ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ເກົາຫຼີໃຕ້ ເລີ້ມຊ້ອມລົບຮ່ວມ ທາງທະຫານ (ວີດີໂອ)


ທະຫານເກົາຫລີໃຕ້ ກໍາລັງເຝິກຊ້ອມ ຍິງປືນໃຫຍ່
ທະຫານເກົາຫລີໃຕ້ ກໍາລັງເຝິກຊ້ອມ ຍິງປືນໃຫຍ່
ເກົາຫລີ​ໃຕ້ ​ແລະ ສະຫະລັດ ​ໄດ້​ເລີ້ມ​ທໍາ​ການ​ຊ້ອມ​ລົບຮ່ວມ​
ກັນປະ​ຈໍາປີ ເຖິງ​ແມ່ນ​ໄດ້​ມີ​ການ​ຄັດຄ້ານ ​ຈາກ​ເກົາຫລີ​ເໜືອ
ທີ່​ກ່າວ​ວ່າ ​ການ​ຊ້ອມ​ລົບ​ດັ່ງກ່າວ ​ເປັນ​ການ​ເຝິກຊ້ອມ​ເພື່ອ
ທໍາ​ການ​ຮຸກ​ຮານ​ຕົນ.

ການ​ຊ້ອມ​ລົບສອງ​ບັ້ນ​ຕິດ​ຕໍ່​ກັນ ທີ່​ຮ້ອງ​ວ່າ Key Resolve
ກັບ Foal Eagle ຫລື ຄວາມ​ຕັ້ງ​ໃຈ​ອັນ​ສໍາ​ຄັນ ​ກັບ ​ແຫລວ
​ນ້ອຍ ​ໄດ້​ເລີ້ມ​ຂື້ນ​ໃນ​ວັນ​ຈັນ​ມື້​ນີ້ ​ເຖິງ​ແມ່ນ​ວ່າ ​ເກົາຫລີ​ເໜືອ
​ໄດ້ຮຽກ​ຮ້ອງ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ໃຫ້ຍົກ​ເລີກ ໂດ​ຍ​ໄດ້ຂູ່​ທີ່​ຈະລົບ​
ລ້າງ​ການ​ເຕົ້າ​ໂຮມ​ບັນດາ​ຄອບ​ຄົວ​ເກົາຫລີ​ໃຕ້ ແຕ່​ພາຍ​ລຸນ​
ມາ ເກົາຫລີ ເໜືອກໍໄດ້​ຕົກ​ລົງ​ໃຫ້​ ການ​ເຕົ້າ​ໂຮມ​ຄອບຄົວມີ
ຂຶ້ນ​ນັ້ນ.

ການ​ຊ້ອມ​ລົບບັ້ນ Key Resolve ຈະ​ດໍາ​ເນີນ​ໄປອາທິດປາຍ ​ແລະ​ສ່ວນ​ໃຫຍ່​ແມ່ນ
​ການ​ໃຊ້ ສະຖານະ​ການ​ຈໍາລອງທາງຄອມ​ພິວ​ເຕີ ​ໃນຂະນະ​ທີ່ການຊ້ອມ​ລົບບັ້ນ
​ແຫລວ​ນ້ອຍ ຊຶ່ງ​ຈະມີ​ຂຶ້ນເປັນ​ເວລາ​ແປດ​ອາທິດນັ້ນ ​ແມ່ນ​ພົວພັນ​ກັບ​ການຝຶກ​ຊ້ອມ
ທາງ​ອາກາດພາກ​ພື້ນ​ດິນແລະທາງ​ທະ​ເລ​ນໍາ.

ມີທະຫານ ສະຫະລັດ ປະມານ 28,000 ຄົນ​ ​ປະ​ຈໍາ​ການ​ຢູ່​ໃນເກົາຫລີ​ໃຕ້ ​ເພື່ອ​ຊ່ວຍ
​ຕ້ານ​ຢັນ ການ​ຮຸກ​ຮານ​ຂອງ ​ເກົາຫລີ​ເໜືອ. ​

US Mexico Drug Lord
please wait
Embed

No media source currently available

0:00 0:01:09 0:00
XS
SM
MD
LG