ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ສົ່ງເຮືອບິນ B-52 ບິນ​ເຂົ້າ​ໄປ ໃກ້​ກັບໝູ່ເກາະໃນທະເລຈີນໃຕ້ ທີ່ຈີນ ອ້າງກຳ​ມະ​ສິດ


ເຮືອບິນຖີ້ມລະເບີດ B-52 ຂອງກອງທັບອາກາດ ສະຫະລັດ ຈາກຖານທັບ Anersen ທີ່ເກາະ Guam.
ເຮືອບິນຖີ້ມລະເບີດ B-52 ຂອງກອງທັບອາກາດ ສະຫະລັດ ຈາກຖານທັບ Anersen ທີ່ເກາະ Guam.

ບັນດາ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ສະຫະລັດ ກ່າວ​ວ່າ ​ເຮືອບິນ
B-52 ສອງ​ລຳ ​ໄດ້​ບິນ​ຢູ່​ໃກ້​ກັບ​ບັນດາ​ໝູ່​ເກາະ ບ່ອນ​ທີ່ໂຕ້​ຖຽງ
ກັນ​ໃນ​ທະ​ເລ​ຈີນໃຕ້ ​ໃນ​ຕົ້ນ​ອາທິດ​ນີ້ ​ແລະ​ໄດ້​ຮັບ​ການ​ເຕືອນ​
ທາງ​ປາກ​ຈາກ​ຈີນ ຢູ່​ຫໍ​ຄວບຄຸມ​ທາງ​ພາກ​ພື້ນ​ດິນ​ອັນ​ເປັນເຫດ
ການເທື່ອ​ຫລ້າສຸດ ທີ່ ວໍ​ຊິງ​ຕັນ ​ໄດ້​ທ້າ​ທາຍ ການ​ຂະຫຍາ​ຍ
​ການອ້າ​ງ​ເອົາ​ດິນ​ແດນ​ຂອງ ຈີນ ຢູ່​ທີ່​ນັ້ນ.

ບັນດາ​ເຣືອບິນ​ຖີ້ມລະ​ເບີດ ທີ່​ຂຶ້ນ​ຈາກ ແລະ​ກັຍຄືນ​ມາ​ຖານ​
ທັບ​ສະຫະລັດ ຢູ່​ເກາະ Guam ​“ໄດ້​ປະຕິບັດ​ງານ​ເປັນ​ປະຈຳ
ຢູ່​ນ່ານຟ້າ​ສາກົນ ​ໃນ​ເຂດ​ໝູ່​ເກາະ Spratly” ​ໃນ​ເດືອນ​ພະຈິກ
ທີ 8 ​ແລະ 9 ອ້າງ​ອີ​ງຕາມຜູ້​ບັນຊາ​ການ ທ່ານ Bill Urban ​ໂຄ
ສົກ​ທຳນຽບຫ້າ​ແຈ ກ່າວ​ໃນ ວັນ​ພະຫັດ​ວານ​ນີ້.

ເຮືອລົບ ສະຫະລັດ USS Lassen (DDG 82) ປະຕິບັດງານຢູ່ນ່ານນໍ້າສາກົນ.
ເຮືອລົບ ສະຫະລັດ USS Lassen (DDG 82) ປະຕິບັດງານຢູ່ນ່ານນໍ້າສາກົນ.

​ທ່ານ Urban ກ່າວ​ວ່າ ເຮືອບິນ​ສອງ​ລຳ ​“ໄດ້​ຮັບຄຳ​ເຕືອນ​ຈາກ​ປາກ​ສອງເທຶ່ອ ຈາກ​ຫໍ​ຄວບ​ຄຸມຈີນ ​ຢູ່​ພາກ​ພື້ນ​ດິນ ​ເຖິງ​ແມ່ນ​ບໍ່​ໄດ້​ເຂົ້າ​ໄປ​ໃກ້​ລະຫວ່າງລັດສະໝີ 15 ​ໄມ​ລ ຫລື 28 ກິ​ໂລ​ແມດ​ໃນທິດ​ທາງ​ໃດ.” ​“​ເຮືອບິນ​ສອງ​ລຳ​ໄດ້​ດຳ​ເນີນ​ການປະ​ຕິບັດ​ງານຂອງ​ເຂົາ​ເຈົ້າ ປາດ​ສະ​ຈາກ​ອຸປະຕິ​ເຫດ ​ແລະ​ຕະຫລອດ​ເວລາ ​ໄດ້​ປະຕິບັດ​ງານ​ຢ່າງ​ເຕັ​ມທີ່ ຕາ​ມ​ກົດ​ໝາຍ​ສາກົນ.”

​ເລຂາ​ທິການ​ຂ່າວທຳ​ນຽບຫ້າ​ແຈ ທ່ານ Peter Cook ຍັງ​ໄດ້​ຢືນຢັນ​ການບິນ ທີ່​ທ່ານ​ກ່າວວ່າ ບໍ່​ໄດ້​ອອກ​ນອກຈາກ​ຄວາມ​ເປັນ​ປົກກະຕິ.” ທ່ານ​ໄດ້​ກ່າວ​ລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ​ໃນ​ວັນ​ສຸກມື້​ນີ້ ກ່າວ​ວ່າ ປັກ​ກິ່ງ ບໍ່​ເຫັນ​ດີ “ການ​ປະຕິບັດ​ງານ ທີ່​ທໍາລາຍ​ຄວາມ​ເປັນ​ເອກ​ກະລາດຂອງ​ຈີນ ​ແລະ​ຄວາມ​ໝັ້ນຄົງ ພາຍ​
ໃຕ້ຂໍ້​ແກ້​ໂຕ​ຂອງ ການບິນ​ຢ່າງ​ເສລີ ​ແລະ​ການບິນ​ຜ່ານ.”

XS
SM
MD
LG