ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່​ ເດັກເຄາະຮ້າຍ ຂໍຮ້ອງ ໃຫ້ສະພາ ຮັບຜ່ານ​ ກົດໝາຍ​ ຄວບ​ຄຸມ​ປືນ​ (ວີດີໂອ)


​ນາງ Francine Wheeler ​ຮ້ອງ​ຂໍ​ຜ່ານທາງວິທະຍຸ ແລະ​
ອິນ​ເຕີ​​ແນັດ ​ໃນ​ວັນ​ເສົາ​ມື້​ນີ້ ​​ໃຫ້ສະພາຮັບຜ່ານກົດໝາຍ ຄວບຄຸມອາວຸດປືນ ທີ່ເຄັ່ງຄັດກວ່າເກົ່າ.
​ນາງ Francine Wheeler ​ຮ້ອງ​ຂໍ​ຜ່ານທາງວິທະຍຸ ແລະ​ ອິນ​ເຕີ​​ແນັດ ​ໃນ​ວັນ​ເສົາ​ມື້​ນີ້ ​​ໃຫ້ສະພາຮັບຜ່ານກົດໝາຍ ຄວບຄຸມອາວຸດປືນ ທີ່ເຄັ່ງຄັດກວ່າເກົ່າ.
ແມ່​ ຂອງ​ເດັກນ້ອຍ​ ຜູ້​ເຄາະ​ຮ້າຍຄົນ​ນຶ່ງ ​ຈາກ​ການ​ຍິງ​ກັນ​ທີ່
​ໂຮງຮຽນ ປະຖົມ Sandy Hook ຢູ່​ພາກ​ຕາ​ເວັນ​ອອກ​ຂອງ
ສະຫະລັດໃນ​ເດືອນ​ທັນວາປີ​ແລ້ວ​ນີ້ ​ໄດ້​ຮ້ອງ​ຂໍ​ໃຫ້​ຊາວ​ອາ
​ເມຣິກັນ​ຄົນອື່ນໆຊຸກຍູ້​ໃຫ້​ລັດຖະສະພາ ຮັບຜ່ານ​ກົດໝາຍ​
ຄວບ​ຄຸມ​ປືນ​ ​ທີ່ເຄັ່ງ​ຄັດຂຶ້ນກວ່າ​ເກົ່າ.

​ນາງ Francine Wheeler ​ໄດ້​ທຳ​ການ​ຮ້ອງ​ຂໍດັ່ງກ່າວ ​
ໂດຍທາງວິທະຍຸແລະ​ອິນ​ເຕີແນັດໃນ​ວັນ​ເສົາ​ມື້​ນີ້ ແທນ
ການ​ກ່າວ​ຄຳ​ປາ​ໄສ​ປະຈຳສັບປະດາ​ຂອງປະທານາທິບໍ
ດີບາຣັກ ​ໂອ​ບາ​ມາທີ່​ມີ​ຂຶ້ນຕາມ​ປົກກະຕິນັ້ນ. ນາງ​ອ້ອນ
ວອນ​ວ່າ “ຊ່ວຍ​ພວກ​ເຮົາ​ເຮັດ​ແນວໃດ​ແນວ​ນຶ່ງ ກ່ອນທີ່​
ໂສກ​ນາດຕະກໍາ​ຂອງ​ພວກ​ເຮົາ ຈະກາຍ​ເ​ປັນ​ຂອງ​ທ່ານ.”



ຄໍາ​ຮ້ອງ​ຂໍ​ຂອງນາງ Wheeler ​ໄດ້​ມີຂື້ນ​ພຽງສອງ​ມື້​ ຫລັງ​ຈາກສະພາ​ສູງ​ລົງ​ຄະ​ແນນ​ສຽງ ອະນຸມັດ​ໃຫ້​ມີ​ການ​ອະພິປາຍກັນ​ ກ່ຽວ​ກັບຮ່າງ​ກົດ ໝາຍຄວບຄຸມປືນທີ່​ໄດ້​ກາຍ​ມາ​ເປັນນຶ່ງ​ໃນ​ບັນຫາ​ຖົກ​
ຖຽງ​ໂຕ້​ແຍ້​ງທີ່ຮ້າຍ ​ແຮງ​ສຸດ ແລະ​ເປັນ​ຮ່າງ​ກົດໝາຍທີ່​ແຕະຕ້ອງ​ຈິດ​ໃຈສໍາ​ລັບ​ປີ​ນີ້. ບັນດາ​ຜູ້​ເຄາະ​ຮ້າຍຄອບຄົວອື່ນໆ​ ອີກ​ຫຼາຍຄອບຄົວ​ ຈາກໂຮງຮຽນ Sandy Hook ​ກໍໄດ້​ເດີນທາງ​ມາກຸງ​ວໍ​ຊິງ​ຕັນ
​ໃນອາທິດ​ນີ້ ​ເພື່ອ​ກົດ​ດັນ​ໃຫ້​ບັນ ດາ​ສະມາຊິກ​ສະພາ ໃຫ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ຄວບ​ຄຸມ​ປືນ​ທີ່ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ.

ໃນ​ຄຳ​ປາ​ໄສ​ຕອບ​ປະຈຳ​ສັບປະດາ​ຂອງ​ພັກຣີພັບ​ບລີ​ກັນ ​ໃນ​ວັນ​ເສົາ​ມື້ນີ້ ສະມາຊິກ​ສະພາ​ຕໍ່າ​ ທີ່​ເຂົ້າຮັບ​ໜ້າ​ທີ່​ໃນ​ປີ​ທຳ​ອິດ ທ່ານນາງ Jackie Walorski ຈາກ Indiana ​ໄດ້​ຕຳ​ໜິຕິຕຽນ​ຮ່າງ​ງົບ
ປະມານ​ຂອງ​ປະທາ ນາ​ທິບໍດີ​ໂອ​ບາ​ມາ ທີ່​ໄດ້​ມີ​ການ​ເປີດ​ເຜີຍ​ໃນອາທິດ​ນີ້ວ່າ ​ເປັນ​ການ​ປ່ອຍ ເສລີໃຫ້​ມີ​ການ​ໃຊ້​ຈ່າຍແລະ​ການ​ເປັນໜີ້​ເພີ້ມຕື່ມ.

XS
SM
MD
LG