ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ​ແລະ ຊາ​ອຸ​ດີ ອາຣາ​ເບຍ ຈັດສົ່ງ ອາວຸດ​​ ໄປໃຫ້ ເລ​ບາ​ນອນ


ທະຫານເລບານອນຄົນນຶ່ງ ກຳລັງກວດເບິ່ງອາວຸດ ທີ່ສົ່ງໄປຊ່ວຍ.
ທະຫານເລບານອນຄົນນຶ່ງ ກຳລັງກວດເບິ່ງອາວຸດ ທີ່ສົ່ງໄປຊ່ວຍ.

ສະຫະລັດ ​ແລະ ຊາ​ອຸ​ດີ ອາຣາ​ເບຍ ກຳລັງໃຫ້ການຊ່ອຍເຫຼືອ
ດ້ານອາວຸດແກ່ເລ​ບາ​ນອນ ໃນຂະນະທີ່ແນວໂຮມຕ້ານ​ກຸ່ມລັດ
​ອິສລາມ ເລີ້ມທຳການ​ເຄຶ່ອນ​ໄຫວ ເພື່ອປະ​ເຊີນ​ໜ້າ​ກັບ​ກຸ່ມຫົວ
ຮຸນແຮງດັ່ງກ່າວ ຢູ່​ໃນ​ຂົງ​ເຂດ.

​ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳນະຄອນ Beirut ທ່ານ
David Hale ກ່າວໃນ​ວັນ​ສຸກວານ​ນີ້​ວ່າ ທະຫານ​ເລ​ບາ​ນອນ ​
ໄດ້​ຮັບ “ການ​ຈັດສົ່ງອາວຸດໄປ ໃຫ້ທີ່ໄວຂຶ້ນ​” ຮວມ​ທັງລູກ​ສອນ​
ໄຟທີ່ຍິງຈາກ​ອາກາດຫາ​ພື້ນ​ດິນ ​ໃນລະຍະສອງ ສາມ​ອາທິດ​ທີ່
​ຜ່ານ​ມານີ້.

​ເລ​ບາ​ນອນ ແມ່ນຮວມ​ຢູ່​ໃນບັນດາ 10 ປະ​ເທດອາຣັບທີ່ໃຫ້ການ​ສະໜັບໜູນສະ ຫະລັດ
​ໃນ​ວັນ​ພະຫັດຜ່ານມານີ້ ​ໃນການບຸກໂຈມຕີ​ທາງ​ທະຫານ ຕໍ່ກຳລັງ​ ລັດ​ອິສລາມ ​ໃນ​ອິຣັກ
​ແລະຊິ​ເຣຍ.

​ໃນ​ເດືອນ​ແລ້ວນີ້ ຊາ​ອຸ​ດີ​ອາ​ເຣ​ເບຍ​ໄດ້​ໃຫ້ຄຳໝັ້ນສັນຍາ 1 ພັນ​ລ້ານ​ໂດ​ລາ​ເພື່ອ​ຈະ​ຊື້​ອຸບ
ປະກອນ​ ໃຫ້​ແກ່ກອງທັບ​ເລ​ບາ​ນອນ.

ພວກ​ກະບົດຫົວຮຸນແຮງ ທີ່ພວມ​ສູ້​ລົບຢູ່​ໃນຊິ​ເຣຍ ​ໄດ້​ລັກພ​າ​ໂຕທະຫານ​ ​ແລະ​ຕຳຫລວດ
ຫລາຍສິບຄົນ ໄປຈາກ​ເລ​ບາ​ນອນ ໃນການ​ໂຈມຕີຂ້າມຊາຍແດນໃນເດືອນ​ແລ້ວ​ນີ້. ທະ ຫານເລບານອນ​ສອງ​ຄົນ​ ໄດ້​ຖືກ​ຕັດ​ຫົວ.

XS
SM
MD
LG