ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ເຫັນພ້ອມ ຕໍ່ການເຂົ້າຮັບຕຳແໜ່ງ ລັດຖະມົນຕີຍຸດຕິທຳ ຂອງທ່ານນາງ Lynch


US Attorney General
please wait
Embed

No media source currently available

0:00 0:01:19 0:00

ທ່ານນາງ Loretta Lynch ໄດ້ສາບານຕົວເຂົ້າເປັນລັດຖະມົນຕີ
ຍຸຕິທຳຄົນໃໝ່ຂອງ ສະຫະລັດ ໃນວັນຈັນວານນີ້ ເພື່ອເຂົ້າກຳ
ຕຳແໜ່ງເປັນເຈົ້າໜ້າທີ່ປະຕິບັດກົດໝາຍສູງສຸດຂອງປະເທດ.

ຮອງປະທານາທິບໍດີ Joe Biden ໄດ້ເປັນຜູ້ນຳພາ ໃນພິທີສາບານ
ຕົວຢູ່ທີ່ກະຊວງຍຸຕິທຳ.

ທ່ານ Bidenໄດ້ກ່າວວ່າ “ມັນເຖິງເວລາແລ້ວ ທີ່ແມ່ຍິງຄົນນີ້ຈະໄດ້
ສາບານຕົວ” ຊຶ່ງທາງສະພາສູງ Republican ໄດ້ໂຈະການລົງ
ຄະແນນສຽງ ເປັນເວລາ 5 ເດືອນ ກ່ຽວກັບການໃຫ້ການສະໜັບ
ສະໜຸນຂອງທ່ານນາງ ຕໍ່ການປະຕິຮູບກົດໝາຍຂອງຄົນເຂົ້າເມືອງ
ຂອງປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະພັກ Democratic ທີ່ໄດ້ມີ
ຄຳຖາມກ່ຽວກັບພາສາທີ່ໃຊ້ ໃນຮ່າງກົດໝາຍຂອງການລັກລອບຄ້າມະນຸດ.

ສຸພາສູງ ໃນທີ່ສຸດ ກໍໄດ້ຕົກລົງຄະແນນເຫັນພ້ອມຕໍ່ການແຕ່ງຕັ້ງເຂົ້າຮັບຕຳແໜ່ງຂອງ
ທ່ານ ນາງ ໃນວັນພະຫັດແລ້ວນີ້.

ໂຄສົກປະຈຳທຳນຽບຂາວ ໄດ້ກ່າວວ່າ ປະທານາ​ທິບໍດີ ໂອບາມາ ໄດ້ພົບປະກັບທ່ານນາງ Lynch ຫຼັງຈາກທີ່ທ່ານນາງໄດ້ສາບານຕົວເຂົ້າຮັບຕຳແໜ່ງແລ້ວ ໃນວັນຈັນວານນີ້ “ເພື່ອເປັນການຕ້ອນຮັບທ່ານນາງເຂົ້າສູ່ຄະນະ ແລະທ່ານຍັງກ່າວວ່າ ທ່ານຈະເບິງເຖິງ
ການເປັນຜູ້ນຳຂອງທ່ານນາງໃນກະຊວງຍຸຕິທຳ.”

ທ່ານນາງ Lynch ແມ່ນແມ່ຍິງອາເມຣິກັນເຊື້ອສາຍອາຟຣິກາ ຜູ້ທຳອິດທີ່ໄດ້ເຂົ້າຮັບໜ້າ ທີ່ເປັນລັດຖະມົນຕີຍຸດຕິທຳຂອງປະເທດ. ທ່ານນາງໄດ້ເດີນຕາມຮອຍຂອງທ່ານ Eric Holder ຜູ້ຊຶ່ງເປັນຊາຍຜີວດຳຜູ້ທຳອິດ ທີເຂົ້າກຳຕຳແໜ່ງທີ່ວ່ານີ້ ເປັນເວລາ 6 ປີ ກ່ອນທີ່
ຈະລາອອກຈາກຕຳແໜ່ງດັ່ງກ່າວ.

XS
SM
MD
LG