ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກບິນ​ ອະວະກາດ ອາ​ເມຣິກັນ ແລະຣັດ​ເຊຍ ກັບ​ຄືນ​ສູ່​ໂລກ ຢ່າງປອດໄພ (ວີດີໂອ)


ທ່ານ Mike Hopkins ນັກບິນອະວະກາດສະຫະລັດ ແລະ ນັກເຫາະ​ຈັກ​ກະ​ຍານຣັດເຊຍ ໄດ້ກັບມາສູ່ໂລກ ດ້ວຍຄວາມປອດໄພ.
ທ່ານ Mike Hopkins ນັກບິນອະວະກາດສະຫະລັດ ແລະ ນັກເຫາະ​ຈັກ​ກະ​ຍານຣັດເຊຍ ໄດ້ກັບມາສູ່ໂລກ ດ້ວຍຄວາມປອດໄພ.
ຍານ​ອະວ​ະກາດ Soyuz ​ໄດ້​ນຳເອົາ​ນັກບິນ​ອະວະກາດ
ອາ​ເມຣິກັນຄົນນຶ່ງ ​ແລະ ຣັດ​ເຊຍ 2 ​ຄົນ ກັບ​ຄືນ​ມາສູ່​ໂລກ
ຫລັງ​ຈາກ​ໄດ້ໃຊ້ເວລາເກືອບ​ຫົກ​ເດືອນຢູ່​ເທິງ ສະຖານີ
ອະວະກາດ​ນາໆ​ຊາດ ​ແລະ​ໄດ້​ລົງ​ມາສູ່​ໂລກ​ຢ່າງ​ປອດ
​ໄພ​ ທີ່ປະເທດ Kazakhstan.

ອົງການ​ອະວະກາດສະຫະລັດ ຫລື NASA ກ່າວວ່າ ຍານ​
ອະວະກາດ​ Soyuz ​ໄດ້ລົງ​ມາສູ່​ພື້ນ​ດິນ​ໃນ​ຕອນ​ແລງ​ວັນ
​ຈັນ​ວານ​ນີ້ຊຶ່ງ​ເປັນ​ຕອນ​ເຊົ້າ​ຂອງ​ວັນອັງຄານ ​ໃນ
Kazakhstan. ຢູ່​ເທິງຍານ ມີ​ນັກ​ບິນ​ອະວະກາດ ຂອງ
ອົງການ NASA ທ່ານ Mike Hopkins ​ແລະນັກ​ເຫາະຈັກ
ກະວານຣັດ​ເຊຍ ທ່ານ Oleg Kotov ​ແລະ Sergey Ryazanskiy.

ໃນການສົ່ງຂ່າວຜ່ານທາງ Tweeter ນັ້ນ ອົງ ການ NASA ກ່າວ​ວ່າ ນັກບິນ​ທັງ​ສາມ
“ປອດ​ໄພ” ​ແລະ​ກຳລັງ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ແຮງດຶງດູດ​ຂອງ​ໂລກ.

​ໃນ​ເດືອນ​ພະຈິກປີກາຍ ນັກ​ເຫາະຈັກກະວານຣັດ​ເຊຍທັງສອງ​ ​ໄດ້​ນຳ​ເອົາ​ທວນ​ໄຟໂອ​ລິ​ມ
ປິກ ອອກ​ໄປຍ່າງ​ຢູ່​ນອກສະຖານີອະ​ວະ​ກາດ ​ເປັນ​ເທຶ່ອທຳ​ອິດ ທີ່​ບໍ່ມີ​ມາ​ກ່ອນ ອັນ​ເປັນ​ພາກສ່ວນນຶ່ງຂອງ​ການຍື່ນທວນໄຟຕໍ່ກັນ ໃນອະວະກາດນັ້ນ. ຫລັງ​ຈາກ​ນັ້ນ​ທວນ​ໄຟໂອ
ລິມປິກ ກໍໄດ້ຖືກສົ່ງ​ກັບ​ຄືນ​ມາສູ່​ໂລກ ​ແລະ​ໄດ້​ນຳໄປ​ໃຊ້​ເພື່ອ​ໄຕ້​ໄຟ ຢູ່​ໃນ​ພິທີ​ເປີດການ
​ແຂ່ງຂັນ ກິລາ​ໂອ​ລິ​ມປິກລະດູ​ໜາວ ມີ່​ເມືອງ Sochi ປະ​ເທດຣັດ​ເຊຍ ​ໃນເດືອນ​ແລ້ວ​ນີ້.

Russia US Space
please wait
Embed

No media source currently available

0:00 0:00:22 0:00
XS
SM
MD
LG