ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະ ເກົາຫລີໃຕ້ ຊ້ອມລົບ ຮ່ວມກັນ


ສະຫະລັດ ແລະ ເກົາຫລີໃຕ້ ເລິມທໍາການ
ຊ້ອມລົບ ປະຈໍາປີ ຮ່ວມກັນໃນວັນຈັນນີ້ ເພື່ອປ້ອງກັນການຮຸກຮານຂອງ ເກົາຫລີເໜືອ.
ສະຫະລັດ ແລະ ເກົາຫລີໃຕ້ ເລິມທໍາການ ຊ້ອມລົບ ປະຈໍາປີ ຮ່ວມກັນໃນວັນຈັນນີ້ ເພື່ອປ້ອງກັນການຮຸກຮານຂອງ ເກົາຫລີເໜືອ.
ກໍາລັງ​ທະຫານ ເກົາຫລີ​ໃຕ້ ​ແລະ ສະຫະລັດ ​ໄດ້ເລີ້​ມທໍາ​ການ​ຊ້ອມ​ລົບ​ຮ່​ວມກັນ ​ໃນ​ວັນ​ຈັນ​ມື້​ນີ້ ​ແນ​ໃສ່ເພື່ອ​ທົດ​ລອງການ​ປ້ອງ​ກັນ ​ຕໍ່​ການ​ໂຈມ​ຕີ​ຈາກ​ເກົາຫລີ​ເໜືອ.

ທັງສອງຝ່າຍ​ກ່າວ​ວ່າ ການ​ຊ້ອ​ມລົບທີ່ເອີ້ນວ່າ “Ulchi Freedom Guardian ຫລື ອຸລຈິ ຜູ້​ພິທັກ​ອິດ​ສະລະ​ພາບ” ​ມີ​ລັກສະນະ​ເປັນ​ການປ້ອງ​ກັນ​. ​ຝ່າຍເກົາ ຫລີ​ເໜືອ ​ໄດ້​ກ່າວ​ອ້າງ​ເປັນ​ປະ​ຈໍາ​ວ່າ ​ການ​ຊ້ອມ​ລົບ​ຢູ່​ໃນເກົາຫລີ​ໃຕ້ນັ້ນ ແມ່ນ​ເເປັນ​ການ​ຝຶກ​ແອບ​ ສໍາລັບ​ເຂົ້າ​ບຸກລຸກເກົາຫລີ​ເໜືອ.

ການ​ຊ້ອມ​ລົບ ທີ່​ໃຊ້ຄອ​ມພິວ​ເຕີ​ຊ່ວຍນີ້ ຈະ​ດໍາ​ເນີນ​ໄປຈົນ​ຮອດ​ວັນ​ທີ 31 ​ເດືອນ​ສິງຫາ ຊຶ່ງມີ​ກໍາລັງ​ທະ​ຫານ ​ເກົາ​ຫລີ​ໃຕ້ ເຂົ້າ​ຮ່ວມປະ​ມານ 56.000 ຄົນ ​ແລະ ທະຫານ​ສະຫະລັດ ປະມານ 30.000 ຄົນ.

ສ່ວນ​ຢູ່​ທີ່​ເກົາຫລີ​ເໜືອ​ນັ້​ນ ຜູ້​ນໍາ​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້​ໄປ​ຢ້ຽມຢາມ​ກອງ​ປືນ​ໃຫຍ່ ທີ່ແນວ​ໜ້າ ຊຶ່ງ​ເປັນ​ໜ່ວຍ​ປືນ​ໃຫຍ່ຂອງ​ເກົາຫລີ​ເໜືອ ທີ່ໄດ້​ຍິງ​ຖະຫລົ່ມເກາະ​ຂອງ​ເກົາຫລີ​ໃຕ້​ໃນ​ປີ 2010 ນັ້ນ. ທ່ານ​ໄດ້​ບອກ​ແກ່​ກອງ​ທະຫານ​ຂອງ​ທ່ານ​ວ່າ ຢ່າປ່ອຍ​ໃຫ້​ສັດ​ຕູເຂົ້າ​ມາ​ຮຸກ​ຮານເປັນເດັດ​ຂາດ. ​
XS
SM
MD
LG