ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຕິຕຽນ ຫວຽດນາມ ​​ຍ້ອນຄຸມ​ຂັງ ພວກນັກ​ເຄື່ອນໄຫວ ສິດທິມະນຸດ


ዙር ጋቦን ብኤርትራዊ ብሉጽ ኣፍሪቃዊ ተቐዳዳማይ ብሽክለታ ዳንኤል ተኽለሃይማኖት ተመሪቑ ተኸፊቱ 
ዙር ጋቦን ብኤርትራዊ ብሉጽ ኣፍሪቃዊ ተቐዳዳማይ ብሽክለታ ዳንኤል ተኽለሃይማኖት ተመሪቑ ተኸፊቱ 

ສະຫະລັດ ຕຳໜິຕິຕຽນ ຫວຽດນາມ ກ່ຽວກັບ​ການ​ຄຸມ​ຂັງ ນັກ
​ເຄື່ອນໄຫວເພື່ອສິດທິມະນຸດ 3 ຄົນ​ດົນເຖິງ 3 ປີ​ ​ໃນ​ຂໍ້​ຫາ​ຂັດ
ຂວາງ​ການ​ສັນຈອນໄປມາ ​ໃນ​ທ້ອງ​ຖະໜົນ.

ພວກ​ນັກ​ຕໍ່​ຕ້ານລັດຖະບານຈຸດັ່ງກ່າວ ​ໄດ້​ຖືກ​ຈັບ​ກຸມ ​ໃນ​ຕົ້ນປີ​ນີ້
​ໃນ​ຂະນະ​ທີ່ພວກ​ເຂົາເຈົ້າກຳລັງຂີ່​ລົດຈັກ​ເປັນ​ຂະ​ບວນ​ ​ເພື່ອໄປ
ຢ້ຽມຢາມ ອະດີດ​ນັກ​ໂທດ​ທາງ​ການ​ເມືອງ​ຄົນ​ນຶ່ງ.

ໃນວັນອັງຄານວານນີ້ ສານ​ທີ່ແຂວງ​ Dong Thap ໃນພາກ​ໃຕ້
ຂອງ​ປະ​ເທດ ​ໄດ້ພົບເຫັນ​ວ່າ ​ພວກ​ເຂົາມີຄວາມ​ຜິດ​ ໃນ​ຂໍ້​ຫາ
“ກໍ່​ຄວາມ​ວຸ້ນ ວາຍ​ໃນ​ສັງຄົມ.”

Bui Thi Minh Hang ​ຊຶ່ງ​ເປັນ​ຜູ້​ໂດດ​ເດັ່ນ​ກ່ອນໝູ່ຂອງ​ທັງ 3 ຄົນ​ນັ້ນ ໄດ້ຮັບໂທດຈຳຄຸກ
3 ປີ. Nguyen Thi Thuy Quynh ​ໄດ້​ຮັບ​ໂທດຈຳ​ຄຸກ 2 ປີ ​ໃນ​ຂະນະ​ທີ່ Nguyen Van
Minh ​ໄດ້​ຮັບ​ໂທດຈຳ​ຄຸກ 2 ປີເຄິ່ງ.

ສະຖານທູດ​ສະຫະລັດ​ປະຈຳ​ຫວຽດນາມ ​ຢູ່ນະຄອນ​ຮາ​ໂນ່ຍ ຖະແຫລ​ງ ວ່າ ມັນເປັນ “ທີ່
ໜ້າກັງວົນຢ່າງ​ເລີກ​ເຊິ່ງ”
ກ່ຽວ​ກັບ ການ​ຕັດສິນ ​ແລະ ​ເປັນ​ທີ່​ໜ້າ​ຕົກ​ໃຈ ທີ່ຫວຽດນາມ
​ໄດ້​ນຳໃຊ້ກົດໝາຍ​ ກໍ່​ຄວາມ​ວຸ້ນວາຍ​ໃນ​ສັງຄົມ​ຕ່າງໆ ​ເພື່ອ​ປິດ​ປາກ​ປິດສຽງ ຂອງ​ພວກ​ຕໍ່
ຕ້ານ​ລັດຖະບານ.

ຖະ​ແຫລ​ງຂ່າວດັ່ງກ່າວ ​ຍັງໄດ້​ຮຽກ​ຮ້ອງ​ໃຫ້ຫວຽດນາມປ່ອຍ​ນັກ​ເຄື່ອນໄຫວເພື່ອສິດທິມະ
ນຸດ ທັງ 3 ຄົນ​ໂດຍ​ທັນທີ ​ແລະປາດ​ສະ​ຈາກ​ເງື່ອນ​ໄຂ​ໃດໆພ້ອມ​ກັນກັບພວກນັກໂທດຈິດ ສຳນຶກອື່ນໆທັງ​ໝົດ.

XS
SM
MD
LG