ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ເກົາຫລີໃຕ້ ຫລຸດການຊື້ ນໍ້າມັນດິບຈາກອີຣ່ານ


ພວກນັກເຄື່ອນໄຫວໂຮຮ້ອງຄໍາຂວັນປະນາມການລົງໂທດຂອງສະຫະ
ລັດຕໍ່ອີຣ່ານ ຢູ່ຕໍ່ໜ້າກະຊວງການ ຕ່າງປະເທດເກົາຫລີໃຕ້ ບ່ອນທີ່ ທ່ານ Robert Einhorn ທີ່ປຶກສາພິເສດດ້ານນີວເຄລຍ ແລະຄວບ
ຄຸມອາວຸດ ປະຈໍາກະຊວງການຕ່າງປະເທດສະຫະລັດ ຈະພົບປະກັນ
ກັບທ່ານ Kim Jae-shin ຮອງລັດຖະມົນຕີຕ່າງປະເທດເ
ພວກນັກເຄື່ອນໄຫວໂຮຮ້ອງຄໍາຂວັນປະນາມການລົງໂທດຂອງສະຫະ ລັດຕໍ່ອີຣ່ານ ຢູ່ຕໍ່ໜ້າກະຊວງການ ຕ່າງປະເທດເກົາຫລີໃຕ້ ບ່ອນທີ່ ທ່ານ Robert Einhorn ທີ່ປຶກສາພິເສດດ້ານນີວເຄລຍ ແລະຄວບ ຄຸມອາວຸດ ປະຈໍາກະຊວງການຕ່າງປະເທດສະຫະລັດ ຈະພົບປະກັນ ກັບທ່ານ Kim Jae-shin ຮອງລັດຖະມົນຕີຕ່າງປະເທດເ

ນັກ​ການ​ທູດ​ຂັ້ນ​ອາວຸ​ໂສຂອງ​ສະຫະລັດ​ທ່ານ​ນຶ່ງ ​ໃນ​ວັນ​ອັງຄານ​ມື້​ນີ້ ຂໍ​ຮ້ອງ​ໃຫ້​ເກົາຫລີ​ໃຕ້​ຫລຸດ​ການ​ສັ່ງ​ຊື້​ນໍ້າມັນ​ດິບ​ຂອງ​ຕົນ​ຈາກ​ອີຣ່ານ​ໃນ​ການ​ໃຫ້​ຄວາມ​ສະໜັບສະໜຸນແກ່​ການ​ລົງ​ໂທດ​ຂອງ​ສະຫະລັດ​ຕໍ່​ກຸງ​ເຕ ຫະຣ່ານ​ໃນ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ທ່ານ Robert Einhorn ທີ່​ປຶກສາ​ດ້ານ​ການ​ຫ້າມ​ແຜ່ຜາຍ​ນີວ​ເຄລຍ​ແລະ​ຄວບ​ຄຸມ​ອາວຸດ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ຍັງ​ໄດ້ ຮຽກຮ້ອງ​ກຸງ​ໂຊລ​ເຊ່ນກັນ​ໃຫ້​ຫລຸດຜ່ອນ​ສາຍ​ພົວພັນ​ດ້ານ​ການຄ້າ​ຂອງ​ຕົນ​ລົງ​ກັບ​ທະນາຄານ​ແຫ່ງ​ຊາດ​ຂອງ​ອີຣ່ານນັ້ນ.

ທ່ານ Einhorn ​ເດີນທາງ​ໄປ​ຮອດ​ກຸງ​ໂຊນ​ໃນ​ວັນ​ຈັນ​ວານ​ນີ້​ເພື່ອ​ທໍາ​ການ​ຢ້ຽມຢາມ​ເປັນ​ເວລາ 3 ມື້. ທ່ານ​ກໍາລັງ​ພະ​ຍາມ​ສະ​ແຫວ​ງຫາ​ການ​ສະໜັບສະໜຸນ​ໃນ​ການ​ອອກ​ກົດໝາຍ​ຂອງ​ສະຫະລັດ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ທີ່​ວາງ​ມາດ​ຕະການ​ທາງ​ດ້ານ​ການ​ເງິນເຂັ້ມ​ງວດ​ຂຶ້ນຕໍ່​ພວກ​ສະ​ຖາ​ບັນ​ຕ່າງໆ​ທີ່​ດໍາ​ເນີນ​ທຸລະ​ກິດ​ກັບ​ທະນາຄານ​ແຫ່ງ​ຊາດ​ອີຣ່ານ. ທາງ​ກຸງ ວໍ​ຊິງ​ຕັນ​ຫວັງ​ວ່າການ​ລົງ​ໂທດ​ເຫລົ່າ​ນີ້​ຈະ​ກົດ​ດັນ​ອີຣ່ານ​ໃຫ້​ປະລະ​ຖິ້ມ ໂຄງການ​ນີວ​ເຄລຍຂອງ​ຕົນ ຊຶ່ງ​ທາງ​ສະຫະລັດ​ສົງ​ໄສ​ວ່າ ​ໂຄງການ​ທີ່ ວ່າ​ນີ້​ແມ່ນ​ໃຊ້​ເພື່ອ​ຜະລິດ​ອາວຸດ​ນີວ​ເຄລຍນັ້ນ.

ທ່ານ Kim Jae-shin ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ກ່າວ​ວ່າ ທ່ານ​
ໃຫ້ການ​ສະໜັບສະໜຸນ​ຢ່າງ​ແຂງ​ແຮງ​ຕໍ່​ຄວາມ​ພະຍາຍາມ​ຂອງ​ນາໆ​ຊາດ​ເພື່ອ​ແກ້​ໄຂ
ເລື້ອງ​ນີວ​ເຄລຍຂອງ​ອີຣ່ານນີ້. ​ແຕ່​ທ່ານ​ກ່າວ​ວ່າ ຫລາຍ​ຄົນ​ໃນ​ເກົາຫລີ​ໃຕ້​ມີ​ຄວາມ​ເປັນ​
ຫ່ວງ​ເປັນໄຍວ່າ ການ​ລົງ​ໂທດ​ດ້ານ​ເສດຖະກິດ​ນີ້​ສາມາດ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​
ການເສດຖະກິດ​ຂອງ​ປະ​ເທດ​ທ່ານ​ໄດ້.

XS
SM
MD
LG