ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຕັດສິນລົງໂທດ ວິສະວະກອນ ອີຣ່ານ ໃນຄະດີ ລັກຂະໂມຍ ຄວາມລັບ


ເຮືອບິນລົບ F-22 ຂອງສະຫະລັດ ທີ່ບິນຜ່ານຖານທັບອາກາດ ໂປແລນ ໃນເມືອງ Lask.
ເຮືອບິນລົບ F-22 ຂອງສະຫະລັດ ທີ່ບິນຜ່ານຖານທັບອາກາດ ໂປແລນ ໃນເມືອງ Lask.

ນັກວິສະວະກອນອີຣ່ານ-ອາເມຣິກັນຄົນນຶ່ງ ໄດ້ຖືກຕັດສິນ
ລົງໂທດໃຫ້ຕິດຄຸກຫຼາຍກວ່າແປດປີ ທີ່ໄດ້ສົ່ງເອກກະສານ
ສຳຄັນທາງທະຫານສະຫະລັດໄປໃຫ້ປະເທດອີຣ່ານທີ່ເປັນ
ບ້ານເກີດເມືອງນອນຂອງລາວ.

ບັນດາໄອຍະການ ສະຫະລັດ ກ່າວວ່າ ທ້າວ Mozaffar
Khazaee ທີ່ໄດ້ເຮັດວຽກເປັນພະນັກງານສັນຍາຈ້າງໃຫ້
ແກ່ກະຊວງປ້ອງກັນປະເທດສະຫະລັດ ໄດ້ລັກຂະໂມຍ
ແລະນຳເອົາຂໍ້ມູນກ່ຽວກັບໂຄງການເຄື່ອງຈັກເຣືອບິນລົບ
ສະຫະລັດ ໄປໃຫ້ອີຣ່ານ ມາເປັນລະຍະເວລາຫລາຍປີ.

ທ້າວ Khazaee ອາຍຸ 61 ປີ ທີ່ຖືສອງສັນຊາດ ໄດ້ຖືກຈັບໃນເດືອນມັງກອນ ປີ 2014 ໃນຂະນະທີ່ລາວກຳລັງໜີອອກຈາກສະຫະລັດພ້ອມດ້ວຍເອກກະສານອັນສຳຄັນທາງ
ທະຫານຂອງສະຫະລັດ ຢູ່ໃນຫີບຂອງລາວ.ທ້າວ Khozaee ໄດ້ບອກຜູ້ພິພາກສາ ຢູ່
ທີ່ລັດ Connecticut ວ່າ ລາວມີຄວາມເສຍໃຈທີ່ສຸດໃນການກະທຳຜິດຂອງລາວແລະ
ໄດ້ຂໍຮ້ອງໃຫ້ຜ່ອນຜັນການລົງໂທດຕໍ່ລາວ. ສານໄດ້ຕັດສິນລາວໃຫ້ຕິດຄຸກແປດປີແລະ
ນຶ່ງເດືອນ ແລະສັ່ງໃຫ້ລາວຈ່າຍຄາປັບໃໝ 50,000 ໂດລາ.

ບັນດາໄອຍະການ ກ່າວວ່າ ການວິເຄາະເບິ່ງຄອມພິວເຕີຂອງທ້າວ Khazaee ສະແດງ
ໃຫ້ເຫັນວ່າ ລາວໄດ້ສົ່ງໜັງສື ໄປຫາມະຫາວິທະຍາໄລອີຣ່ານ ຫລາຍແຫ່ງ ໂດຍແຈ້ງວ່າ ລາວໄດ້ຮຽນກ່ຽວກັບ “ເທັກນິກສຳຄັນ ທີ່ສາມາດສົ່ງໄປຫາ ອຸດສາຫະກຳຂອງພວກເຮົາ
ແລະມະຫາວິທະຍາໄລຕ່າງໆ.”

ໄອຍະການກ່າວວ່າ ໃນປີ 2013 ທ້າວ Khazaee ໄດ້ພະຍາຍາມທີ່ຈະສົ່ງຫີບບັນຈຸ
ຂະໜາດໃຫຍ່ໄປອີຣ່ານ ທີ່ຮວມທັງຄູ່ມືຫຼາຍທາງດ້ານເທັກນິກທີ່ສຳຄັນຫຼາຍພັນເຫຼັ້ມ
ຮູບແຕ້ມ ແລະຂໍ້ມູນກ່ຽວກັບເຄື່ອງຈັກເຮືອບີນລົບອາຍພົ່ນຂອງທະຫານສະຫະລັດ.

ກະຊວງຍຸຕິທຳສະຫະລັດ ກ່າວວ່າ ການວິເຄາະໂດຍກອງທັບອາກາດສະຫະລັດ ໄດ້
ລົງຄວາມເຫັນວ່າ “ຂໍ້ມູນເທັກນິກ ທີ່ ທ້າວ Khazaee ໄດ້ລັກເອົາໄປນັ້ນ ຈະຊ່ວຍໃຫ້
ອີຣ່ານ “ກ້າວໂດດໄປໜ້າ” ໄດ້ເຖິງ 10 ປີ ຫລືຫລາຍກວ່າຢູ່ໃນການຄົ້ນຄວ້າແລະການ
ພັດທະນາ ກ່ຽວກັບເຄື່ອງຈັກ ເຮືອບິນອາຍພົ່ນທະ ຫານ.

XS
SM
MD
LG