ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສະຫະລັດ ບໍ່ສາມາດ ໃຫ້ການອະນຸມັດ ຂໍ້ສະເໜີ ສ້າງທໍ່ນໍ້າມັນ


ທ່ານ Mitch McConnell ຜູ້ນຳຂອງພັກຣີພັບບລີກັນ ໃນສະພາສູງ ສະຫະລັດ
ທ່ານ Mitch McConnell ຜູ້ນຳຂອງພັກຣີພັບບລີກັນ ໃນສະພາສູງ ສະຫະລັດ

ສະພາສູງ​ສະຫະລັດ​ບໍ່​ສາມາດ​ໃຫ້ການ​ອະນຸມັດ​ຕໍ່​ມາດ​ຕະການ ​ທີ່​ຈະ​ຂ້າມ​ຜ່ານການ​ຄັດຄ້ານ​
ຂອງ​ປະທາ​ນາ​ທິບໍດີ​ສະຫະລັດ​ທ່ານ​ບາຣັກ ​ໂອ​ບາ​ມາກ່ຽວ​ກັບ​ຂໍ້ສະ​ເໜີ​ສ້າງ​ທໍ່​ນໍ້າມັນ​ຈາກ​ກາ​
ນາ​ດາໄປ​ຫາ​ເຂດ​ແຄມ​ຝັ່ງ​ທະ​ເລ​ໃນ​ບໍລິ​ເວນ​ອ່າວ​ເມັກ​ຊິ​ໂກ​ຂອງ​ສະຫະລັດ.

ບົດ​ເພີ່ມ​ຕື່ມ​ຕໍ່​ກົດໝາຍ​ການ​ຂົນ​ສົ່ງ​ຂອງ​ລັດຖະບານ​ກາງ ທີ່​ນຳ​ສະ​ເໜີ​ໂດຍ​ພັກຣີພັບ​ບລີ​ກັນ
ຈະ​ອະນຸຍາດ​ໃຫ້​ບໍ​ລິ​ສັດ TransCanada ຊຶ່ງ​ມີ​ສຳນັກງານ​ທີ່​ເມືອງ Calgary ສາມາດ​ດຳ​
ເນີນການ​ຕໍ່​ໄປ​ໄດ້ ກ່ຽວ​ກັບ​ໂຄງການ​ສ້າງ​ທໍ່​ນໍ້າມັນ Keystone XL ທີ່​ເປັນ​ບັນຫາ​ຖົກ​ຖຽງ​
ໂຕ້​ແຍ້​ງໂດຍ​ບໍ່​ຕ້ອງ​ໄດ້​ຮັບ​ການ​ອະນຸມັດຈາກ​ລັດຖະບານ​ສະຫະລັດ. ການ​ລົງ​ຄະ​ແນນ​ສຽງ
ເຫັນ​ພ້ອມ 56 ຕໍ່ 47 ນຳ​ບົດ​ເພີ່ມ​ຕື່ມ​ດັ່ງກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ ຍັງ​ບໍ່ພໍ​ຢູ່ 4 ສຽງທີ່​
ຈຳເປັນນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ຮຽກຮ້ອງ​ໄປ​ຍັງ​ບັນດາ​ສະມາຊິກ​ຂອງ​ພັກ​ເດ​ໂມ​ແຄຣັທກ່ອນ​ມີ​
ການລົງ​ຄະ​ແນນ​ສຽງ ​ໂດຍ​ຂໍ​ຮ້ອງ​ໃຫ້​ພວກ​ທ່ານ​ລົງ​ຄະ​ແນນ​ສຽງຄັດຄ້ານຕໍ່​ບົດ​ເພີ່ມ​ຕື່ມ​ສະ
ບັບ​ນີ້.

ທ່ານ Mitch McConnell ຜູ້ນຳ​ພັກຣີພັບ​ບລີ​ກັນ ​ໃນ​ສະພາ​ສູງ​ສະຫະລັດກ່າວ​ວ່າ ການ
ລົງ​ຄະ​ແນນ​ສຽງ​ໃນ​ຄັ້ງນີ້​ໄດ້​ສະ​ແດງໃຫ້​ເຫັນ​ກ່ຽວ​ກັບ​ວ່າ​ປະທານາທິບໍດີ​ແລະ​ສະມາ​ຊິກຂອງ
ພັກເດໂມ​ແຄຣັທ​ໄດ້​ຂາດ​ການ​ຕິດ​ຕໍ່ຫຼືບໍ່​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເມື່ອ​ເວົ້າ​ເຖິງຊາວ​ອາ​ເມຣິກັນ​ທີ່​
ມີລາຍ​ໄດ້​ປານ​ກາງ.

ການສະ​ເໜີ​ສ້າງ​ທໍ່​ນໍ້າມັນ​ທີ່​ມີ​ຄວາມ​ຍາວ 2,700 ກິ​ໂລ​ແມັດ​ທີ່​ວ່າ​ນີ້ ຈະ​ລຳລຽງ​ນໍ້າມັນ​ດິບ​
ຈາກ​ເມືອງ Alberta ຂອງ​ກາ​ນາ​ດາຜ່ານ 6 ລັດ​ຂອງ​ສະຫະລັດ ​ໄປ​ຍັງ​ໂຮງ​ກັ່ນ​ນໍ້າມັນ​ທີ່​
ຕັ້ງຢູ່​ເລາະແຄມ​ອ່າວ​ເມັກ​ຊິ​ໂກ.

XS
SM
MD
LG