ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຖ້າບໍ່ເຊັນ ຂໍ້ຕົກລົງ ສຫລ ຈະຖອນ ກຳລັງ ທັງໝົດ ຈາກ ອັຟການິສຖານ (ວີດີໂອ)


Security Agreement Between Afghanistan and US Proposed
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

ການເຈລະຈາລະຫວ່າງສະຫະລັດ ແລະອັຟການີສຖານ

ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ​ນາງ
Susan Rice ​ໄດ້​ບອກ​ກັບ​ປະທານາທິບໍດີອັຟການີສຖານ ທ່ານ
Hamid Karzai ວ່າ ສະຫະລັດ​ຈະຖອນ​ກອງ​ກໍາລັງ​ທັງ​ໝົດ​ຂອງ
ຕົນອອກ​ຈາກ​ປະ​ເທດ​ອັຟກາ​ນິສຖານ ຫຼັງ​ຈາກ ປີ 2014ຖ້າ​ຫາກ​
ທ່ານ​ປະຕິ​ເສດ​ບໍ່​ຍອມ​ເຊັນ​ຂໍ້ຕົກລົງ​ດ້ານ​ຄວາມ​ໝັ້ນຄົງ​ກັບ​ສະຫະ
ລັດ.

​ໃນ​ລະຫວ່າງ​ການ​ພົບ​ປະກັນ​ ທີ່​ກຸງ Kabul ​ໃນ​ວັນ​ຈັນ​ວານ​ນີ້
ທ່ານ Karzai ​ໄດ້​ບອກ​ກັບທ່ານ​ ນາງ Rice ວ່າ ທ່ານ​ຈະ​ບໍ່
ຍອມ​ອ່ອນ​ຂໍ້​ໃຫ້ ​ໃນ​ການ​ປະຕິ​ເສດ​ບໍ່​ຍອມ​ເຊັນຂໍ້ຕົກລົງດັ່ງກ່າວ
ແລະ ​ເລືອກ​ທີ່​ຈະ​ເລື່ອນເວລາອອກ​ໄປ ​ໃຫ້ເປັນ​ພາລະ​ຂອງ​ຜູ້​ທີ່
​ຈະ​ຂຶ້ນ​ມາ​ກໍາ​ອໍາ​ນາດ​ ຄົນ​ຕໍ່​ໄປ.

ແຕ່ແທນ​ທີ່ ທ່ານ Karzai ກັບ​ໄດ້​ທຳ​ການ​ຮຽກຮ້ອງໃໝ່ຕ່າງໆ ທີ່​ຮວມທັງ ​ການ​ຄໍ້າປະກັນ​
ໃນອານາ​ຄົດ ທີ່​ກອງ​ທັບ​ສະຫະລັດ​ຈະ​ບໍ່​ບຸກ​ເຂົ້າ​ໄປ​ໃນບ້ານ​ເຮືອນ​ຂອງ​ຊາວ​ອັຟກາ​ນີສຖານ
​ແລະ​ວ່າ ​ໃຫ້​ສະຫະລັດ​ສະ​ແດງຄວາມ​ໝັ້ນໝາຍ ທີ່​ຈະ​ຊ່ອຍ​ລິ​ເລີ້ມການ​ເຈລະຈາ​ສັນຕິພາບ
​ກັບພວກ ກະບົດຕາລີ​ບັນທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມານັ້ນຄືນ​ໃໝ່. ທ່ານ​ຍັງ​ໄດ້​ກ່າວ​ຢໍ້າ
ເຖິງ​ຄວາມ​ຮຽກຮ້ອງ​ຂອງ​ທ່ານ ທີ່​ວ່າ ສະຫະລັດຈະ​ຕ້ອງ​ເຂົ້າ​ມາ​ກໍາກັບ​ການ​ເລືອກ​ຕັ້ງ​ຢ່າງ​
ເສລີ​ແລະໂປ່​ງ​ໃສ​ໃນອັຟກາ​ນີສຖານ ໃນ​ວັນ​ທີ 5 ເດືອນ​ເມສາ ປີ​ໜ້າ​ນີ້.

ການ​ພົບ​ປະ​ທີ່​ວ່າ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ທ່ານ​ນາງ Rice ຢ້ຽມຢາມທະຫານ​ສະຫະລັດ ​ໃນ​ການ
​ເດີນທາງ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ​ເທື່ອ​ທຳ​ອິດ ​ໃນ​ຖາ​ນະ​ຫົວໜ້າ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ
​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ.

​ໃນ​ວັນ​ອາທິດ​ຜ່ານ​ມາ ປະທານາທິບໍດີກາໄຊ ແມ່ນ​ບໍ່​ເອົາ​ຫົວຊາ​ຕໍ່​ຄຳ​ແນະນຳ​ຂອງ​ສະພາ
Loya Jirga ​ໃຫ້​ລົງ​ນາມ​ໃນ​ທັນທີ ຕໍ່​ຂໍ້​ຕົກລົງ​ຄວາມ​ໝັ້ນຄົງ​ສອງ​ຝ່າຍ​ສະບັບໃໝ່ກັບ​ສະຫະລັດ.
XS
SM
MD
LG