ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະສະພາ​​ ອະພິປາຍ ​​ກ່ຽວ​ກັບ ການຮັບຜ່ານ ຂໍ້ຕົກລົງ ໂຄງການນິວ​ເຄລຍ ອີຣ່ານ​


ປະທານສະພາຕ່ຳ ທ່ານ Mitch McConnell ທີ່ລັດຖະສະພາ, 23 ເມສາ, 2015.
ປະທານສະພາຕ່ຳ ທ່ານ Mitch McConnell ທີ່ລັດຖະສະພາ, 23 ເມສາ, 2015.

ລັດຖະສະພາສະຫະລັດ ​ແມ່ນ​ມີ​ໝາຍ​ກຳນົດທີ່​ຈະສືບຕໍ່ອະພິປາຍ
ກັນຕື່ມ​ອີກ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບ​ຮ່າງ​ກົດໝາ​ຍທີ່​ຈະໃຫ້
ໂອກາດແກ່ລັດຖະສະພາທົບທວນຄືນຂໍ້ຕົກລົງນິວ​ເຄລຍ ໃດໆ
ກໍຕາມທີ່ອາດມີຂຶ້ນ​ລະຫວ່າງ​ອີຣ່ານ ​ແລະ​ກຸ່ມ 6 ປະ​ເທດທະຫາ
​ອຳ​ນາດຂອງ​ໂລກ.

ຮ່າງກົດໝາຍດັ່ງກ່າວ ຕ້ອງ​ໄດ້ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ຂອງ​
ສະພາສູງ​ເສຍ​ກ່ອນ ​ແລະຫຼັງ​ຈາກ​ນັ້ນ​ກໍ​ຈະ​ແມ່ນ​ການ​ລົງ​ຄະ​ແນນ
​ສຽງຂອງສະພາ​ຕ່ຳ ກ່ອນ​ທີ່​ຈະ​ສົ່ງ​ໄປໃຫ້ປະທ​ານາ​ທິບໍດີສະຫະລັດ
ທ່ານ ບາຣັກ ໂອ​ບາ​ມາ ທີ່​ໃຫ້​ສັນຍານ​ວ່າ ທ່ານ​ຈະ​ລົງ​ນາມ​ໃນ
ຮ່າງກົດໝາຍ​ທີ່​ວ່າ​ນີ້.

ບັນດາສະມາຊິກ​ສະພາ​ຕ້ອງການ​ທີ່​ຈະ​ກວດ​ສອບເບິ່ງເນື້ອຫາສາລະຂອງຂໍ້ຕົກລົງນິວເຄລຍ
​ເພື່ອ​ຄ້ຳປະກັນວ່າອີຣ່ານຈະບໍ່ສາມາດສ້າງ​ອາວຸດນິວ​ເຄລຍ ​ແລະໃຫ້​ລັດຖະມົນຕີີ​ການ​ຕ່າງ
ປະ​ເທດ ທ່ານ John Kerry ​ນຳ​ສະເໜີລາຍ​ງານ​ທີ່​ວ່າ​ ສະຫະລັດ ​ແລະ​ອົງການຄຸ້ມຄອງ ນິວ
ເຄລຍຂອງສະຫະປະຊາ​ຊາດ ຈະດຳເນີນການແບບໃດ ເພື່ອພິສູດວ່າ ​ອີຣ່ານປະຕິບັດ​ຕາມ
ຂໍ້ຕົກລົງດັ່ງກ່າວນີ້.

ຮ່າງ​ກົດໝາຍດັ່ງກ່າວ​ນີ້ ຍັງຮຽກຮ້ອງໃຫ້​ທ່ານ ​ໂອ​ບາ​ມາ ລາຍ​ງານ​ໃຫ້​ລັດຖະສະພາຊາບໃນ​
ທຸກໆ 6 ​ເດືອນ ​ກ່ຽວກັບໂຄງ​ການນິວ​ເຄລຍຂອງອີຣ່ານ. ມັນ​ບໍ່​ໄດ້ບັງຄັບວ່າລັດຖະສະພາ ຕ້ອງໃຫ້ການອະນຸມັດຢ່າງເປັນທາງການຕໍ່ຂໍ້​ຕົກລົງ ​ດ້ວຍ​ການ​ລົງ​ຄະ​ແນນ​ສຽງ.​

XS
SM
MD
LG