ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະສະພາວ່າ ການໂຈມຕີ ​ກົງສຸນ ສຫລ ທີ່ເມືອງ Benghazi ສາມາດ ປ້ອງກັນໄດ້ (ວີດີໂອ)


ລົດຮ້າງຄັນນຶ່ງທີ່ຖືກຈອດໄວ້ ໃນສະຖານ​ກົງສຸນ ສຫລ ທີ່ເມືອງ Benghazi ຫຼັງຈາກຖືກໂຈມຕີ ໃນວັນທີ 12 ກັນຍາ ປີ 2012.
ລົດຮ້າງຄັນນຶ່ງທີ່ຖືກຈອດໄວ້ ໃນສະຖານ​ກົງສຸນ ສຫລ ທີ່ເມືອງ Benghazi ຫຼັງຈາກຖືກໂຈມຕີ ໃນວັນທີ 12 ກັນຍາ ປີ 2012.
ຄະນະກໍາມະການ​ສືບ​ລັບ ຂອງສະພາສູງສະຫະລັດ ກ່າວ​ວ່າ
ການບຸກໂຈມຕີຢ່າງຮ້າຍແຮງ ​ໃນປີ 2012 ​ຕໍ່ສະຖານກົງສຸນ
​ອາ​ເມຣິກັນ​ທີ່ເມືອງ Benghazi ປະ​ເທດ Libya ນັ້ນສາມາດ​
ປ້ອງ​ກັນ​ໄດ້.

ລາຍ​ງານ​ສະບັບ​ນຶ່ງ​ ທີ່ພິມ​ເຜີຍ​ແຜ່​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ຕໍາ​ນິ
ຕິ​ຕຽນກະຊວງ​ການ​ຕ່າງປະ​ເທດ​ແລະ​ປະຊາ​ຄົມສືບ​ລັບ ທີ່ບໍ່
ສາມາດເພີ້ມການຮັກສາຄວາມປອດໄພໃຫ້ພຽງພໍເພື່ອຮັບມື
ກັບໄພ​ຂົ່ມຂູ່ຂອງ​ພວກ​ກໍ່​ການ​ຮ້າຍຢູ່​ໃນ​ຂົງ​ເຂດ. ລາຍ​ງານ​ຍັງ​
ໄດ້​ກ່າວ​ອີກ​ວ່າ ກະຊວງການ​ຕ່າງປະ​ເທດ ໄດ້ປັບປຸງ ມາດຕະ
ການຮັກສາຄວາມປອດໄພ ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ ​ເຖິງແມ່ນວ່າ
ສະ​ພາບ​ການດ້ານ​ຄວາມ​ປອດ​ໄພໄດ້ຊຸດໂຊມລົງຢ່າງຈະແຈ້ງ​ແລະໄດ້ມີ​ການ ຮ້ອງຂໍ​ໃຫ້ເພີ່ມ​ມາດຕະການຄຸ້ມກັນທາງດ້ານຄວາມປອດໄພໄປແລ້ວ ກໍ​ຕາມ.

ລາຍ​ງານ​ຮ່ວມຈາກ​ທັງ​ສອງ​ພັກການ​ເມືອງ ກ່າວ​ວ່າ ປະຊາຄົມ​ສືບ​ລັບ​ໄດ້ເພີ້ມການຮັກສາ
ຄວາມປອດໄພຢູ່ບ່ອນເຮັດວຽກຂອງຕົນ ທີ່ຕັ້ງຢູ່ຕາງຫາກ ແຍກຈາກສະຖານ​ກົງສຸນ
ໃນເມືອງ Benghazi ແຕ່ກະຊວງ​ການ​ຕ່າງປະ​ເທດ ບໍ່ໄດ້ເຄື່ອນໄຫວແບບດຽວກັນນີ້
ຢູ່ທີ່ສະຖານກົງສຸນຂອງຕົນ.

ການ​ໂຈມຕີຂອງ​ພວກ​ກໍ່​ການ​ຮ້າຍ ​ໄດ້​ສັງຫານ​ຊາວ​ອາ​ເມຣິກັນ 4 ຄົນ ຊຶ່ງ​ຮວມທັງ ​
ເອກ​ອັກຄະ​ລັດຖະທູດສະຫະລັດປະ​ຈໍາ​ລີເບຍ​ ທ່ານ Christopher Stevens
ນໍາດ້ວຍ. ຍັງ​ບໍ່​ທັນ​ມີ​ຄວາມ​ເຫັນໃດໆ ໃນທັນທີ​ ຈາກກະຊວງ​ການ​ຕ່າງປະ​ເທດ​
ສະຫະລັດເທື່ອ.

ລາຍ​ງານ​ຮ່ວມຈາກ​ທັງ​ສອງ​ພັກການ​ເມືອງ ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ກອງ​ທະຫານ​
ສະຫະລັດ​ ບໍ່​ໄດ້​ຢູ່​ໃນ​ທ່າ​ຕຽມ​ພ້ອມ ​ເພື່ອ​ຊ່ອຍ​ເຫຼືອ​ພວກ​ທີ່ຖືກ​ໂຈມ​ຕີຢູ່ ​Benghazi​
​ແຕ່​ລາຍ​ງານ​ໄດ້ຊີ້​ໃຫ້​ເຫັນວ່າ ກອງ​ບັນຊາ​ການ​ໃນເຂດ​ອາ​ຟຣິກາ​ໄດ້​ສະ​ເໜີສົ່ງຄະນະ
ຮັກສາຄວາມປອດ ໄພຂອງພວກທະຫານໄປຊ່ອຍ ​ແຕ່​ທ່ານ​ເອກ​ອັກຄະ​ລັດຖະທູດ
Stevens ​ໄດ້​ປະຕິ​ເສດ ບໍ່ເທົ່າໃດອາທິດ ກ່ອນ​ການ​ບຸກໂຈມຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ນັ້ນ.

US Senate Libya
please wait
Embed

No media source currently available

0:00 0:01:22 0:00
XS
SM
MD
LG