ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ເດີນທາງໄປ ຢ້ຽມຢາມ ອີຣັກ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter
ຖືກຕ້ອນຮັບ ໂດຍນາຍພົນ McFarland ໃນຂະນະ ທີ່ເດີນ
ທາງໄປຮອດ ນະຄອນຫຼວງ Baghdad, ວັນທີ 18 ເມສາ 2016. (C. Babb/VOA)
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ຖືກຕ້ອນຮັບ ໂດຍນາຍພົນ McFarland ໃນຂະນະ ທີ່ເດີນ ທາງໄປຮອດ ນະຄອນຫຼວງ Baghdad, ວັນທີ 18 ເມສາ 2016. (C. Babb/VOA)

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໄດ້ເດີນທາງໄປເຖິງ ອີຣັກ ໃນວັນຈັນມື້ນີ້ ເພື່ອເຈລະຈາກັບ ບັນດາຜູ້ບັນຊາການຂອງທ່ານ ແລະ ບັນດາຜູ້ນຳ ຊາວ ອີຣັກ ກ່ຽວກັບວິທີທາງຕ່າງໆ ທີ່ ສະຫະລັດ ຈະສາມາດເສີມຂະຫຍາຍ ການຕໍ່ສູ້ຕ້ານ ພວກຫົວຮຸນແຮງລັດອິສລາມ ຢູ່ໃນອີຣັກ ແລະຊີເຣຍ.

ເຈົ້າໜ້າທີ່ປ້ອງກັນປະເທດ ອາວຸໂສທ່ານໜຶ່ງກ່າວວ່າ “ຝ່າຍອີຣັກ ແມ່ນຈະກ້າ ຂໍຮ້ອງ ເອົາສິ່ງທີ່ພວກເຂົາເຈົ້າຕ້ອງການ. ພວກນາຍພົນ ແລະພົນເອກ ຂອງພວກເຮົາ ແມ່ນ ນັ່ງຢູ່ຄຽງຂ້າງຊາວອີຣັກ.”

ໃນການກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ໃນ ສະຫະລາດຊະອານາຈັກ ອາຣັບ ເອເມີເຣັສ ນັ້ນ ທ່ານ Carter ໄດ້ກ່າວສະແດງຄວາມໝັ້ນໃຈ ວ່າ ທຳນຽບຂາວ ຈະຮັບ ຮອງເອົາການສະເໜີແນະຕ່າງໆ.

ພາບນີ້ ໄດ້ຖືກຖ່າຍອອກມາຈາກ ກ້ອງວີດີໂອ ທີ່ຕິດຕັ້ງຢູ່ປືນ ເມື່ອວັນທີ 4 ກໍລະກົດ 2015 ແລະໄດ້ຖືກເປີດເຜີຍ ໂດຍ ສູນບັນຊາການ ສະຫະລັດ ທີ່ສະແດງໃຫ້ເຫັນ ການໂຈມຕີທາງອາກາດ ຕໍ່ຂົວແຫ່ງໜຶ່ງ ໃກ້ກັບເມືອງ Raqqa ຂອງ Syria ທີ່ໄດ້ຢຶດຄອງໂດຍກຸ່ມ ລັດອິສລາມ ຊຶ່ງເປັນເສັ້ນທາງຜ່ານທີ່ສຳຄັນ ສຳລັບ ພວກຫົວຮຸນແຮງ.
ພາບນີ້ ໄດ້ຖືກຖ່າຍອອກມາຈາກ ກ້ອງວີດີໂອ ທີ່ຕິດຕັ້ງຢູ່ປືນ ເມື່ອວັນທີ 4 ກໍລະກົດ 2015 ແລະໄດ້ຖືກເປີດເຜີຍ ໂດຍ ສູນບັນຊາການ ສະຫະລັດ ທີ່ສະແດງໃຫ້ເຫັນ ການໂຈມຕີທາງອາກາດ ຕໍ່ຂົວແຫ່ງໜຶ່ງ ໃກ້ກັບເມືອງ Raqqa ຂອງ Syria ທີ່ໄດ້ຢຶດຄອງໂດຍກຸ່ມ ລັດອິສລາມ ຊຶ່ງເປັນເສັ້ນທາງຜ່ານທີ່ສຳຄັນ ສຳລັບ ພວກຫົວຮຸນແຮງ.

ທ່ານ Carter ໄດ້ກ່າວຕື່ມ ຢູ່ທີ່ ຖານທັບອາກາດ Al Dhafra ໃກ້ໆກັບນະຄອນຫຼວງ Abu Dhabi ວ່າ “ພວກເຮົາກຳລັງຫາທາງທີ່ຈະເຮັດໃຫ້ຫຼາຍຂຶ້ນ ນັບຕັ້ງແຕ່ຈາກ ທາງ ອາກາດ ໄປເຖິງພາກພື້ນດິນ. ພວກທ່ານຄວນຄາດວ່າ ຈະໄດ້ເຫັນພວກເຮົາເຮັດ ຫຼາຍຂຶ້ນກວ່າເກົ່າ.”

ກຸ່ມແນວໂຮມທີ່ນຳພາໂດຍສະຫະລັດ ໄດ້ນຳໃຊ້ຖານທັບອາກາດ ສຳລັບປະຕິບັດການ ໂຈມຕີທາງອາກາດ ຕໍ່ຕ້ານກຸ່ມລັດອິສລາມ ພ້ອມກັນກັບ ພາລະກິດ ການສືບລັບ ການ ລາດຕະເວນຫາຂໍ້ມູນ ແລະການສອດແນມຕ່າງໆເປັນຕົ້ນ.

ເຮືອບິນຮົບ ອາຍພົ່ນ ສະຫະລັດ F-22 ສອງລຳ ແມ່ນເຫັນບິນຢູ່ ເທິງໜ່ານຟ້າ.
ເຮືອບິນຮົບ ອາຍພົ່ນ ສະຫະລັດ F-22 ສອງລຳ ແມ່ນເຫັນບິນຢູ່ ເທິງໜ່ານຟ້າ.

ການຢ້ຽມຢາມຂົງເຂດດັ່ງກ່າວຂອງທ່ານ Carter ມີຂຶ້ນ ໃນຂະນະທີ່ ສະຫະລັດ ພວມ ພິຈາລະນາຢູ່ວ່າ ຈະເພີ້ມຈຳນວນທະຫານອາເມຣິກັນ ຂຶ້ນຢູ່ໃນອີຣັກ.

ເຈົ້າໜ້າທີ່ອາວຸໂສທ່ານນີ້ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າ ຄິດວ່າ ໃນເວລາໃດ ທີ່ພວກເຮົາ ເວົ້າເຖິງເລື່ອງການເພີ້ມຄວາມອາດສາມາດ ມັນກໍມັກຈະໝາຍເຖິງ ການເພີ້ມຈຳນວນ ຂອງທະຫານຕື່ມອີກ ຈຳນວນນ້ອຍໃນບາງສ່ວນ ແຕ່ແທ້ຈິງແລ້ວ ອັນທີ່ສຳຄັນຫຼາຍ ທີ່ສຸດ ແມ່ນຄວາມອາດສາມາດ ແລະອັນທີ່ມັນຈະເຮັດໃຫ້ພວກເຮົາໄດ້ຮັບ ໃນການຕໍ່ສູ້ນັ້ນ.”

ທ່ານ Carter ໄດ້ບອກບັນດານັກຂ່າວວ່າ “ການມີໜ້າຂອງພວກເຮົາ ຢູ່ໃນພາກພື້ນ ແຫ່ງນີ້ ຈະສືບຕໍ່ເຮັດໃຫ້ເກີດຜົນ ບໍ່ແມ່ນການປ່ຽນບົດບາດ ຂອງກອງກຳລັງຂອງ ທ້ອງຖິ່ນ.”

Carter Visit Iraq
please wait
Embed

No media source currently available

0:00 0:00:49 0:00

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG