ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ການຊ່ວຍເຫຼືອ ອັຟການິສຖານ ບໍ່ແມ່ນໃບສັ່ງຈ່າຍເງິນ ທີ່ເປົ່າຫວ່າງ


ເອກອັກຄະລັດຖະທູດ ທ່ານ Richard Olson ຜູ້ຕາງໜ້າ
ພິເສດຂອງ ສະຫະລັດ ສຳລັບວຽກງານ ກ່ຽວກັບ ອັຟການິສ
ຖານ ແລະ ປາກິສຖານ ກ່າວໃນງານ ແຫ່ງໜຶ່ງ ຈັດຂຶ້ນໂດຍ ພາກວິຊາການສຶກສາພັດທະນາສາກົນ, ໃນມະຫາວິທະຍາໄລ Johns Hopkins, 29 ກັນຍາ 2016. (H. Alikoza/VOA)
ເອກອັກຄະລັດຖະທູດ ທ່ານ Richard Olson ຜູ້ຕາງໜ້າ ພິເສດຂອງ ສະຫະລັດ ສຳລັບວຽກງານ ກ່ຽວກັບ ອັຟການິສ ຖານ ແລະ ປາກິສຖານ ກ່າວໃນງານ ແຫ່ງໜຶ່ງ ຈັດຂຶ້ນໂດຍ ພາກວິຊາການສຶກສາພັດທະນາສາກົນ, ໃນມະຫາວິທະຍາໄລ Johns Hopkins, 29 ກັນຍາ 2016. (H. Alikoza/VOA)

ປະຊາຄົມນານາຊາດກຳລັງຊອກຫາສັນຍານຂອງຄວາມຄືບໜ້າໃນບັນຫາຕ່າງໆທີ່ສຳຄັນ ກ່ອນກອງປະຊຸມສາກົນ ກ່ຽວກັບ ອັຟການິສຖານ ໃນນະຄອນຫຼວງ Brussels ທີ່ຈະຈັດ ຂຶ້ນໃນສັບປະດາໜ້ານີ້, ອີງຕາມການກ່າວໂດຍເອກອັກຄະລັດຖະທູດ ທ່ານ Richard Olson ເຊິ່ງເປັນຜູ້ຕາງໜ້າພິເສດຂອງ ສະຫະລັດ ສຳລັບວຽກງານ ກ່ຽວກັບ ອັຟການິສ ຖານ ແລະ ປາກິສ ຖານ.

ສະຫະພາບ ຢູໂຣບ ແລະ ລັດຖະບານສາມັກຄີແຫ່ງຊາດຂອງ ອັຟການິສຖານ ຈະຮ່ວມ ຈັດກອງປະຊຸມ Brussels ກ່ຽວກັບ ອັຟການິສຖານ ທີ່ຈະເລີ່ມຂຶ້ນໃນວັນອັງຄານທີ 4 ຕຸລານີ້. ບັນດາຜູ້ຕາງໜ້າຈາກຫຼາຍກວ່າ 70 ປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ອົງການຕ່າງໆຫຼາຍກວ່າ 10 ອົງການແມ່ນຄາດວ່າຈະເຂົ້າຮ່ວມໃນກອງປະຊຸມນັ້ນ.

ຫຼັງຈາກສົງຄາມທີ່ແກ່ຍາວມາເກືອບເຖິງ 15 ປີ ແລະ ເງິນເປັນຫຼາຍຕື້ໂດລາໃນການຊ່ວຍ ເຫຼືອຂອງສາກົນ, ລັດຖະບານ ອັຟການິສຖານ ຍັງຄົງຕ້ອງການການສະໜັບສະໜູນຈາກ ສາກົນຢູ່. ແຕ່ທ່ານ Olson ໄດ້ກ່າວວ່າ ການສະໜັບສະໜູນນັ້ນ ບໍ່ຄວນຖືກຄາດຫວັງເອົາ ເອງ.

ເອກອັກຄະລັດຖະທູດທ່ານ Olson ໄດ້ກ່່າວໃນງານທີ່ຖືກຈັດຂຶ້ນໂດຍພາກວິຊາການສຶກ ສາພັດທະນາສາກົນ, ໃນມະຫາວິທະຍາໄລ Johns Hopkins ໃນວັນພະຫັດທີ່ຜ່ານມາ ວ່າ “ການສະໜັບສະໜູນຂອງ ສະຫະລັດ ແລະ ນານາຊາດ ສຳລັບ ອັຟການິສຖານບໍ່ ແມ່ນໃບສັ່ງຈ່າຍເງິນທີ່ເປົ່າຫວ່າງ. ການສະໜັບສະໜູນຂອງພວກເຮົາແມ່ນມີຂໍ້ຈຳກັດ ແລະ ມີເງື່ອນໄຂຂຶ້ນຢູ່ກັບຄວາມກ້າວໜ້າຂອງ ອັຟການິສຖານ. ຄວາມສາມາດຮ່ວມ ກັນຂອງພວກເຮົາເພື່ອສືບຕໍ່ສະໜອງການສະໜັບສະນູນໃນລະດັບທີ່ສູງຕໍ່ ອັຟການິສ ຖານ ແມ່ນຂຶ້ນກັບຜົນງານຂອງລັດຖະບານຂອງ ອັຟການິສຖານ ແລະ ຄວາມສາມາດ ທີ່ຈະເຮັດວຽກກັບພວກເຮົາຄືກັນກັບຄູ່ຮ່ວມທີ່ມີປະສິດທິພາບ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG