ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານ ສຫລ 2 ຄົນ ເສຍຊີວິດ ແລະ 2 ຄົນ ບາດເຈັບ ໃນການສູ້ລົບ ຢູ່ອັຟການິສຖານ


ເຮລິຄອບເຕີ Chinook ບິນລົງຈອດເພື່ອຮັບເອົາ ພວກທະຫານ ກອງພົນ ໂຕນຈ້ອງ ໜ່ວຍ 101 ຂອງສະຫະລັດ ພາຍຫຼັງຈາກການບຸກຈູ່ໂຈມ ໃນຕອນຄ່ຳຄືນ ຢູ່ທີ່ ເຂດ Yahya Khel, ຂອງແຂວງ Paktika.
ເຮລິຄອບເຕີ Chinook ບິນລົງຈອດເພື່ອຮັບເອົາ ພວກທະຫານ ກອງພົນ ໂຕນຈ້ອງ ໜ່ວຍ 101 ຂອງສະຫະລັດ ພາຍຫຼັງຈາກການບຸກຈູ່ໂຈມ ໃນຕອນຄ່ຳຄືນ ຢູ່ທີ່ ເຂດ Yahya Khel, ຂອງແຂວງ Paktika.

ກອງທັບສະຫະລັດ ກ່າວວ່າ ທະຫານຂອງຕົນ ສອງຄົນ ໄດ້ເສຍຊີວິດ ຍ້ອນບາດແຜ ທີ່ພວກເຂົາໄດ້ຮັບ ໃນລະຫວ່າງການປະຕິບັດການຕໍ່ຕ້ານ ກຸ່ມຕາລີບານ ເມື່ອຕອນ ເຊົ້າມື້ນີ້ ໃນພາກເໜືອຂອງອັຟການິສຖານ.

ແຜນທີ່ເຂດເມືອງ Kunduz, ຂອງອັຟການິສຖານ
ແຜນທີ່ເຂດເມືອງ Kunduz, ຂອງອັຟການິສຖານ

ກອງທັບສະຫະລັດ ໄດ້ກ່າວໃນຖະແຫລງການ ທີ່ນຳ​ອອກ​ເຜີຍ​ແຜ່ ຢູ່ນະຄອນຫຼວງ
ກາບູລ ວ່າ “ສະມາຊິກຂອງກອງທັບ ໄດ້ຖືກຍິງໂຈມຕີ ໃນລະຫວ່າງ ປະຕິບັດ ພາລະກິດ ​ໃຫ້ການຝຶກຊ້ອມ ຄຳແນະນຳ ແລະ ການຊ່ອຍເຫຼືອ ​ແກ່​ກອງທັບ ອັຟການິຖານ ທີ່​ເປັນ​ພາຄີຂອງພວກເຮົາ ເພື່ອກວດລ້າງທີ່ໝັ້ນຂອງກຸ່ມຕາລີບານ
ແລະ ລົບ​ກວນການປະຕິບັດການ ຂອງກຸ່ມດັ່ງກ່າວ ຢູ່ໃນເມືອງ Kunduz.”

ຜູ້ບັນຊາການ ກອງກຳລັງສະຫະລັດ ໃນອັຟການິສຖານ ນາຍພົນ John Nicholson ໄດ້ອະທິບາຍເຖິງການສູນເສຍ ຄື “ຄວາມເສຍອົກເສຍໃຈ” ແລະ ສະແດງຄວາມໂສກ ເສົ້າເສຍໃຈຢ່າງເລີກເຊິ່ງ ໃນນາມກອງກຳລັງຂອງທ່ານ ຕໍ່ບັນດາຄອບຄົວ ແລະ ເພື່ອນໆ ຂອງຜູ້ເຄາະຮ້າຍທັງສອງ.

ທະຫານອັຟການິສຖານ ຄົນໜຶ່ງ ຊູນິ້ວມືຂຶ້ນ ທີ່ເປັນສັນຍາລັກ ຂອງໄຊຊະນະ, ໃນເມືອງ Kunduz, ທາງພາກເໜືອຂອງນະຄອນຫຼວງ Kabul ຂອງອັຟການິສຖານ, ວັນທີ 2 ຕຸລາ 2015.
ທະຫານອັຟການິສຖານ ຄົນໜຶ່ງ ຊູນິ້ວມືຂຶ້ນ ທີ່ເປັນສັນຍາລັກ ຂອງໄຊຊະນະ, ໃນເມືອງ Kunduz, ທາງພາກເໜືອຂອງນະຄອນຫຼວງ Kabul ຂອງອັຟການິສຖານ, ວັນທີ 2 ຕຸລາ 2015.

ທ່ານເວົ້າວ່າ “ພວກທະຫານຂອງພວກເຮົາ ທີ່ບາດເຈັບ ຈະໄດ້ຮັບການຮັກສາປິ່ນປົວ ທີ່ດີທີ່ສຸດ ​ເທົ່າທີ່ເປັນໄປໄດ້ ແລະ ພວກເຮົາແມ່ນຈະຄຳນຶງເຖິງພວກເຂົາເຈົ້າ ແລະ ບັນດາຄອບຄົວຂອງພວກເຂົາເຈົ້າ ໃນມື້ນີ້ ເຊັ່ນກັນ.”

ເຖິງແມ່ນວ່າ ຈະມີເຫດການ ທີ່​ເສົ້າສະຫລົດ​ໃຈ​ເກີດ​ຂຶ້ນ ກໍຕາມ ນາຍພົນທ່ານນີ້ ໄດ້ ກ່າວວ່າ ກອງກຳລັງສະຫະລັດ ແມ່ນໝັ້ນຄົງໃນຄວາມໝັ້ນໝາຍ ຂອງພວກເຂົາເຈົ້າ ເພື່ອຈະຊ່ອຍກອງທັບອັຟການິສຖານທີ່ ​ເປັນ​ພາຄີ ປົກປ້ອງປະເທດຊາດຂອງພວກ ເຂົາເຈົ້າ.

ໂຄສົກຂອງກຸ່ມ ຕາລີບານ ທ້າວ Zabihullah Mujahid ກ່າວວ່າ ນັກລົບຂອງຕົນ 3 ຄົນ ກໍໄດ້ຖືກຂ້າຕາຍ ໃນການປະທະກັນກ່ອນຟ້າແຈ້ງ ຊຶ່ງໄດ້ລະເບີດຂຶ້ນ ຫຼັງຈາກທີ່ກອງທັບ ສະຫະລັດ ໄດ້ບຸກໂຈມຕີ ບ້ານ​ຫຼັງນຶ່ງທີ່ຄວບຄຸມໂດຍພວກກະບົດ ໃນເມືອງ Kunduz.

ໃນຖະແຫລງການສະບັບໜຶ່ງ ທີ່ສົ່ງໄປໃຫ້ສື່ມວນຊົນ ທ້າວ Mujahid ໄດ້​ແຈ້ງຕົວເລກ ຂອງຜູ້ເສຍຊີວິດຂອງກຳລັງສະຫະລັດ ທີ່ສູງກວ່າ ແລະ ອ້າງວ່າ ການປະທະກັນ ທີ່ ຮ້າຍແຮງ ແມ່ນເກີດຂຶ້ນ ​ແລະ​ຕິດຕາມ​ມາ ດ້ວຍ “ກຳລັງຍຶດຄອງ” ຊຶ່ງໝາຍເຖິງ ກຳລັງປະສົມພາຍ​ໃຕ້​ການນຳພາ ຂອງສະຫະລັດ ທຳການໂຈມຕີທາງອາກາດ ໃສ່
ພື້ນທີ່ ທີ່​ມີພົນລະເຮືອນອາ​ໄສ​ຢູ່ ​ເຮັດ​ໃຫ້​ຫລາຍໆ​ຄົນ​ບາດ​ເຈັບ​ລົ້ມຕາຍ.

ອ່ານຂ່າວນີ້ຕື່ມ ເປັນພາສອງອັງກິດ

XS
SM
MD
LG