ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສຫລ ປ່ອຍໃຫ້ ໂຄງການ ຕິດຕາມສິ້ງຊອມ ຂອງ NSA ໝົດອາຍຸລົງ


ສະມາຊິກສະພາສູງ ທ່ານ Rand Paul(ຂວາ) ພົບປະກັບ ນັກຂ່າວ ຫຼັງຈາກທີ່ນຳພາ ການຄັດຄ້ານ ໂຄງການຕິດຕາມ
ສິ້ງຊອມ ຂອງລັດຖະບານ ທີ່ກ່ຽວພັນກັບ ການເກັບກຳບັນ
ທຶກທາງໂທລະສັບ ຈາກບໍລິສັດໂທລະສັບເອກະຊົນຕ່າງໆ, ຢູ່ລັດຖະສະພາ, ນະຄອນຫຼວງວໍຊິງຕັນ, ວັນທີ 31 ພຶດສະພາ 2015.
ສະມາຊິກສະພາສູງ ທ່ານ Rand Paul(ຂວາ) ພົບປະກັບ ນັກຂ່າວ ຫຼັງຈາກທີ່ນຳພາ ການຄັດຄ້ານ ໂຄງການຕິດຕາມ ສິ້ງຊອມ ຂອງລັດຖະບານ ທີ່ກ່ຽວພັນກັບ ການເກັບກຳບັນ ທຶກທາງໂທລະສັບ ຈາກບໍລິສັດໂທລະສັບເອກະຊົນຕ່າງໆ, ຢູ່ລັດຖະສະພາ, ນະຄອນຫຼວງວໍຊິງຕັນ, ວັນທີ 31 ພຶດສະພາ 2015.

ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ຫຼື NSA ຂອງສະຫະລັດ ​ໄດ້​ສູນ
​ເສຍ​ອຳນາດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ເພື່ອ​ເກັບ​ກຳ​ບັນທຶກທາງ
ໂທລະສັບຕ່າງໆ ຫຼັງຈາກ​ສະພາ​ສູງ ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ ​ໃນ
​ວັນ​ອາທິດ​ວານ​ນີ້ ກ່ຽວ​ກັບ​ການ​ຂະຫຍາຍ​ອອກ ​ຂອງ​ຂໍ້​ກຳນົດ​
ຈໍານວນ​ນຶ່ງ ທີ່​ໄດ້​ວາງ​ອອກ ລຸນ​ຫຼັງການ​ໂຈມ​ຕີ​ໂດຍ​ພວກ​ກໍ່
​ການ​ຮ້າຍໃນວັນ​ທີ 11 ກັນຍາ 2001.

​ໂຄງການ​ປິດ​ລັບ​ໃນ​ຄັ້ງນຶ່ງ ທີ່ເກັບ​ກຳ​ເອົາ​ຂໍ້​ມູນ ​ເຊັ່ນ​ວ່າ ເບີ​
ໂທລະສັບ ວັນ​ທີ ​ແລະ ​ໄລຍະ​ຂອງ​ການໂທສົນທະນາເປັນຕົ້ນ
​ເພື່ອພະຍາຍາມ​ຍັບຍັ້ງ ພວກ​ທີ່​ສົງ​ໄສ​ວ່າ ​ເປັນກຸ່ມ​ກໍ່​ການ​ຮ້າຍນັ້ນ
​ໄດ້​ຖືກ​ຕຳ​ນິຕິ​ຕຽນ ຈາກ​ຊາວ​ອາ​ເມຣິກັນ ​ຜູ້​ທີ່​ກ່າວ​ວ່າ ມັນ​ໄດ້​
ລະ​ເມີດ​ສິດສ່ວນ​ຕົວຂອງ​ພວກ​ເຂົາ​ເຈົ້າ.

ກົດໝາຍ​ສະບັບ​ໃໝ່ ແມ່ນ​ໄດ້​ຖືກ​ຮັບ​ຜ່ານ​ເປັນ​ທີ່​ຮຽບຮ້ອຍ ​ໂດຍ​ສະພາ​ຕ່ຳ ຈະ​ດັດ​ແກ້​
ໂຄງການ​ດັ່ງກ່າວ ​ເພື່ອ​ອະນຸຍາດ​ໃຫ້ NSA ຂໍ​ຮ້ອງເອົາ ຂໍ້​ມູນ​ຈາກ​ບໍລິສັດ​ໂທລະສັບ​ຕ່າງໆ
ບົນ​ພື້ນຖານ ເປັນແຕ່ລະກໍລະນີໄປ. ​ແຕ່​ບໍ່​ໄດ້​ເກັບ​ກຳ​ຂໍ້​ມູນ​ດ້ວຍ​ຕົນ​ເອງ. ສະພາ​ສູງ​ບໍ່​ໄດ້​
ຮັບຮອງ​ເອົາ​ມາດຕາ​ການ​ດັ່ງ​ກ່າວ​ນັ້ນ ກ່ອນ​ໜ້າ​ໂຄງການ​ຕິດຕາມ​ສິ້ງ​ຊອມ ​ໄດ້ໝົດ​ອາ​ຍຸລົງ​ ເມື່ອທ່ຽ​ງຄືນ​ຂອງ​ວັນ​ອາທິດ​ວານ​ນີ້ ​ແຕ່​ອາດ​ຍັງ​ຮັບ​ຜ່ານ​ຮ່າງກົດໝາຍ​ນີ້​ໄດ້​ພາຍໃນອາທິດ​ນີ້ ກໍ​ເປັນ​ໄດ້.

​ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວ​ເມື່ອ​ຕອນ​ຄ່ຳ​ຄືນ​ວັນ​ອາທິດ​ວານ​ນີ້​ວ່າ
ສະພາ​ສູງ​ຕ້ອງ​ໄດ້​ທຳ​ງານ​ຢ່າງ​ວ່ອງ​ໄວ ​ເພື່ອ​ແກ້​ໄຂ ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ຜ່ານ​ພົ້ນ​ໄປໂດຍ​ບໍ່​ມີ​ຄວາມ​ຮັບຜິດຊອບ.” ທ່ານ​ກ່າວ​ອີກ​ວ່າ ​ໂຄງການ​ໃໝ່ນີ້ ​ແມ່ນ “ການ​ຜ່ອນ​ສັ້ນ
ຜ່ອນ​ຍາວ​ ທີ່​ມີ​ເຫດຜົນພຽງພໍ ​ໃນ​ການ​ເຮັດ​ໃຫ້​ມີ​ຄວາມ​ກ້ຳ​ເກິ່ງກັນ ລະຫວ່າງ ຄວາມ​ ໝັ້ນຄົງປອດ​ໄພ ​ແລະ ສິດ​ສ່ວນ​ຕົວ.”

US Surveillance
please wait
Embed

No media source currently available

0:00 0:02:45 0:00

XS
SM
MD
LG