ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີຕ່າງປະເທດ ສະຫະລັດ ພົບປະກັບ ນາຍົກລັດຖະມົນຕີ ອັງກິດ


ທ່ານ John Kerry ​ໄດ້​ພົບ​ປະ​ກັບ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ທີ່ສໍານັກງານນາຍົກ ອັງກິດ ​
ທ່ານ John Kerry ​ໄດ້​ພົບ​ປະ​ກັບ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ທີ່ສໍານັກງານນາຍົກ ອັງກິດ ​
ລັດຖະມົນ​ຕີການ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​
ໄດ້​ພົບ​ປະ​ກັບ ນາຍົກລັດຖະມົນຕີອັງກິດ ທ່ານ David
Cameron ​ແລະ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ William
Hague ໃນ​ວັນ​ຈັນ​ມື້​ນີ້​ທີ່ Downing Street ຫລື​ ສໍານັກງານ
ນາຍົກລັດຖະມົນຕີ ​ໃນ​ກຸງ​ລອນ​ດອນ.

​ໃນ​ການ​ເດີນທາງ​ຄັ້ງ​ນີ້ ທ່ານ Kerry ມີ​ນັດ​ໝາຍ​ທີ່​ຈະ​ພົບ​ປະ​
ກັບບັນດາ ​ຜູ້​ນໍາ​ອຶ່ນໆ​ທີ່ ເຢຍລະ​ມັນ ຝຣັ່ງ ອີ​ຕາ​ລີ ​ເທີ​ກີ ອີ​ຈິບ
ຊາ​ອຸ​ດີອາ​ເຣ​ເບຍ ສະຫະລັດ​ອາຣັບ​ເອ​ມີເຣັສ ​ແລະ​ກາ​ຕ້າ ຊຶ່ງ
​ເປັນ​ການ​ເດີນທາງເທື່ອ​ທໍາ​ອິດ ນັບຕັ້ງ​ແຕ່​ທ່ານ​ໄດ້​ເຂົ້າ​ຮັບຕໍາ
​ແໜ່​ງລັດຖະມົນ​ຕີການ​ຕ່າງ​ປະ​ເທດ ສະຫະລັດ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ຊີ​ເຣຍ ຈະ​ເປັນ
​ຫົວ​ຂໍ້ສໍາ​ຄັນຂອງ​ການ​ສົນທະນາ ​ໃນ​ເວລາ​ທີ່ທ່ານພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ປະ​ເທດ​
ຕ່າງໆ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຊຶ່ງ​ທ່ານ Kerry ​ໄດ້​ບັນລະຍາຍ​ວ່າ​ ເປັນ “ການຢ້ຽມຢາມ
​ເພື່ອ​ຮັບ​ຟັງ.” ທ່ານຍັງ​ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ຜູ້​ນໍາຝ່າຍ​ຄ້ານ ແນວ​ໂຮມ​ປະສົ​ມ​ແຫ່ງ​ຊາດ
ຊີ​ເຣຍ ນັ້ນ​ນໍາ.

​ໃນ​ຂະນະຢູ່​ທີ່ກຸງ​ເບີ​ລິນ ຄາດ​ວ່າ​ ທ່ານ​ຈະ​ພົບ​ກັບ ຄູ່​ຕໍາແໜ່​ງຈາກຣັດ​ເຊຍ ທ່ານ Sergei Lavrov ນໍາ. ວໍ​ຊິງ​ຕັນກັບມົສກູ ມີ​ທ່າ​ທີ​ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບວ່າ​ຈະຮັບ​ມື​ແນວ​ໃດ​
ກັບວິ​ກິດ​ການ​ໃນຊີ​ເຣຍ ​ແລະ​ສາຍ​ພົວພັນ​ສອງ​ຝ່າຍ ໄດ້ຫ່າງ​ເຫີ​ນ​ໄປ ຍ້ອນແຜນການ
ຂອງສະຫະລັດ ທີ່​ຈະຕິດ​ຕັ້ງລະບົບ​ປ້ອງ​ກັນ​ລູກສອນ​ໄຟ ໃນຢູ​ໂຣບ.

ກ່ຽວຂ້ອງກັນ

XS
SM
MD
LG