ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວວ່າ ການຂົ່ມຂູ່ ຂອງ ພວກກໍ່ການຮ້າຍ ໃນໂລກ ໄດ້ເຂົ້າສູ່ ວັກຕອນໃໝ່


Police deploy smoke and pepper grenades during clashes with protesters in northwest Washington, Friday, Jan. 20, 2017. (AP Photo/Mark Tenally)
Police deploy smoke and pepper grenades during clashes with protesters in northwest Washington, Friday, Jan. 20, 2017. (AP Photo/Mark Tenally)

ທ່ານ Jeh Johnson ລັດຖະມົນຕີ​ກະຊວງ​ຮັກສາ​ຄວາມ​
ປອດ​ໄພ​ພາຍ​ໃນ​ສະຫະລັດ ກ່າວ​ເຕືອນ​ໃນ​ວັນ​ອາທິດ​ວານ​
ນີ້​ວ່າ ການ​ຂົ່ມຂູ່​ຂອງ​ພວກກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ ​ໄດ້​ເຂົ້າ
​ສູ່ “ວັກ​ຕອນ​ໃໝ່” ບ່ອນ​ທີ່ ພວກຫົວ​ຮຸນ​ແຮງ​ຈັດ​ອິສລາມ
​ທີ່​ມີ​ຄວາມ​ຮູ້​ໃນ​ດ້ານ​ໃຊ້​ສື່​ມວນ​ຊົນ​ ກຳລັງ​ດຶງ​ດູດ​ຈິດໃຈ​ຜູ້
​ຄົນ​ຢ່າງ​ສຳ​ເລັດ​ຜົນ ໃຫ້​ທຳ​ການ​ໂຈມ​ຕີ​ແບບ “​ໂດດດ່ຽວ”
​ເພື່ອເປົ້າ​ໝາຍ​ຂອງ​ພວກ​ເຂົາ​ນັ້ນ.

​ໃນ​ການ​ກ່າວ​ຢູ່​ໃນລາຍການ This Week ຂອງໂທລະພາບ
ຊ່ອງ ABC ທ່ານ Johnson ກ່າວ​ວ່າ ອິດ​ທິພົນ​ຂອງ​ກຸ່ມລັດ​
ອິສລາມ ກຳລັງ​ແຜ່​ລາມອອກ​ໄປ​ກາຍ ​ສະໜາມ​ລົບ​ແຫ່ງ​ຕ່າງໆ​
ຂອງ​ພາກ​ຕາ​ເວັນ​ອອກ​ກາງ.

ທ່ານ Johnson ກ່າວ​ວ່າ “ພວກ​ເຮົາ​ແມ່ນຢູ່​ໃນ​ສະພາບ​ແວດ​ລ້ອມ​ໃໝ່​ຢ່າງ​ແນ່ນອນ ຍ້ອນ​ການ​ໃຊ້​ສື່​ສັງຄົມ​ໃຊ້Internet ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ກຸ່ມ​ລັດ​ອິສລາມ ທີ່​ມີ
​ຄວາມ​ສາມາດ​ເຂົ້າ​ມາ​ເຖິງ​ດິນ​ແດນ​ຂອງ​ພວກ​ເຮົາ​ໄດ້ແລະ​ບາງທີ ​ດົນ​ບັນດານ​ຈິດ​
ໃຈ​ຄົນ​ອື່ນກໍ​ໄດ້ນຳ. ທ່ານ​ກ່າວຕື່ມ​ວ່າ “ພວກ​ເຮົາຢູ່​ໃນ​ວັກ​ຕອນ​ໃໝ່​ຢ່າງ​ແນ່ນອນ​
ຂອງ​ໄພ​ຂົ່ມຂູ່​ຂອງພວກກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ ບ່ອນ​ທີ່​ອັນທີ່ເອີ້ນ​ກັນ​ວ່າ ຜູ້ໂຈມ​ຕີ
ໂດດດ່ຽວ ​ສາມາດ​ທຳ​ການ​ໂຈມ​ຕີ ໃນ​ເວລາ​ໃດ​ກໍ​ໄດ້.”

ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ຄົນ​ອາ​ເມຣິກັນ​ລະມັດລະວັງ ​ແລະມີ​ສະຕິ​ລະວັງຕົວ ​ແຕ່​ກໍບໍ່​ເຖິງຂັ້ນ​ໃຫ້​ຫຼີກ​ເວັ້ນ​ ​ການ​ໄປ​ຮ່ວມໃນເຫດການ​ສຳຄັນ​ຕ່າງໆ​ໃນ​ທີ່​ສາທາລະນະ​.

ທ່ານ James Comey ຫົວໜ້າ​ອົງການ FBI ຂອງ​ສະຫະລັດ ​ໃນ​ສັບປະດາ​ແລ້ວ​ນີ້ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ການ​ຊັກ​ຊວນ​ຂອງ​ກຸ່ມ​ລັດ​ອິສລາມ ​ໃຫ້​ທຳ​ການ​ໂຈມ​ຕີ ”ພວກທະຫານ​ໃນ​ເຄື່ອງ​ແບບ ​ແລະ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ​ ໃນ​ການ​ໂຄສະນາ​ຊວນ​ເຊື່ອ​ທາງ​ອິນ​ເທີ​ແນັດຂອງ​ພວກ​ເຂົາ ຊຶ່ງ​ທ່ານ​ກ່າວ​ວ່າ ມີ​ປະຊາຊົນ​ເປັນ “ຮ້ອຍໆ ບາງທີ​ຮອດເປັນ​ພັນໆ​ຄົນ” ​ໃນ​ສະຫະລັດ ທີ່​ໄດ້​ຮັບ​ການ​ຕິດ​ຕໍ່ທາ​ບທາມ​ຈາກ​ພວກ Jihad ນີ້.

​ໃນ​ວັນ​ສຸກ​ແລ້ວ​ນີ້ ກອງທັບ​ສະຫະລັດ ​ໄດ້​ເພີ້​ມທະວີ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນ​ຂຶ້ນ​ ຕາມ​ຖານ​ທັບ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ເບິ່ງວີດີໂອ ກ່ຽວຂ້ອງກັບ ການຂະຫຍາຍໂຕ ຂອງພວກກໍ່ການຮ້າຍ:

Terrorists Can be Their Own Worst Enemies
please wait

No media source currently available

0:00 0:03:22 0:00

XS
SM
MD
LG