄຸມໃນປັດຈຸບັນ ແມ່ນເປັນຜົນເນື່ອງມາ
ຈາກບົດບາດຂອງຂອງສະຫະ ລັດໃນສົງຄາມເກົາຫລີ ລະຫວ່າງປີ 1950 ຫາ 1953 ຊຶ່ງ ໄດ້ສະກັດກັ້ນການບຸກໂຈມຕີຂອງເກົາຫລີເໜືອ ເຂົ້າໄປໃນເກົາຫຼີໃຕ້.

ຍົນ Global Hawk ທີ່ມີລະບົບເຣດາ ສາມາດມອງຜ່ານເມກໄດ້ນັ້ນ ແມ່ນບັນທຸກກ້ອງ ຖ່າຍລະບົບດີຈີຕອລແຮງສູງ ແລະເຄື່ອງເຊັນເຊີອິນຟຣາເຣດຫຼາຍໜ່ວຍ. ມີລາຍງານວ່າ ເຮືອບິນດັ່ງກ່າວນີ້ ສາມາດທີ່ຈະກວດເຫັນສິ່ງຂອງ ທີ່ມີຂະໜາດຍາວບໍ່ຮອດ 30 ຊັງຕີ ແມັດ ຈາກລະດັບຄວາມສູງປະມານ 20 ກິໂລແມັດ.
XS
SM
MD
LG