ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີ​ໃຕ້ແລະສະຫະລັດ ທໍາການຊ້ອມລົບຮ່ວມກັນ


ພວກທະຫານເກົາຫຼີໃຕ້ທໍາການຊ້ອມລົບປະຈໍາປີ
ພວກທະຫານເກົາຫຼີໃຕ້ທໍາການຊ້ອມລົບປະຈໍາປີ

ເກົາຫລີ​ໃຕ້ແລະສະຫະລັດໄດ້ເລີ່ມທໍາການຊ້ອມລົບຮ່ວມ
ກັນໃນວັນຈັນວັນນີ້ ທ່າມກາງການຂົ່ມຂູ່ຈະໂຕ້ຕອບຄືນ
ທາງທະຫານຈາກເກົາຫຼີເໜືອ.

ມີພວກທະຫານຈາກເກົາຫລີ​ໃຕ້ປະມານ 2 ແສນຄົນ ແລະ
13 ພັນຄົນຈາກ ສະຫະລັດປະກອບສ່ວນໃນການຊ້ອມລົບ
ຮ່ວມກັນທີ່ໃຫ້ຊື່ວ່າ Key Resolve ແລະ Foal Eagle.
ເກົາຫລີ​ໃຕ້ໄດ້ກ່າວເຖິງການຊ້ອມລົບດັ່ງກ່າວວ່າເປັນການ
ຊ້ອມລົບປະຈໍາປີທີ່ເຄີຍປະຕິບັດມາເປັນປະຈໍາຢູ່ແລ້ວ.

ແຕ່ ພຽງຢາງ ກ່າວວ່າ ການຊ້ອມລົບກັນດັ່ງກ່າວນີ້ເປັນ
ຂໍ້ອ້າງໃນການກຸກຽມເພື່ອຈະຮຸກຮານເກົາຫລີ​ເໜືອແລະ
ໄດ້ເຕືອນວ່າຈະຕອບໂຕ້ດ້ວຍການທໍາສົງຄາມຢ່າງສຸດຂີດ
ຕໍ່ເກົາຫຼີໃຕ້ ຊຶ່ງຈະເຮັດໃຫ້ນະຄອນຫຼວງ Seoul ລຸກຂຶ້ນ ເປັນທະເລໄຟ.

ນອກນີ້ ເກົາຫລີ​ເໜືອໄດ້ຂູ່ທີ່ຈະເປີດສາກຍິງຂ້າມບໍລິເວນ
ຊາຍແດນທີ່ເຄັ່ງຕຶງລະຫວ່າງສອງເກົາຫຼີນັ້ນໄປໂຈມຕີເກົາ
ຫຼີເໜືອໃຕ້ ຖ້າວ່າເກົາຫຼີໃຕ້ຫາກຍັງດໍາເນີນການປ່ອຍໃບປີວ
ໂຄສະນາ ໂດຍໃຊ້ລູກໂປ່ງ helium ນັ້ນ. ລູກໂປ່ງທີ່ຊາວເກົາຫຼີໃຕ້ປ່ອຍໄປຍັງເກົາຫລີ
ເໜືອເມື່ອໄວໆມານີ້ ແມ່ນມີທັງຂໍ້ມູນກ່ຽວກັບການລຸກຮືຂຶ້ນໃນອີຈິບ ຊຶ່ງເປັນຂ່າວທີ່ຖືກຫ້າມ ໃນເກົາຫລີເໜືອນັ້ນ.

XS
SM
MD
LG