ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ​ສູງ​ສະຫະລັດ ໄປພັກຮ້ອນ ໂດຍບໍ່ໄດ້ ລົງມະຕິຮັບຜ່ານ ຮ່າງກົດໝາຍ ​ແກ້​ໄຂ​ວິ​ກິດ​ການ ຄົນ​ເຂົ້າ​ເມືອງ (ວີດີໂອ)


ພວກ​ຜູ້ນຳ ​ພັກ Republican ໃນສະພາສູງ.
ພວກ​ຜູ້ນຳ ​ພັກ Republican ໃນສະພາສູງ.

ສະມາຊິກສະພາ​ສູງ​ສະຫະລັດ ຈາກ​ພັກ Republican ​ໄດ້ຂັດ
ຂວາງ​ການ​ລົງ​ຄະ​ແນນສຽງ ກ່ຽວ​ກັບ​ຮ່າງ​ກົດໝາ​ຍທີ່​ຈະ​ແກ້​ໄຂ​
ວິ​ກິດ​ການຄົນ​ເຂົ້າ​ເມືອງ ​ໃນ​ຂະນະ​ທີ່​ສະພາ​ຕ່ຳ​ໄດ້​ເລື່ອນການ​
ພັກ​ຮ້ອນ​ອອກ​ໄປ ​ເພື່ອ​ລົງ​ຄະ​ແນນ​ສຽງກ່ຽວ​ກັບ​ຮ່າງ​ກົດໝາຍ
ສະບັບ​ຂອງ​ຕົນ.

ສະພາ​ສູງຂາດ 10 ຄະ​ແນນ​ສຽງ ​ຈຶ່ງ​ບໍ່​ສາມາດ​ຂ້າມ​ຜ່ານ​ການ
​ຂັດຂວາງ​ຂອງ​ພັກ Republican ​ໄປ​ໄດ້ ​ເພື່ອໃຫ້ມີ​ການລົງ​
ຄະ​ແນນ​ສຽງ​ຂັ້ນ​ສຸດ​ທ້າຍ​ນັ້ນ.

​ໃນ​ສະພາ​ຕ່ຳ ພວກ​ຜູ້ນຳ ​ພັກRepublican ໄດ້​ຖອນ​ມາດ​ຕະ
ການ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ​ຂອງ​ຕົນ ອອກ​ຈາກ​ລາຍການ​ປະຊຸມ​ຂອງສະພາ​ຕ່ຳໃນມື້​ວັນ​ພະຫັດ​ວານ​ນີ້ ​ເມື່ອ​ ເປັນ​ທີ່​ແຈ້ງ​ຂາວ​ວ່າ ບໍ່​ມີ​ຄະ​ແນນ​ສຽງສະໜັບສະໜູນ​ຢ່າງ​ພຽງພໍ ຈາກ​ບັນດາ​ຜູ້​ແທນທີ່​ນິຍົມ​ແນວທາງເດີມ ຢ່າງເຄັ່ງ​ຄັດ​ ​ເພື່ອ​ຮັບ​ຜ່ານ​ມາດ​ຕະການ​ຂອງ​ຕົນ​ນັ້ນ.

​ຢ່າງ​ໃດ​ກໍ​ຕາມ ຕໍ່ໜ້າ​ການ​ຕຳ​ນິຕິ​ຕຽນ​ຈາກ​ປະຊາຊົນ​ຜູ້​ລົງ​ຄະ​ແນ​ນ​ເລືອກ​ຕັ້ງ ​ແລະ​ສື່​ມວນຊົນ
​ທີ່​ກ່າວ​ຫາ​ລັດຖະສະພາ​ວ່າ ​ເປັນ​ສະພາ​ທີ່ “ບໍ່ເຮັດຫຍັງ” ນັ້ນ ສະພາ​ຕ່ຳ​ໄດ້​ຕັດສິນ​ໃຈ​ທຳ​ການ​ລົງ​ຄະ​ແນນສຽງ ກ່ອນ​ລາ​ໄປ​ພັກ​ຮ້ອນ ​ເປັນເວລາ 5 ສັບປະດາ​ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນສຸກ​ມື້​ນີ້.

ເບິ່ງວີດີໂອຈາກນັ້ນຂ່າວຂອງ VOA: Greg Flakus ຈາກ Houston

Immigrant Influx on Texas Border Heats Up Political Debate
please wait

No media source currently available

0:00 0:02:49 0:00

ຮ່າງ​ກົດໝາຍ​ທີ່​ວ່າ​ນີ້ ຈະ​ເພີ້​ມການ​ຮັກສາ​ຄວາມ​ປອດ​ໄພ ຕາມ​ຊາຍ​ແດນ​ສະຫະລັດ​ແລະ
ແມັກຊິກ​ໂກ ບ່ອນ​ທີ່​ໄດ້​ມີ​ພວກ​ເດັກນ້ອຍ​ຫຼາຍ​ກວ່າ 57 ພັນ​ຄົນ ​ຈາກ​ອາ​ເມຣິກາ​ກາງລັກລອບ
​ເຂົ້າ​ມາ​ຍັງ​ສະຫະລັດໂດຍ​ຜິດ​ກົດໝາຍ ເພື່ອ​ຫລົບ​ໜີ​ຈາກ​ຄວາມ​ຮຸນ​ແຮງ​ແລະ​ຄວາມ​ທຸກ​ຈົນ​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນນັ້ນ.

ການ ​ຫຼັງ​ໄຫຼ​ຂອງ​ພວກ​ເຂົ້າ​ເມືອງ​ທີ່​ວ່າ​ນີ້ ​ໄດ້​ສ້າງ​ພາລະ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ລະບົບ​ການ​ກວດ​ຄົນ​ເຂົ້າ​ເມືອງສະຫະລັດ ຊຶ່ງ​ຮວມ​ເຖິງ​ການ​ຫາ​ບ່ອນຢູ່​ອາ​ໄສ​ໃຫ້​ພວກ​ເຂົາ​ເຈົ້າ ​ແລະ​ການ​ທີ່ມີຜູ້​ພິ
ພາກສາ​ສານ​ ພຽງພໍຫຼື​ບໍ່ ທີ່​ຈະ​ຕັດສິນວ່າ ຜູ້​ໃດ​ສາມາດ​ຢູ່​ໃນ​ສະຫະລັດ ​ໃນ​ຖານະ​ເປັນຜູ້​ລີ້
ໄພ ​ແລະ​ຜູ້​ໃດ​ຄວນ​ຈະ​ຖືກ​ສົ່ງ​ກັບຄືນ​ເມືອ.

Immigrant Children Live in Numerous US Communities
please wait

No media source currently available

0:00 0:02:01 0:00

US Senate Republicans have blocked a vote on a bill to tackle the immigration crisis while the House has postponed its summer recess to vote on its version.

The Senate fell 10 votes short Thursday to waive Republican objections to the bill and bring it to a final vote.

In the House of Representatives, Republican leaders abruptly dropped their immigration measure from the House agenda Thursday when it became apparent there weren't enough votes from ultra-conservatives to pass.

But facing criticism from voters and the media for being a "do-nothing" Congress, House Republicans decided to hold a vote before adjourning for a five-week recess Friday.

The bills would boost security along the U.S. border with Mexico where more than 57,000 children from Central America have illegally crossed into the United States to escape violence and poverty at home.

The influx has created a huge burden on the immigration system, including where to house the migrants and whether there are enough judges to decide who gets asylum and who is deported.

XS
SM
MD
LG