ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ເພີ້ມກຳລັງພິເສດ ທີ່ສົ່ງໄປຊ່ວຍຊອກຫາ ຂຸນເສິກ Kony ທີ່ ຢູການດາ (ວີດີໂອ)


ສະຫະລັດ ຈະ​ເພີ້​ມຂຶ້ນ​ເປັນ​ຫລາຍ​ກ່ວາ​ສອງ​ເທົ່າ​ໂຕ ກອງ
ກຳລັງ​ປະຕິບັດ​ງານພິ​ເສດຂອງ​ຕົນ ທີ່​ສົ່ງ​ໄປ​ຊ່ວຍ​ຊອກ​ຫາ
​ ຂຸນ​ເສິກ Josep Kony ​ໃນ​ປະ​ເທດ​ຢູການ​ດາ​ນັ້ນ.

ປະ​ທາ​ນາ​ທິບໍດີ Barack Obama ​ໄດ້​ສັ່ງ​ໃຫ້​ສົ່ງ​ທະຫານ
​ອີກ ປະມານ 150 ຄົນ ​ແລະ​ ເຮືອບິນ CV-22 ຢ່າງ​ໜ້ອຍ
​ສີ່ລຳ ​ໄປຍັງຢູການ​ດາ ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ຄັ້ງ​
ທຳ ​ອິດ​ທີ່ ສະຫະລັດ​ໄດ້​ສົ່ງ​ເຮືອບິນ​ທະຫານ ​ໄປ​ຊອກ​ຫາ
ນາຍ Kony ​ແລະ​ພວກ​ນັກ​ລົບ​ຂອງເຂົາ.

ການ​ຊອກ​ຫາ ​ໄດ້​ເນັ້ນ​ໜັກ​ໃສ່ເຂດປ່າດົງ ທີ່ກວມ​ບໍລິ​ເວນ
​ຊາຍ​ແດນລະຫວ່າງ ປະ​ເທດ​ຊູ​ດານໃຕ້ ສາທາລະນະ​ລັດອາ​ຟຣິກາກາງ ​ແລະສາທາ
ລະນະ​ລັດປະຊາ ທິປະ​ໄຕຄອງ​ໂກ.

​ໃນ​ເບື້ອງ​ຕົ້ນ ທ່ານ Obama ໄດ້​ສົ່ງກຳລັງ​ທະຫານ​ພິ​ເສດ ປະມານ 100 ຄົນ ​ໄປ​ຍັງ​
ຂົງ​ເຂດນັ້ນ ​ໃນ​ປີ 2011 ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ໃຫ້ການສະໜັບສະໜຸນ​ແກ່ ໜ່ວຍ​ງານ​
ສະ​ເພາະກິດ​ປະຈຳ​ຂົງ​ເຂດ ຂອງສະຫະພາບອາ​ຟຣິກາ ທີ່​ມີ​ຈຳນວນ​ພົນ 5,000 ຄົນນັ້ນ.

ທຳນຽບຫ້າ​ແຈ ກ່າວ​ວ່າ ກອງ​ກຳລັງຂອງສະຫະລັດ ມີໜ້າ​ທີ່​ ສະໜອງ​ຂໍ້​ມູນ ແລະຊ່ວຍ​
ເຫລືອ ​ແລະ​ຕິດ​ອາວຸດ​ພໍ​ພຽງແຕ່​ສຳ​ຫລັບ​ປ້ອງ​ກັນ​ໂຕ​ເທົ່າ​ນັ້ນ.

ນາຍ Kony ​ເປັນ​ທີ່​ຕ້ອງການໂຕຂອງສານ​ອາຍາ​ສາກົນ ​ໃນ​ຂໍ້​ຫາ 33 ກະ​ໂທ​ງ ທີ່​ພົວພັນ
ກັບການ​ກໍ່ອາຊະ​ຍາ​ກຳ​ສົງຄາມ ​ແລະ​ອາ​ຊະ​ຍາ​ກຳ​ຕ້ານ​ມະນຸດຊາດ.

ນາຍ Kony ​ໄດ້ທຳສົງຄາມກອງ​ໂຈນທີ່​ໂຫດຮ້າຍ​ທາລຸນ ​ຕ້ານລັດຖະບານ ຢູການ​ດາ
ເປັນ​ເວລາ​ເກືອບ 20 ປີ ກ່ອນ​ຫລົບ​ໝີ​ໄປ​ກັບ​ພວກ​ນັກ​ລົບ​ຂອງເຂົາໄປ​ຍັງ​ເຂດ​ປ່າ​ດົງ​ຕຶບ
ໃນ​ພາກ​ກາງຂອງອາ​ຟຣິກາ ​ປະມານ​ປີ 2005​. ​ເຊື່ອ​ກັນ​ວ່າ ​ເວລາ​ນີ້ ຜູ້ກ່ຽວ​ມີລູກ​ນ້ອງ
​ຍັງຫລື​ອ​ຢູ່​ ບໍ່ກາຍ​ສອງ​ສາມ​ຮ້ອຍ​ຄົນ.

ີ້Uganda
please wait
Embed

No media source currently available

0:00 0:00:54 0:00














XS
SM
MD
LG