ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວວ່າ ຫຼາຍລ້ານຄົນ ຖືກສວຍໃຊ້ ເພື່ອສ້າງຮັ່ງຄູນມີ ໃນການຄ້າມະນຸດ


US Calls Fight Against Human Trafficking a Must Win
please wait

No media source currently available

0:00 0:02:08 0:00

ເບິ່ງລາຍງານຂອງ Jeff Seldin.

ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ຂະບວນການ​ຄ້າ​
ມະນຸດ ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ແມ່ນ​ຊ່ວຍ​ເພີ້​ມ ຄວາມ​ຮັ່ງ​ມີ​
ຢ່າງຫຼວງຫຼາຍ ໃຫ້ແກ່​ເສດຖະກິດ​ຂອງໂລກ ໂດຍ​ເຮັດ​ໃຫ້ຫຼາຍ
ລ້ານ​ຄົນ ຖືກສວຍໃຊ້​ເອົາ​ລັດ​ເອົາ​ປຽບ ​ໂດຍ​ພວກ​ໄຮ້​ມະນຸດສະ
ທຳ ທີ່​ກຳກັບເບິ່ງ​ແຍງ​ພວກ​ກຳມະ​ກອນ ​ແລະ ພວກຄ້າປະເວນີ
“ຢູ່​ໃນເກືອບວ່າ​ທຸກ​ໆປະ​ເທດ​ໃນ​ໂລກ.”

ຢູ່​ໃນລາຍ​ງານກ່ຽວ ​ກັບ​ສິດທິ​ມະນຸດ ປະຈຳ​ປີດັ່ງກ່າວ ກະຊວງ​
ການ​ຕ່າງປະ​ເທດ ເອີ້ນການສວຍໃຊ້ເອົາ​ລັດ​ເອົາ​ປຽບ​ດັ່ງກ່າວ
ວ່າ ເປັນ “ລະບົບ​ຂ້າ​ທາດ​ແບບ​ໃໝ່” ທີ່​ທຳຮ້າຍທາລຸນພວກ​ຍິງ
ສາວ ​ແລະ ​ແມ່ຍິງ ​ໃຫ້​ກາຍເປັນ​ໂສ​ເພນີ ​ແລະ ​ບັງ​ຄັບໃຫ້ພວກ​
ຜູ້​ຊາຍແມ່ຍິງແລະເດັກນ້ອຍ ​ໄປ​ເຮັດ​ວຽກ​ທີ່​ມີຄ່າ​ຈ້າງ​ຕ່ຳໃນ​ທົ່ວ​ໂລກ ແມ່ນ​ກະ​ທັງ​ວ່າ ພວກ​
ເຂົາ​ເຈົ້າອາດ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ແຮງງານສຳ​ຫລັບ​ວຽກ​ທີ່ພວກ​ເຂົາ​ເຈົ້າໄດ້ເຮັດໄປນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ຂະບວນການ​ຄ້າ​ມະນຸດ ​ແລະ ລະບົບ​ຂ້າ​ທາດ​ແບບ​ໃໝ່ ​“ແມ່ນ​ເປັນ​ລະບົບອຸດສາຫະກຳ” ທີ່​ມີ​ມູນ​ຄ່າ 150 ຕື້​ໂດ​ລາ
ຕໍ່​ປີ. ທ່ານກ່າວ​ອີກ​ວ່າ ​ລາຍ​ງານໃນ​ປີ​ນີ້ ແມ່ນເປັນການ​ຮຽກຮ້ອງ​ໃຫ້ດຳ​ເນີນການ​ແລະຊຸກ
ຍູ້​ໃຫ້​ບັນດາ​ລັດຖະບານຕ່າງໆເສີມຄວາມເຂັ້ມ​ແຂງແລະປະຕິບັດຕາມ​ກົດໝາຍຂອງ​ພວກ​
ເຂົາຢ່າງ​ເຂັ້ມງວດ.

ທ່ານ Kerry ​ເວົ້າວ່າ “​ເ​ຊັ່ນ​ດຽວ​ກັນ​ກັບທຸກໆປະ​ເທດ ພວກ​ເຮົາ​ມີ​ຄວາມ​ຮັບຜິດຊອບທີ່​ຈະ​ຕ້ອງ​ໄດ້​ເຮັດ​ ໃຫ້​ດີກ​ວ່າ​ນີ້” ຢູ່​ໃນ​ສະຫະລັດ ​ເພື່ອ​ປາບປາມ ການ​ບັງຄັບ​ໃຊ້ແຮງງານ ແລະ ການລັກລອບ​ຄ້າ​ປະ ເວນີ.

​ລາຍ​ງານ​ກ່າວວ່າ “ຂະ​ບວນການ​ຄ້າ​ມະນຸດ ​ແມ່ນບໍ່ມີ​ພົມ​ແດນ ​ແລະບໍ່​ເຄົາລົບ​ຕໍ່​ກົດໝາຍ​ໃດໆ. ມັນ​ເກີດ​ຂຶ້ນ ຢູ່​ໃນ​ລະບົບ ​ແລະ ນອກ​ລະບົບ ຂອງ​ຕະຫຼາດ​ແຮງ​ງານ ທີ່ເປັນ​ອຸດສາ ຫະກຳ ທັງ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະຜິດຕໍ່​ກົດໝາຍ ທີ່ສົ່ງ​ຜົນ​ກະທົບ​ຕໍ່ພວກ​ຄົນ​ງານ​ທີ່​
ມີ​ຄວາມຮູ້ຄວາມສາມາດ ​ແລະບໍ່​ມີ​ຄວາມຮູ້ຄວາມສາມາດຈາກ​ທຸກໆລະດັບ​ການ​ສຶກສາ.”

XS
SM
MD
LG