ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດຈະສົ່ງທູດພິເສດ ໄປຊູດານໃຕ້ ເພື່ອຊ່ວຍ ຈັດແຈງ ກອງປະຊຸມ ສະງົບເສິກ (ວີ​ດີ​ໂອ/ສະ​ໄລ​ດ໌)


ທະຫານຮັກສາສັນຕິພາບ ສະຫະປະຊາຊາດ ຍ້າຍຫີບ ສົບທະຫານອິນເດຍ ທີ່ຖືກສັງຫານ ອອກຈາກລົດ
ທະຫານຮັກສາສັນຕິພາບ ສະຫະປະຊາຊາດ ຍ້າຍຫີບ ສົບທະຫານອິນເດຍ ທີ່ຖືກສັງຫານ ອອກຈາກລົດ
ລັດຖະມຸນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​
ວ່າ ທ່ານ​ກໍາລັງ​ສົ່ງ​ທູດ​ພິ​ເສດ ​ໄປ​ຍັງ​ປະ​ເທດ​ຊູ​ດານ​ໃຕ້ ​ເພື່ອ​ຊຸກ
ຍູ້​ໃຫ້​ມີ​ການ​ສົນທະນາ​ກັນ ລ​ະຫວ່າງ​ບັນດາຝ່າຍ​ຄ້ານ ຢູ່​ໃນ​ປະ
​ເທດໃໝ່​ສຸດ​ຂອງໂລ​ກ.

ທ່ານ​ Kerry ກ່າວ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ວ່າ ​ເອກ​ອັກຄະ​ລັດ
ຖະ ທູດ Donald Booth ຈະເດີນທາງ​ໄປ​ຍັງຂົງ​ເຂດ​ນັ້ນໂດຍ​ທັນ​
ທີ ​ເພື່ອ​ຊ່ວຍຈັດ​ແຈງ​ໃຫ້​ມີ​ການເຈລະຈາ​ກັນ ​ເພື່ອ​ຍຸດຕິຄວາມ​ຮຸນ
​ແຮງ ທີ່​ໄດ້​ເກີດ​ຂື້ນ ​ຫລັງ​ຈາກປະທານາທິບໍດີ Salva Kiir ​ທີ່​ເປັນ​
ຄົນເຜົ່າ Dinka ​ໄດ້​ກ່າວ​ຫາ​ອະດີດ​ຮອງ​ປະທານາທິບໍດີ Riek
Machar ຄົນ​ເຜົ່າ Nuer ວ່າ​ ພະຍາຍາມກໍ່​ການ​ລັດຖະປະຫານ.​

ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ກໍ້າ​ສອງຝ່າຍ ຫາ​ທາງ
“​ແກ້​ໄຂວິ​ກິດ​ການ​ຢ່າງ​ສັນຕິແລະໂດຍ​ໄວ” ແລະເຕືອນ​ວ່າ ການຂັດ​ແຍ້ງດ້ານ​ການ​ເມືອງ
ທີ່​ວ່າ​ນີ້ ອາດສາມາດສົ່ງຜົນກະທົບ ຕໍ່ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໄດ້.


ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ມີ​ພົນລະ​ເຮືອນຢ່າງ​ໜ້ອຍ 11 ຄົນ ​ແລະ
ທະຫານ​ຮັກສາ​ສັນ​ຕິພາບ​ສອງ​ຄົນ ​ໄດ້​ຖືກ​ສັງຫານ ​ໃນການ​ໂຈມຕີ​ໃນ​ວັນ​ພະຫັດ ຕໍ່​ ຄ້າຍ​
ທະຫານ Akobo ຂ​ອງສະຫະ​ປະຊາ​ຊາດ ​ໃນຊູ​ດານໃຕ້. ​ໃນ​ເບື້ອງ​ຕົ້ນ ໜ່ວຍ​ປະຕິບັດງານ​
ທີ່ຊູ​ດານ​ໃຕ້ ​ຂອງ​ສະຫະປະຊາ​ຊາດ ໄດ້ລາຍ​ງານຈໍານວນການ​ເສຍ​ຊີວິດທີ່ສູງກ່ວາ​ນັ້ນ
ຢູ່​ຄ້າຍ Akobo ບ່ອນ​ທີ່​ເຮືອບິນເຮ​ລີ​ຄອບ​ເຕີ ສະຫະ​ປະຊາ​ຊາດ ​ໄດ້​ຍົກຍ້າຍ​ເອົາ​ບັນດາ
ຜູ້​ທີ່​ຍັງ​ລອດ​ຊີວິດ​ຢູ່​ນັ້ນ​ ອອກໄປ​ໃນ​ວັນ​ສຸກ​ວານ​ນີ້.

ໜ່ວຍປະຕິບັດ​ງານ​ທີ່ຊູ​ດານ​ໃຕ້ ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ຄວາມ​ຮຸນ​ແຮງ​ໄດ້​ເກີດ
ຂື້ນຫລັງຈາກມີຊາວ​ໜຸ່ມ ຖື​ອາວຸດ 2000 ຄົນ​ ທີ່​ເຊື່ອ​ວ່າ​ເປັນ​ເຜົ່າ Nuers ​ໄດ້​ອ້ອມຄ້າຍ
ທະຫານ​ໄວ້ ​ແລະ​ເປີ​ດສາກ​ຍິງ​ໃສ່. ສະຫະ​ປະຊາ​ຊາດກ່າວ​ວ່າ ​ເຂົາ​ເຈົ້າ​ພາກັນ​ແນ່ເປົ້າ​
ໝາຍໃສ່ ບັນດາ​ສະມາຊິກເຜົ່າ Dinka ທີ່​ພາກັນ​ລີ້​ໄພ​ຢູ່​ໃນ​ຄ້າຍ​ທະຫານນັ້ນ. ບັນດາ​
ທະຫານ​ຮັກສາ​ສັນຕິ​ພາບກ່າວ​ວ່າ ​ເຂົາເຈົ້າພະຍາຍາມ​ຈະເຈລະຈາກັບພວກ​ໂຈມ​ຕີ ​ແຕ່​
ກັບ​ໄດ້ “ຖືກ​ໂຈມ​ຕີ​ຢ່າງ​ບໍ່ຢຸດ​ຢັ້ງ.” ​

Sudan
please wait
Embed

No media source currently available

0:00 0:01:23 0:00
















XS
SM
MD
LG