ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ຮັບຮອງເອົາ ທ່ານ​ນາງ Yellen ເປັນປະ​ທານ​ ທະ​ນາຄານ​ກາງ (ວີດີໂອ/ວີດີໂອຮຽນພາສາອັງກິດ)


US Senate OKs Yellen as Fed Chief
please wait

No media source currently available

0:00 0:02:18 0:00
ລິງໂດຍກົງ
ສະພາ​ສູງສະຫະລັດ​ໄດ້​ຮັບ​ຜ່ານການ​ແຕ່ງຕັ້ງ ທ່ານ​ນາງ Janet
Yellen ​ເປັນ​ປະ​ທານ​ຂອງ​ທະ​ນາ​ກາງຂອງ​ປະ​ເທດ ຊຶ່ງ​ໄດ້​ເຮັດ​
ໃຫ້​ທ່ານ​ນາງ​ກາຍເປັນ​ບຸກຄົນ​ສໍາຄັນທີ່​ສຸດ​ຄົນ​ນຶ່ງ ​ໃນ​ການ​ເສດ
ຖະກິດ​ຂອງ​ໂລກ.

ການ​ລົງຄ​ະແນນສຽງ​ໃນ​ວັນ​ຈັນ​ວານ​ນີ້ ​ແມ່ນ 56 ຕໍ່ 26 ສຽງຊຶ່ງ
ທ່ານ​ນາງ​ຕ້ອງການ​ແຕ່ ພຽງ 51 ​ສຽງເທົ່ານັ້ນ ​ໃນການຮັບ​ຜ່ານ.

ປະທານາທິບໍດີສະຫະລັດທ່ານ ບາຣັກ ໂອ​ບາ​ມາໄດ້​ກ່າວ​ວ່າ
ຊາວ​ອາ​ເມຣິກັນແມ່ນ​ຈະ​ໄດ້​ທ່ານ​ນາງ Yellen ທີ່ເປັນແຊມປ້ຽນ
​ໃນ​ການ​ຕໍ່ສູ້​ຢ່າງ​ດຸ​ເດືອດ ຜູ້ຊຶ່ງທ່ານໂອ​ບາ​ມາກ່າວວ່າ ທ່ານນາງ
ເຂົ້າໃຈໃນຈຸດປະສົງຂອງນະໂຍບາຍທາງການເງິນທີ່ຈະປັບປຸງການດໍາລົງຊີວິດແລະວຽກ ງານຂອງພວກຄົນງານ ແລະຄອບຄົວຂອງພວກເຂົາເຈົ້າ.

ທ່ານ​ນາງ Yellen ຈະເປັນແມ່ຍິງຜູ້ທໍາອິດ ທີ່ຈະນໍາພາທະນາຄານກາງທີ່ມີອາຍຸມາໄດ້
100 ປີແລ້ວນັ້ນ ແທນທ່ານ Ben Bernanke ຜູ້ຊຶ່ງໄດ້ເຂົ້າດໍາລົງຕໍາແໜ່ງມາໄດ້ 8 ປີ
ຊຶ່ງຈະໝົດອາຍຸ ໃນທ້າຍເດືອນມັງກອນນີ້.

ຫົວໜ້າທະນາຄານ​ກາງ ສະຫະລັດ ມັກ​ຈະ​ມີ​ອິດ​ທິພົນ​ຕໍ່​ການ​ຕັດສິນ​ໃຈຕ່າງໆ​ຂອງ​ເສດຖະ
ກິດ​ໂລກ. ບັນດາ​ນັກເສດຖະສາດ ພາກັນ​ທຳນາຍວ່າ ທ່ານ​ນາງ Yellen ໄວ 67 ປີ ຜູ້ຊຶ່ງ
ດໍາລົງຕໍາແໜ່ງເປັນຮອງ​ປະທານທະນາຄານ​ກາງ ຄົນ​ປັດຈຸບັນນີ້ ຈະດໍາເນີນສືບ​ຕໍ່ນະ​ໂຍ
ບາຍ​ຫລາຍ​ຢ່າງຂອງ ທ່ານ Bernanke. ທັງສອງ​ທ່ານໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ການ ​ກະຕຸກ
ຊຸກຍູ້​ເສດຖະ​ກິດໂດຍ​ກົງຈາກທະນາຄານ​ກາງ​ເທື່ອ​ລະເລັກ​ລະ​ນ້ອຍເປັນ​ຂັ້ນໆ ແລະ​ສືບ​ຕໍ່ການມີອັດຕາດອກ​ເບ້ຍ​ຕໍ່າ.

ວີດີໂອ ຮຽນພາສາອັງກິດ ກ່ຽວກັບທ່ານນາງ Janet Yellen:

XS
SM
MD
LG