ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພົນລະເຮືອນ 30 ຄົນ ແລະ ທະຫານ ສຫລ 2 ຄົນເສຍຊີວິດ ໃນການສູ້ລົບ ຢູ່ອັຟການິສຖານ


ຍາດຕິພີ່ນ້ອງ ແລະສະມາຊິກພົນລະເຮືອນ ພາກັນນັ່ງອ້ອມ ຊາກສົບຂອງຜູ້ເສຍຊີວິດ ໃນການປະທະກັນ ລະຫວ່າງ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ແລະພວກທາລິບານ.
ຍາດຕິພີ່ນ້ອງ ແລະສະມາຊິກພົນລະເຮືອນ ພາກັນນັ່ງອ້ອມ ຊາກສົບຂອງຜູ້ເສຍຊີວິດ ໃນການປະທະກັນ ລະຫວ່າງ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ແລະພວກທາລິບານ.

ບັນດາ​ເຈົ້າ​ໜ້າ​ທີ່​ອັ​ຟກາ​ນິສຖານ​ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ພົນລະ​ເຮືອນ​ຢ່າງ​ ໜ້ອຍ 30 ຄົນ ​ຮວມ​ທັງ​ພວກ​ເດັກນ້ອຍ​ຫລາຍ​ຄົນ ຢູ່​ໃນບັນດາ​ຜູ້​ເສຍ​ຊີ​ວິດຈາກ​ການ​ປະ​ທະ​ກັນ ​ໃນ​ຕອນ​ເຊົ້າ​ມືດລະຫວ່າງ ກຳລັງ​ລັດຖະບານ​ທີ່ໜູນ​ຫລັງ​ໂດຍ​ສະຫະລັດ​ແລະ​ພວກ​ທາ​ລິ​ບານ ​ທີ່​ແຂວງ Kunduz ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ກອງທັບ​ສະຫະລັດ​ຍັງ​ໄດ້ຢືນຢັນວ່າ ທະ​ຫານ​ຂອງຕົນ​ສອງ​ຄົນກໍ​ໄດ້​ເສຍ​ຊີວິດ ຢູ່​ໃນ​ການ​ສູ້​ລົບ ໃນ​ຂະນະ​ທີ່​ອີກ​ສອງ​ຄົນ ​ໄດ້​ຮັບ​ບາດ​ເຈັບ.

ການ​ສູ້​ລົບ​ທີ່​ຮ້າຍແຮງ ຢູ່ໃນ​ເຂດ​ຊານ​ເມືອງ​ຂອງເມືອງຫລວງແຂວງດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກກຳລັງອັຟກາ​ນິສຖານ ຊຶ່ງ​ໄດ້​ຮັບການ​ຊ່ວຍ​ເຫລືອຈາກ​ຄູ່​ຮ່ວມ​ງານອາ​ເມຣິກັນ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຄຸ້ມ​ບ້ານຂອງ​ພວກ​ກະບົດ.

ໜ່ວຍພະຍາບານທະຫານສະຫະລັດ ຫາມທະຫານທີ່ໄດ້ຮັບບາດເຈັບ ທີ່ແຂວງ Helmand ອົຟການິສຖານ.
ໜ່ວຍພະຍາບານທະຫານສະຫະລັດ ຫາມທະຫານທີ່ໄດ້ຮັບບາດເຈັບ ທີ່ແຂວງ Helmand ອົຟການິສຖານ.

ຖະ​ແຫຼງການ​ຂອງສະຫະລັດ​ກ່າວວ່າ “ບັນດາ​ສະມາຊິກ​ທະຫານຂອງ​ຕົນ​ໄດ້ຖືກຍິງ ​ໃນ ລະຫວ່າງ​ການ​ເຝິກແອບ ​ແນະນຳ ​ແລະ​ຊ່ວຍຄູ່​ຮ່ວມງານ​ອັຟກາ​ນິສຖານ ​ເພື່ອ​ກວດ​ລ້າງ​ທີ່​ຕັ້ງ​ຂອງ​ພວກ​ທາ​ລິ​ບານ ​ແລະ​ລົບ​ກວນ​ການ​ປະຕິບັດ​ງານ​ຂອງ​ກຸ່ມດັ່ງກ່າວ​ຢູ່​ໃນ​ເຂດ​ເມືອງ Kunduz.”

​ໂຄສົກ​ປະຈຳ​ແຂວງທ່ານ Mehmood Danish ກ່າວ​ວ່າ ສະມາຊິກ​ສີ່​ຄົນຂອງ​ໜ່ວຍ​ກ້າ​ຕາຍ​ອັຟກາ​ນິສຖານ​ກໍ​ເສຍ​ຊີວິດ ​ແຕ່​ວ່າ “​ບໍ່​ເປັນ​ຈັ່ງ​ໂຊກ​ການ​ສູ້​ລົບ​ຍັງ​ໄດ້​ເຮັດໃຫ້​ພົນລະ​ເຮືອນຢ່າງ​ໜ້ອຍ 30 ຄົນເສຍ​ຊີວິດ ຮວມທັງພວກ​ແມ່ຍິງ ​ແລະເດັກ​ນ້ອຍ. ທ່ານ​ກ່າວ​ເພີ້​ມ ວ່າ ອີກ​ຫລາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ. ທ່ານ​ໄດ້​ອ້າງ​ວ່າ ການ​ປະຕິບັດ​ງານຮ່ວມ​ດັ່ງກ່າວ ​ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້ແກ່​ພວກ​ກະບົດທາ​ລິ​ບານ ​ໂດຍ​ໄດ້ສັງຫານ​ພວກ​ເຂົາ 26 ຄົນ.

ທະຫານອັຟການິສຖານ (ຊ້າຍ) ຮ້ອງໃສ່ ພວກນັກລົບທາລິບານ.
ທະຫານອັຟການິສຖານ (ຊ້າຍ) ຮ້ອງໃສ່ ພວກນັກລົບທາລິບານ.

ກ່ອນ​ໜ້ານັ້ນ ປະຊາຊົນໄດ້ພາກັນເດີນ​ຂະ​ບວນ​ຢູ່​ຕາມ​ຖະໜົນ​ຫົນທາງໃນ​ເມືອງ​ Kunduz ​ເພື່ອ​ປະ​ທ້ວງ​ການ​ສັງຫານ​ພົນ​ລະ​ເຮືອນ ​ໂດຍ​ພາກັນ​ຫາມ​ສົບ​ພວກ​ຄົນຕາຍ ປະມານ 20 ຄົນ ຮວມທັງ​ເດັກນ້ອຍ.“

ແຂວງ Kunduz ປະເທດ Afghanistan
ແຂວງ Kunduz ປະເທດ Afghanistan

​ອົງການ​ນິລະ​ໂທ​ດກຳ​ສາກົນ ​ໄດ້​ຮຽກຮ້ອງ​ທຳ​ການ​ສືບ​ສວນໂດຍ​ທັນທີ ຢ່າງ​ລະອຽດ ​ແລະ​ບໍ່ເຂົ້າຂ້າງ​ອອກ​ຂາ ກ່ຽວ​ກັບການ​ໂຈມ​ຕີ​ທາງ​ອາກາດ ທີ່​ມີ​ການ ຖິ້ມ​ໂທດ​ໃສ່​ວ່າ​ເປັນ​ເຫດໃຫ້ພົນລະ​ເຮືອນ​ເສຍ​ຊີວິດ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG