ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ສຫລ ຜ່ານຮ່າງກົດໝາຍ ການໃຊ້ຈ່າຍ ເພື່ອຫຼີກລ່ຽງ ບໍ່ໃຫ້ລັດຖະບານປິດ


ລັດຖະສະພາ ສະຫະລັດ ທີ່ນະຄອນຫຼວງ ວໍຊິງຕັນ, ດີຊີ
ລັດຖະສະພາ ສະຫະລັດ ທີ່ນະຄອນຫຼວງ ວໍຊິງຕັນ, ດີຊີ

ລັດຖະສະພາ ສະຫະລັດ ໄດ້ຮັບຮອງ​ເອົາຮ່າງກົດໝາຍການໃຊ້ຈາຍ ສະບັບໜຶ່ງ ໃນ ວັນພຸດວານນີ້ ທີ່ຈະເຮັດໃຫ້ລັດຖະບານສືບຕໍ່ ປະຕິບັດງານໄດ້ອີກສອງສາມເດືອນ ຂ້າງໜ້າ ແລະ ຈະສະໜອງ​ເງິນ 1.1 ຕື້ໂດລາ ​ໃນຄວາມພະຍາຍາມ ເພື່ອຕໍ່ສູູ້ກັບ​ເຊື້ອໄວຣັສ Zika.

ມາດຕະການດັ່ງກ່າວ ທີ່ໄດ້ຖືກຮັບຜ່ານ ດ້ວຍຄະແນນສຽງ 342 ຕໍ່ 85 ສຽງ ໃນສະພາຕ່ຳ ແລະ 72 ຕໍ່ 26 ສຽງ ໃນສະພາສູງ.

ຖ້າປາດສະຈາກການຕໍ່ເວລາອອກໄປ​ແລ້ວ ອົງການລັດຖະບານຫຼາຍແຫ່ງ ຈະບໍ່ມີເງິນ ພຽງພໍ ເວລາງົບປະມານແຫ່ງຊາດປະຈຳປີ ຈະສິ້ນສຸດ ໃນຕອນ​ທ່ຽງຄືນວັນສຸກມື້ອື່ນນີ້. ຮ່າງກົດໝາຍການໃຊ້ຈາຍສະ ບັບໃໝ່ ຈະໃຊ້ໄດ້ຈົນຮອດວັນທີ 9 ທັນວາ.

ຄວາມກ້າວໜ້າໄດ້ມີຂຶ້ນ ຫຼັງຈາກຜູ້ນຳລັດຖະສະພາຂັ້ນສູງ ໄດ້ແກ້ໄຂບັນຫາທີ່ຄ້າງຄາ ກ່ຽວກັບ ທຶນຊ່ອຍເຫຼືອ ແກ່ເມືອງ Flint ​ໃນລັດ Michigan ເພື່ອຊ່ອຍເມືອງດັ່ງກ່າວ ຮັບມືກັບວິກິດການນ້ຳປະປາຂອງຕົນ. ສະມາຊິກພັກພັກເດໂມແຄຣັດ ທີ່ຕໍ່ສູ້ເພື່ອເມືອງ Flint ປັດຈຸບັນນີ້ ແມ່ນພໍອົກພໍໃຈ ນຳການຄ້ຳປະກັນຂອງສະມາຊິກພັກຣີພັບບລີກັນ ທີ່ວ່າ ​ເລື້ອງເງິນສຳລັບເມືອງ Flint ຈະ​ໄດ້​ຮັບ​ການອະນຸດມັດ ຫຼັງຈາກການເລືອກຕັ້ງ ໃນເດືອນພະຈິກ.

ຮ່າງກົດໝາຍດັ່ງກ່າວ ຍັງປະກອບດ້ວຍທຶນຈຳນວນ 500 ລ້ານໂດລາ ສຳລັບຊ່ອຍ ບັນເທົາທຸກ ໃນລັດ Louisiana ແລະ ລັດອື່ນໆ ນຳດ້ວຍ.

ບັນດາສະມາຊິກພັກເດໂມແຄຣັດ ໃນສະພາສູງ ແລະ ສະພາຕ່ຳ ໄດ້ປະຕິຍານວ່າ ຈະຄັດຄ້ານຕໍ່ຮ່າງກົດໝາຍນັ້ນ ຈົນກວ່າ ບັນດາສະມາ ຊິກພັກຣີພັບບລີກັນ ຕົກລົງ ໃຫ້ທຶນຊ່ອຍເຫຼືອ​ແກ່ເມືອງ Flint ອັນເປັນເມືອງໜຶ່ງທີ່ມີພົນລະເມືອງ ຫຼາຍກວ່າ 100,000 ຄົນ ໄດ້ມີນ້ຳດື່ມປົນ ໄປດ້ວຍສານກົ່ວ ເປັນເວລາຫຼາຍກວ່າ ສອງປີ.

ຂໍ້ຕົກລົງ ໄດ້ຜ່ອນຄາຍ​ສະຖານະ​ການທີ່ມີ​ມາ​ຍາວນານ ​ແລະຫຍຸ້ງຍາກ ກ່ຽວກັບການ ໃຊ້ຈ່າຍ​ເພື່ອ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັສ Zika. ບັນດາສະມາຊິກພັກເດໂມແຄຣັດ ໄດ້ອ້າງວ່າ ​ເປັນໄຊຊະນະສ່ວນໜຶ່ງ ກ່ຽວ​ກັບເລື່ອງເມືອງ Flint ໃນຂະນະດຽວກັນ ຄະນະສະມາຊິກ ພັກຣີພັບບລີກັນ ທີ່ຄອບງຳສະພາ ຈາກລັດ Louisiana ໄດ້ຊະນະ ກ່ຽວ​ກັບທຶນມັດຈຳ ​ໃນການຮ້ອງຂໍ ​ເງິນຈຳນວນ 2.6 ຕື້ໂດລາຈາກທ່ານໂອບາມາ ສຳລັບ ລັດຂອງພວກຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG