ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກູ້ໄພ ທ່ານໝໍອາເມຣິກັນ ເຮັດໃຫ້ທະຫານ ສຫລ ເສຍຊີວິດ ນຶ່ງຄົນ


ການ​ຊ່ວຍ​ຊີວິດ ທ່ານໝໍ​ອາ​ເມຣິກັນ​ຜູ້​ນຶ່ງ ຊຶ່ງ​ເຈົ້າ​ໜ້າ​ທີ​ກ່າວ​
ວ່າ ​ຖືກ ພວກ​ຕາ​ລີ​ບັນ ລັກພາ​ໂຕ ຢູ່​ໃນ​ອັ​ຟກາ​ນິສຖານ ​ໄດ້​
ເຮັດ​ໃຫ້​ທ​ະຫານ​ອາ​ເມຣິກັນ ​ເສຍ​ຊີວິດ​ໄປ​ນຶ່ງ​ຄົນ.

​ໂຄສົກອົງການ NATO ທ່ານ​ນຶ່ງ​ໄດ້ຖະ​ແຫຼງກ່ຽວກັບ​ການກູ້
​ໄພ ດຣ. Dilip Joseph ​ໃນ​ວັນ​ອາທິດ​ວານ​ນີ້ ຈາກ​ພວກ​
ລັກພາ​ໂຕ ​ທີ່​ທ່ານ​ກ່າວ​ວ່າ “ຕິດ​ອາວຸດ​ໜັກ” ພ້ອມ​ດ້ວຍ​ປືນ ​
ແລະລະ​ເບີດ RPG.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ກໍໄດ້​
ຖະ​ແຫຼ​ງກ່ຽວ​ກັບ ການ​ເສຍ​ຊີວິດຂອງ​ທະຫານ​ສະຫະລັດ​ຄົນ​
|ນັ້ນ ​ໃນ​ວັນ​ອາທິດວານ​ນີ້ ​ໂດຍ​ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ຊຶ່ງ​ເປັນ
ສະມາຊິກທີ​ມປະ​ຕິ​ບັດ​ການພິ​ເສດ ພ້ອມ​ດ້ວຍ​ເພື່ອນຮ່ວມ​ທີມ
ຂອງ​ລາວ “ເຕືອນພວກ​ເຮົາ​ອີກ​ຄັ້​ງນຶ່ງ​ ເຖິງການຮັບ​ໃຊ້​ທີ່​ບໍ່ເຫັນ
ແກ່​ໂຕ ທີ່ເຮັດ​ໃຫ້​ປະເທດຂອງ​ເຮົາ​ເຂັ້ມ​ແຂງ​ ປອດໄພ ​ແລະ​ເສລີ ຢູ່​ສະ​ເໝີ.” ລັດຖະມົນຕີ
​ປ້ອງ​ກັນ​ປະ​ເທດ ທ່ານ Leon Panetta ກໍ​ໄດ້​ຍ້ອງຍໍ​ຜູ້ກ່ຽວວ່າ​ເປັນ “ວິລະບູຣຸດ​ສີ້​ນຊີບ​.”

ດຣ. Dilip Joseph ໄດ້ຖືກຊ່ອຍຊີວິດໄວ້ໃນຕອນ​ເຊົ້າ​ວັນ​ອາທິດວານນີ້ ​ໂດຍ​ການ​ປະຕິບັດ
​ງານຮ່ວມ​ກັນ ລະຫວ່າງກໍ​າລັງ​ທະຫານສະຫະລັດ ​ແລະອັຟກາ​ນິສຖານ ຫລັງ​ຈາກ​ຂ່າວ​ສືບ​ລັບ​ ສະ​ແດງໃຫ້​ເຫັນວ່າ ທ່ານຕົກຢູ່​ໃນ​ອັນຕະລາຍ ທີ່​ໃກ້ຈະ​ໄດ້​ຮັບ​ບາດ​ເຈັບ ຫລື​ອາດ​ ຖືກ​ຂ້າ​ຕາຍ. ລາຍ​ງານ​ເວົ້າ​ວ່າ ທະຫານ​ອາ​ເມຣິກັນ ທີ່​ຖືກ​ສັງຫານ​ໃນ​ການ​ກູ້​ໄພນັ້ນ ​
ເປັນສ​ະມາ​ຊິກ​ຂອງໜ່ວຍ Navy SEALS.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ດຣ. Joseph ​ແລະ​ເພື່ອນ​ຮ່ວມງານ​ ອັຟກາ​ນິສຖານ ສອງ​ຄົນ ​ ໄດ້​ຖືກ​ລັກພາ​ໂຕ​ໃນ​ວັນ​ພຸດ​ແລ້ວ​ນີ້ ຢູ່​ນອ​ກ​ເມືອງ​ຫລວງ​ຂອງອັຟກາ​ນິສຖານ ​ໃນເຂດ​ເມືອງ Sarobi ຂອງ​ແຂວງ Kabul. ຊາວ​ອັຟກາ​ນິສຖານ ສອງ​ຄົນ​ ໄດ້​ຖືກ​ປ່ອຍ​ໂຕ​ໃນ​ວັນ​ເສົາ ຫລັງ​ຈາ​ກໄດ້​ມີ​ການ​ຕໍ່​ລອງ​ກັນ​ເປັນ​ເວລາ​ນານ.

ທັງ​ສາມ​ຄົນ​ເຮັດ​ວຽກ​ໃຫ້​ແກ່ອົງການ Morning Star Development ທີ່​ຕັ້ງ​ຢູ່​ລັດ Colorado ເປັນ​ອົງການ​ຊ່ວຍ​ບັນ​ເທົາ​ທຸກ​ຂອງ ສະຫະລັດ ທີ່​ໃຫ້ການຊ່ວຍ​ເຫລືອ​ໃນດ້ານການ​ສ້າງ​ຕັ້ງ​ປະຊາ​ຄົມຄືນ​ໃໝ່ ​ໃນ​ອັຟກາ​ນິສຖານ.​
XS
SM
MD
LG