ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາສູງ ຮັບຮອງເອົາ ຜູ້ພິພາກສາ ສານສູງສຸດ ທີ່ ປ. ດໍໂນລ ທຣຳ ເລືອກ


ຜູ້ພິພາກສາ Neil Gorsuch ໃຫ້ການ ຕໍ່ຄະນະກຳມະການຍຸຕິທຳ ຂອງສະພາສູງ.
ຜູ້ພິພາກສາ Neil Gorsuch ໃຫ້ການ ຕໍ່ຄະນະກຳມະການຍຸຕິທຳ ຂອງສະພາສູງ.

ສະພາ​ສູງ​ສະຫະລັດ​ໄດ້​ລົງ​ຄະ​ແນນ​ສຽງ 54 ຕໍ່ 45 ໃນ​ວັນ​ສຸກ​ວານນີ້ ຮັບຮອງເອົາຜູ້​ທີ່ປະທານາທິບໍດີ​ ດໍ​ໂນ​ລ ທຣໍາ ສະ​ເໜີ​ແຕ່ງຕັ້ງ​ເປັນ​ຜູ້​ພິພາກສາ​ສານ​ສູງ​ສຸດຄືທ່ານ
Neil Gorsuch ​ໃນ​ການລົງ​ຄະ​ແນນ​ສຽງ ທີ່​ຕັດສິນ​ຊີ້ຂາດ ຊຶ່ງສ່ວນ​ໃຫຍ່​ແລ້ວ​ແມ່ນ
ເປັນ​ໄປ​ຕາມ​ພັກຂອງ​ໃຜລາວ.

ຮອງ​ປະທານາທິບໍດີ Mike Pence ​ກໍ​ໄດ້​ໄປ​ຮ່ວມ​ເພື່ອ​ເປັນ​ປະທານ​ກອງ​ປະຊຸມ​ສະ
ພາ​ສູງ ໃນການ​ລົງ​ຄະ​ແນ​ສຽງ ຮັບຮອງ​ເອົາ​ການ​ແຕ່ງຕັ້ງດັ່ງກ່າວ​.ການ​ລົງ​ຄະແນນ
​ສຽງຮັບຮ​ອງ​ເອົາ​ການ​ແຕ່ງ​ຕັ້ງດັ່ງກ່າວ ມີຂຶ້ນ​ນຶ່ງ​ມື້ ຫລັງ​ຈາກ​ພັກຣີພັບ​ບລິ​ກັນ​ໄດ້ໃຊ້
​ສຽງ​ສ່ວນ​ຫລາ​ຍຂອງ​ຕົນນຳ​ໃຊ້ “ທາງ​ເລືອກ​ນິວ​ເຄລຍ” ປ່ຽນ​ແປງ​ກົດ​ລະບຽບສະພາ​
ສູງເພື່ອ​ເອົາ​ຊະນະ​ການຂັດຂວາງ​ໃນ​ດ້ານ​ລະບຽບ​ການຂອງ​ພັກ​ເດ​ໂມ​ແຄຣັດ ​ໃນ​
ການສະ​ເໜີ​ແຕ່ງຕັ້ງ ທີ່​ຮູ້ກັນໃນ​ພາສາ​ອັງກິດ​ວ່າ filibuster.

ໃນ​ຂະນະ​ທີ່​ມີ​ການສະ​ແດງ​ຄວາມ​ເສຍ​ໃຈ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ ​ທີ່​ຕ້ອງໄດ້​ປ່ຽນ​ແປງ​
ກົດ​ລະບຽບນັ້ນ ພັກຣີພັບ​ບລິ​ກັນ ​ກ່າ​ວວ່່າ ຕົນ​ບໍ່​ມີ​ທາງ​ເລື​ອກ ​ແຕ່​ຕ້ອງ​ໄດ້​ປະຕິ​ບັດ.

ຜູ້ນຳ​ສຽງ​ສ່ວນ​ຫຼາຍ ທ່ານ Micth McConnel ສະມາຊິກ​ພັກຣີພັບ​ບລິ​ກັນຈາກ ​ລັດ Kenturkey ກ່າວ​ວ່າ “ພວກ​ເຮົາຈຳ​ເປັນ​ຕ້ອງ​ໄດ້​ຟື້ນຟູ​ຫຼັກການ​ແລະ​ປະ​ເພ

​ນີ​ຂອງ​ສະພາ​ສູງ ​ແລະຜ່ານຜ່າການ​ຂັດຂວາງ​ເພື່ອ​ຖ່ວງ​ເວລາແບບ​ທີ່​ບໍ່ເຄີຍ​ມີ​ມາ​ກ່ອນ
ໂດຍ​ລຳ​ພັງ​ພຽງ​ພັກດຽວ.”

Gorsuch Named to the Supreme Court
please wait

No media source currently available

0:00 0:02:19 0:00

ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິ​ກັນ​ຈາກ​ລັດ Texas ທ່ານ John Cornyn ​ໃຫ້​ຂໍ້​ສັງ​
ເກດ​ວ່າ ການ​ຂັດຂວາງ​ເພື່ອ​ຖ່ວງ​ເວລາ​ຕໍ່​ການ​ສະ​ເໜີແຕ່ງຕັ້ງຜູ້​ພິພາກສາ​ສານ​ສູງສຸດ
ແມ່ນ​ເກືອບ​ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ ກ່ອນຈະ​ມີການ​ເລືອກ​ເອົາ​ຂອງ​ປະທານາທິບໍດີ
Trump ​ໂດຍກ່າວ​ວ່າ “ຄວາມ​ຈິງ​ແລ້ວພວກ​ເຮົາ​ໄດ້​ຟື້ນ ຟູ​ສະພາບ​ການ​ທີ່ມີ​ຢູ່ກ່ອນ
​ໜ້ານີ້.”

ພັກເດ​ໂມ​ແຄຣັດໄດ້ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ ກ່ຽວ​ກັບເຫດການ​ໃນ​ມື້ວານ​ນີ້.

ຜູ້ນຳ​ສຽງ​ສ່ວນນ້​ອຍທ່ານ Chuck Schumer ສະມາຊິກ​ພັກ​ເດ​ໂມ​ແຄຣັດຈາກ ​ລັດ
New York ກ່າວ​ວ່າ “​ເວລາ​ໃດ​ທີ່ປະຫວັດສາດ​ຊັ່ງ​ຊາ​ວ່າ ​ມີ​ຫຍັງ​ເກີດ​ຂຶ້ນ​ໃນຄວາມ
​ຮັບຜິດຊອບການຕໍ່​ການ​ປ່ຽນແປງ​ກົດ​ລະບຽບນັ້ນ ຈະ​ຕົກເປັນ​ຂອງ​ພັກ ຣີພັບ​ບລິ​ກັນ
​ແລະການ​ຮັບຜິດຊອບຂອງ​ທ່ານ Mitch McConnell​. ບໍ່​ໃຜ​ບັງ ຄັບ​ໃຫ້ເຂົາ​ເຈົ້າ​ປະຕິ
ບັດ. ​ເຂົາ​ເຈົ້າໄດ້ປະຕິບັດ​ດ້ວຍ​ຄວາມ​ສະໝັກ​ໃຈ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG