ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາສູງ ສະຫະລັດ ຮັບຜ່ານ ຮ່າງຍັດຕິ ທົບທວນເບິ່ງ ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ


ຜູ້ນຳສຽງຂ້າງຫລາຍ ສະຫະລັດ ທ່ານ Mitch McConnell.
ຜູ້ນຳສຽງຂ້າງຫລາຍ ສະຫະລັດ ທ່ານ Mitch McConnell.

ສະພາ​ສູງ​ສະຫະລັດ ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະບັບ​ນຶ່ງ ອະນຸມັດ​
ໃຫ້ ລັດຖະສະພາ​ມີ​ສິດທົບ​ທວນ ​ແລະ​ປະຕິ​ເສດ​ທີ່​ເປັນ​ໄປ​ໄດ້
ຕໍ່​ຂໍ້​ຕົກລົງລະຫວ່າງ​ຊາດ​ໃດໆ ​ກໍ​ຕາມໃນ​ອະນາຄົດ ທີ່​ເເນ​ເປົ້າ
​ໝາຍຄວບ​ຄຸມໂຄງການ​ພັດທະນາ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ສະພາ​ສູງ​ລົງມະຕິຮັບ​ຜ່ານຮ່າງ​ຍັດຕິ​ດັ່ງກ່າວ ດ້ວຍ​ສຽງ​ເຫັນ​ດີ
98 ຕໍ່ 1 ສຽງ​ຄັດຄ້ານ ບັດ​ນີ້​ຮ່າງ​ມະຕິ​ດັ່ງກ່າວ​ຈະ​ຖືກ​ສົ່ງ​ໄປ​ຍັງ
​ສະພາ​ຕຳ່​ສະຫະລັດ ບ່ອນ​ທີ່​ອາດຈະ​ມີ​ການ​ຮັບ​ພິຈາລະນາ​ຮ່າງ​
ມະຕິ​ດັ່ງກ່າວ​ນີ້​ໃນ​ສັບປະດາ​ໜ້າ​ນີ້​ກໍ​ເປັນ​ໄດ້.

ທຳ​ອິດ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ຄັດຄ້ານ​ຕໍ່​ການ​ໃຫ້​
ມີ​ລັດຖະສະພາ​ທົບ​ທວນ​ເບິ່ງ​ສົນທິສັນຍາ​ ທີ່​ສະຫະລັດ ​ແລະ 5 ປະ​ເທດ ມະຫາ​ອຳນາດ
​ກຳລັງ​ທຳ​ການ​ເຈລະຈາ​ກັບເຕ​ເຮຣ່ານ ​ເພື່ອ​ຈຳກັດ​ຄວາມ​ອາດ​ສາມາດ​ຂອງອິຣ່ານ ໃນ
ການ​ພັດທະນາ​ອາວຸດ​ນີວ​ເຄລຍນັ້ນ.ແຕ່​ບັດ​ນີ້ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ຈະ​ລົງ​ນາມໃນ​ຮ່າງ​ຍັດ​ຕິ​ດັ່ງກ່າວ ຖ້າ​ສະພາ​ຕ່ຳຫາກເຫັນ​ດີ​ໃນ​ບັ້ນ​ສຸດ​ທ້າຍ​.

ຮ່າງ​ຍັດຕິ​ດັ່ງກ່າວ​ຈະ​ອະນຸມັດ​ໃຫ້​ລັດຖະສະພາ​ມີ​ເວລາ 30 ມື້​ ເພື່ອ​ທົບ​ທວນ​ເບິ່ງ​ສົນທິ
ສັນຍາ ​ແລະ​ໃຫ້​ຕັດສິນ​ໃຈ​ວ່າ​ຈະ​ຮັບ​ຜ່ານ ຫຼື​ປະຕິ​ເສດ​.

ອີຣ່ານພວມຢູ່​ໃນ​ບັ້ນ​ສຸດ​ທ້າຍ​ຂອງ​ການ​ເຈລະຈາ​ຂໍ້​ຕົກລົງ​ກັບຣັດ​ເຊຍ ຈີນ ​ເຢຍຣະມັນ
ຝຣັ່ງ ອັງກິດ​ແລະ​ສະຫະລັດ ທີ່​ຈະ​ຄວບ​ຄຸມ​ໂຄງການ​ນີວ​ເຄລຍຂອງ​ຕົນ. ໃນ​ການ​ແລກ
ປ່ຽນ​ກັນນັ້ນ ການ​ລົງ​ໂທດ​ຕ່າງໆ​ດ້ານ​ເສດຖະກິດ ທີ່​ສະຫະ​ປະຊາ​ຊາດ ສະຫະລັດ ​ແລະ​
ພວກ​ປະ​ເທດ​ໃນ​ສະຫະພາບ​ຢູ​ໂຣບ ​ໄດ້​ປະກາດ​ໃຊ້​ຕໍ່​ເຕ​ເຮຣ່ານ ຈະ​ຖືກ​ຜ່ອນຄາຍ​ລົງ
​ແຕ່​ໃນ​ລະຫວ່າງ​ການ​ທົບ​ທວນຄືນ​ເບິ່ງ​ຂອງ​ລັດຖະສະພາ​ສະຫະລັດ​ນັ້ນ ທ່ານ​ໂອ​ບາ​ມາ
ຈະ​ບໍ່​ສາມາດ​ຍົກ​ເລີກ​ການ​ລົງ​ໂທດ​ຂອງ​ສະຫະລັດ​ທັງ​ໝົດໄດ້.

ຕະ​ເຮຣ່ານ ​ໄດ້​ບັນລຸຂໍ້​ຕົກລົງກ່ຽວກັບໂຄງ​ຮ່າງ​ຂອງສັນຍາ ກັບ 6 ປະ​ເທດ​ມະຫາ​ອຳນາດ
ໃນ​ເດືອນ​ແລ້ວ​ນີ້ ​ແລະ​ພວກ​ນັກ​ເຈລະຈາ ​ໄດ້​ກຳນົດເສ້ນຕາຍ​ໃສ່​ວັນ​ທີ 30 ມິຖຸນາ ສຳຫລັບ
ໃຫ້​ບັນລຸ​ຂໍ້​ຕົກລົງ ສະບັບສຸດທ້າຍ​ກັນ​.

US Iran Nuclear
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG