ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສິບໂທ Bales ຖືກຕັດສິນ ຈຳຄຸກ ຕະຫຼອດ ຊີວິດ (ວີດີໂອ)


ທະຫານອາເມຣິກັນຄົນນຶ່ງ ພວມແນມເບິ່ງ ພວກຊາວບ້ານອັຟການິສຖານ ຊຶ່ງບາງຄົນ ໄດ້ມາໃຫ້ການ ໃນຕົ້ນອາທິດນີ້ ພວມກ່າວຕໍ່ພວກນັກຂ່າວ ຜ່ານນາຍພາສາ ຫລັງຈາກໄດ້ມີການຕັດສິນໂທດ ສິບໂທ Robert Bales (23 ສິງຫາ 2013)
ທະຫານອາເມຣິກັນຄົນນຶ່ງ ພວມແນມເບິ່ງ ພວກຊາວບ້ານອັຟການິສຖານ ຊຶ່ງບາງຄົນ ໄດ້ມາໃຫ້ການ ໃນຕົ້ນອາທິດນີ້ ພວມກ່າວຕໍ່ພວກນັກຂ່າວ ຜ່ານນາຍພາສາ ຫລັງຈາກໄດ້ມີການຕັດສິນໂທດ ສິບໂທ Robert Bales (23 ສິງຫາ 2013)
ສິບໂທທະຫານອາເມຣິກັນ ທີ່ໄດ້ສັງຫານພົນລະເຮືອນຊາວອັຟ
ການິສຖານ 16 ຄົນ ໃນປີກາຍນີ້ ໄດ້ຖືກຕັດສິນໂທດ ໃຫ້ຈຳຄຸກ
ຕະຫຼອດຊີວິດໂດຍປາດສະຈາກຄວາມເປັນໄປໄດ້ໃນການທີ່ຈະ ໄດ້ຮັບການຜ່ອນຜັນໂທດໃຫ້.

ຄະນະຕຸລາການ 6 ຄົນ ທີ່ຄ້າຍທະຫານແຫ່ງນຶ່ງໃນລັດວໍຊິງຕັນ ທາງພາກຕາເວັນຕົກຂອງສະຫະລັດໄດ້ທຳການຕັດສິນລົງໂທດ
ສິບໂທ Robert Bales ໃນວັນສຸກວານນີ້ ຫຼັງຈາກໄດ້ພິຈາລະ
ນາບໍ່ຮອດສອງຊົ່ວໂມງ.

ສິບໂທ Bales ອາຍຸ 40 ປີ ແມ່ນພວມຢູ່ໃນລະຫວ່າງການປະຕິ
ບັດງານຄັ້ງທີ 4 ເວລາລາວທຳການໂຈມຕີ ໃນຕອນກາງຄືນຂອງເດືອນມີນາ ປີ 2012.

ໃນອັນທີ່ໄດ້ກາຍມາເປັນທີ່ຮູ້ຈັກກັນໃນການສັງຫານໝູ່ທີ່ການດາຮານັ້ນສິບໂທ Bales ໄດ້ ຍ່າງໄປຫາສອງບ້ານ ທີ່ຕັ້ງຢູ່ໃກ້ຄຽງ ໃນແຂວງການດາຮາ ແລະກໍຍິງປືນເຂົ້າໃສ່ ພວກຊາວ ບ້ານ. ພວກເຄາະຮ້າຍສ່ວນໃຫຍ່ ເປັນແມ່ຍິງ ແລະເດັກນ້ອຍ ຮວມທັງ 11 ຄົນທີ່ຢູ່ໃນຄອບ
ຄົວດຽວກັນ.

ສິບໂທ Bales ໄດ້ຍອມຮັບຜິດຕໍ່ສານເມື່ອເດືອນມິຖຸນາຜ່ານມາກ່ຽວກັບການສັງຫານຊາວ ບ້ານດັ່ງກ່າວ ໃນການຕົກລົງກັບຄະນະໄອຍະການຂອງສານທະຫານ ເພື່ອຫຼີກລ່ຽງໂທດປະ ຫານຊີວິດ. ຄະນະຕຸລາການໄດ້ພິຈາລະນາເບິ່ງວ່າ ສິບໂທ Bales ມີໂອກາດ ທີ່ຈະໄດ້ຮັບ ການຜ່ອນຜັນໂທດໃຫ້ຫຼືບໍ່ ໃນໄລຍະໃດໄລຍະນຶ່ງ ແລະກໍໄດ້ຕັດສິນຄັດຄ້ານ ຕໍ່ຄວາມເປັນ ໄປໄດ້ດັ່ງກ່າວ.

US SOLDIER AFGHAN MASSACRE
please wait

No media source currently available

0:00 0:00:49 0:00
XS
SM
MD
LG