ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ ເກົາຫຼີເໜືອ 7 ຄົນ


ລາຍການຂ່າວໂທລະພາບ ສະແດງ ຮູບພາບນາງ Kim Yo Jong, ນ້ອງສາວຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຢູ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 27 ພະຈິກ 2014.
ລາຍການຂ່າວໂທລະພາບ ສະແດງ ຮູບພາບນາງ Kim Yo Jong, ນ້ອງສາວຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ຢູ່ສະຖານີລົດໄຟໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 27 ພະຈິກ 2014.

ສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ພວກເຈົ້າໜ້າທີ່ ເກົາຫຼີເໜືອ 7 ຄົນ, ລວມທັງ ນ້ອງສາວຂອງຜູ້ນຳທ່ານ Kim Jong Un ດ້ວຍ, ​ໃນສິ່ງທີ່ພວກເຂົາເຈົ້າເອີ້ນວ່າ “ການ ລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງ ແລະກິດຈະກຳການກວດກາສື່ມວນຊົນຕ່າງໆ ທີ່ກຳລັງດຳເນີນຢູ່.”

ສອງອົງການລັດຖະບານ ເກົາຫຼີເໜືອ ລວມມີກະຊວງແຮງງານ ແລະ ຄະນະກຳມະທິການ ແຜນການລັດຖະບານ ກໍ​ໄດ້ຖືກລົງໂທດເຊັ່ນກັນໃນວັນພຸດວານນີ້.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ທີ່ຮັບຜິດຊອບ​ໃນເລື່ອງ ປະຊາທິປະໄຕ, ສິດ ທິມະນຸດ ແລະ ແຮງງານ ທ່ານ Tom Malinowski ໄດ້ກ່າວຕໍ່ວີໂອເອໃນວັນພຸດວານນີ້ວ່າ “ພວກເຮົາຮູ້ວ່າພວກເຂົາແມ່ນໃຜ, ພວກເຮົາຮູ້ຊື່ຂອງພວກເຂົາ, ພວກເຂົາຫາບ່ອນລີ້ ບໍ່ໄດ້ດອກ.”

ທ່ານ Malinowski ໄດ້ກ່າວວ່າ ສະຫະລັດ ບໍ່ຫວັງວ່າມາດຕະການໃໝ່ ຫຼື ຫຼັກເກນໃດໆ ຂອງນະໂຍບາຍ ວໍຊິງຕັນ “ຈະນຳໄປສູ່ການປ່ຽນແປງຢ່າງກະທັນຫັນໃນ ເກົາຫຼີເໜືອ,” ແຕ່ຫວັງວ່າມັນຈະມີຜົນກະທົບພໍສົມຄວນ.

ມາດຕະການລົງໂທດນີ້ ຈະກັກ​ຊັບ​ສິນ​ແລະຜົນປະໂຫຍດຂອງພວກ​ເຂົາຢູ່​ໃນ ສະຫະລັດ. ໂດຍທົ່ວໄປແລ້ວປະຊາຊົນ ສະຫະລັດ ແມ່ນຖືກຫ້າມຈາກການເຮັດທຸລະກິດກັບເຈົ້າໜ້າ ທີ່ ເກົາຫຼີເໜືອ 7 ຄົນ ແລະ ອົງການຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG