ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຣັດເຊຍ ຮ່ວມມື ເປັນຢ່າງດີ ຕໍ່ການສືບສວນ ຄະດີ ລະເບີດແຕກ (ວີດິໂອ)


ຢູ່ໃນກອງປະຊຸມຖະແຫລງຂ່າວ ທີ່ທໍານຽບຂາວ ທ່ານບາຣັກ ໂອບາມາເວົ້າວ່າ ຣັດເຊຍໃຫ້ການຮ່ວມມື “ເປັນຢ່າງດີ” ໃນເລື້ອງລະເບີດແຕກ ໃນບອສຕັນ.
ຢູ່ໃນກອງປະຊຸມຖະແຫລງຂ່າວ ທີ່ທໍານຽບຂາວ ທ່ານບາຣັກ ໂອບາມາເວົ້າວ່າ ຣັດເຊຍໃຫ້ການຮ່ວມມື “ເປັນຢ່າງດີ” ໃນເລື້ອງລະເບີດແຕກ ໃນບອສຕັນ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາເວົ້າວ່າ ຣັດ
ເຊຍໃຫ້ການຮ່ວມມື “ເປັນຢ່າງດີ” ກັບເຈົ້າໜ້າທີ່ຂອງສະຫະລັດ ນັບຕັ້ງແຕ່ມີເຫດລະເບີດ ແຕກ ໃນການແຂ່ງຂັນແລ່ນທົນມາ
ຣາທອນ ຢູ່ນະຄອນບອສຕັນ ທີ່ມີການ ກ່າວຫາວ່າ ຖືກດໍາເນີນ
ການໂດຍສອງອ້າຍນ້ອງຊົນເຜົ່າ Chechnya.

ຢູ່ໃນກອງປະຊຸມຖະແຫລງຂ່າວ ທີ່ທໍານຽບຂາວ ທ່ານໂອບາມາ
ເວົ້າວ່າ ທ່ານ Vladimir Putin ປະທານາທິບໍດີຣັດເຊຍ ແມ່ນມີ
ຄວາມມຸ້ງໝັ້ນ ທີ່ຈະເຮັດໃຫ້ແນ່ໃຈວ່າ ເຈົ້າໜ້າທີ່ຣັດເຊຍໃຫ້ການ
ຮ່ວມມື ບໍ່ພຽງແຕ່ໃນການສືບສວນເລື້ອງເຫດລະເບີດໃນນະຄອນ
ບອສຕັນ ແຕ່ຍັງລວມທັງບັນຫາຕໍ່ຕ້ານການກໍ່ການຮ້າຍ ອື່ນໆ
ອີກດ້ວຍ.

ປະທານາທິບໍດີສະຫະລັດເວົ້າອີກວ່າ ຄວາມສົງໄສກັນ ລະຫວ່າງອົງການສືບລັບຂອງ
ສະຫະລັດ ແລະຂອງຣັດເຊຍ ທີ່ມີມາແຕ່ສະໄໝສົງຄາມເຢັນນັ້ນ ແມ່ນຍັງມີຢູ່. ແຕ່ທ່ານ
ກໍເວົ້າວ່າ ສາຍສໍາພັນຂອງສອງປະເທດ ແມ່ນກໍາລັງໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ໃນວັນຈັນຜ່ານມາ ທ່ານໂອບາມາ ແລະທ່ານ Putin ໄດ້ລົມກັນທາງໂທລະສັບກ່ຽວກັບ
ບັນຫາດ້ານຄວາມປອດໄພ ຊຶ່ງລວມທັງການແຂ່ງຂັນກິລາໂອລິມປິກລະດູໜາວປີ 2014
ທີ່ຈະຈັດຂຶ້ນຢູ່ໃນເມືອງ Sochi ຂອງຣັດເຊຍ. ເຈົ້າໜ້າທີ່ຣັດເຊຍເວົ້າວ່າ ຜູ້ນໍາທັງສອງ
ດັ່ງກ່າວ ແມ່ນເຫັນດີນໍາກັນ ທີ່ຈະເພີ້ມການພົວພັນ ລະຫວ່າງອົງການສືບລັບຂອງສອງ
ປະເທດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ເຫດລະເບີດແຕກ ທີ່ບອສຕັນ
please wait

No media source currently available

0:00 0:00:50 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG