ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສຫລ ຣັດເຊຍ ແລະ ສປຊ ຈະປຶກສາຫາລືກັນ ກ່ຽວກັບ ຊີເຣຍ


ຮູບພາບຈາກ ກອງທັບອາກາດ ສະຫະລັດ ທີ່ສະແດງໃຫ້ເຫັນ ເຮືອບິນລົບ F-16 Falcon ບິນອອກຈາກ ຖານບິນ Incirlik, ເທີກີ, 12 ສິງຫາ, 2015, ເພື່ອທຳການໂຈມຕີ ຕ້ານກຸ່ມລັດ ອິສລາມ ໃນຊີເຣຍ.
ຮູບພາບຈາກ ກອງທັບອາກາດ ສະຫະລັດ ທີ່ສະແດງໃຫ້ເຫັນ ເຮືອບິນລົບ F-16 Falcon ບິນອອກຈາກ ຖານບິນ Incirlik, ເທີກີ, 12 ສິງຫາ, 2015, ເພື່ອທຳການໂຈມຕີ ຕ້ານກຸ່ມລັດ ອິສລາມ ໃນຊີເຣຍ.

ເຈົ້າ​ໜ້າ​ທີ່ໄດ້ກ່າວ​ໃນວັນພະຫັດ​ມື້​ນີ້​ວ່າ ບັນດານັກ​ການ​ທູດ
ຈາກ​ສະຫະລັດ ຣັດ​ເຊຍ ​ແລະ​ອົງການ​ສະຫະ​ປະຊາ​ຊາດ
ຈະ​ພົບ​ປະກັນ ​ທີ່ນະຄອນເຈ​ນີວາ ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ເພື່ອ​ປຶກສາ​
ຫາລື​ກັນ ຊອກ​ຫາ​ຊ່ອງ​ທາງ ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ຂັ້ນ​ຕອນ
​ສັນຕິພາບ ​ໃນຊິ​ເຣຍ ​ ​ທີ່ປະສົບ​ກັບ​ໄພສົງຄາມນັ້ນ.

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງຣັດ​ເຊຍ ທ່ານ Gennady
Gatilov
​ໄດ້​ບອກ​ກັບ​ອົງການ​ຂ່າວ RIA ຂອງຣັດ​ເຊຍ​ວ່າ
Moscow ຈະ​ໃຊ້​ກອງ​ປະຊຸ​ມດັ່ງກ່າວເພື່ອ​ຮຽກຮ້ອງ ​“​ໃຫ້​ມີ​ການ
ດຳ​ເນີນ​ຄວາມ​ພະຍາຍາມຮ່ວມກັນ​ເພີ້ມ​ຂຶ້ນ” ​ໃນ​ການ​ຕໍ່ຕ້ານ​ພວກ
ກໍ່​ການ​ຮ້າຍ.

ສະຫະລັດ ​ແລະຣັດ​ເຊຍ ​ໄດ້​ປະສົບ​ກັບ​ອຸບປະສັກ ​ໃນ​ການ​ຊອກຫາຈຸດ​ຢືນ​ຮ່ວມ​ກັນ ​ໃນ​ຂະ ນະ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ທຳ​ການ​ໂຈມ​ຕີ​ທາງ​ການ​ທະຫານ​ຢູ່ໃນ​ຊີ​ເຣຍບ່ອນທີ່​ສົງຄາມ​ກາງ​ເມືອງ ​ໄດ້​ສັງຫານ​ຜູ້​ຄົນ​ຫຼາຍ​ກວ່າ 2 ​ແສນ 5 ໝື່ນ​ຄົນ​ແລ້ວ.

ຕຶກ ຫ້າງຮ້ານທີ່ເຫັນ ປະຕູບານໃໝ່ ໃນເມືອງເກົ່າ Homs, ຊີເຣຍ, 8 ທັນວາ, 2015.
ຕຶກ ຫ້າງຮ້ານທີ່ເຫັນ ປະຕູບານໃໝ່ ໃນເມືອງເກົ່າ Homs, ຊີເຣຍ, 8 ທັນວາ, 2015.

ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະຫະລັດສ່ວນ​ໃຫຍ່ ​ແມ່ນ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ກຸ່ມ​ຫົວ​ຮຸນ​ແຮງ ​ລັດ​ອິສລາມ ໃນ​ຂະນະ​ທີ່ການຖິ້ມ​ລະ​ເບີດສ່ວນ​ໃຫຍ່ຂອງ​ຣັດ​ເຊຍແມ່ນ​ແນໃສ່​ພວກ​ ຕໍ່ຕ້າລັດ ຖະບານ​ຊີ​ເຣຍກຸ່ມ​ອື່ນໆ ຮວມທັງ​ບາງ​ກຸ່ມ ທີ່​ໄດ້​ຮັບການ​ໜຸນ​ຫຼັງ​ໂດຍປະ​ເທດ​ຕາ​ເວັນ​ຕົກ.

ກະຊວງ​ການ​ ຕ່າງປະ​ເທດ​ສະຫະລັດ ​ໄດ້​ຢືນຢັນກ່ຽວ​ກັບ​ກອງ​ປະຊຸມ​ໃນວັນ​ສຸກມື້ອື່ນນີ້ ໂດຍ ກ່າວ​ວ່າ ນັກ​ການ​ທູດ​ຂອງວໍ​ຊີງ​ຕັນ ຈະ​ເປັນ​ຜູ້ນຳ​ພາ ​ໂດຍລັດຖະມົນຕີ​ຊ່ອຍ​ວ່າການ​ຕ່າງປະ​ເທດ ທ່ານ​ນາງ Anne Patterson.

ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ທ່ານ John Kirby ກ່າວ​ວ່າ ກອງ​ປະຊຸມ​ດັ່ງກ່າວນີ້ ຈະ​ເພັ່ງ​ເລັງ​ໃສ່ຄວາມ​ພະຍາຍາມ ​ໃຫ້​ມີ​ການໂອນ​ອຳນາດທາງ​ການ​ເມືອງ ​ພ້ອມ​ທັງ “ຂອບ ​ແລະ​ໂຄງ​ຮ່າງການ​ຢຸດ​ຍິງ.”

ທ່ານ Staffan de Mistura ທູດ ​ສັນຕິພາບ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ ຮັບຜິດ ຊອບ​ເລື້ອງ​ຊີ​ເຣຍ ຈ​ະ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມຢູ່​ເຈ​ນີວາດ້ວຍ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ທາງ​ດ້ານການ​ທູດ​ໃນ​ຂອບ​ເຂດ​ທີ່​ ກວ້າງຂວາງ ທີ່ແນ​ໃສ່​ຫາ​ທາງ​ຍຸຕິບັນຫາ​ຂັດ ​ແຍ້​ງ​ໃນ​ຊີ​ເຣຍ.

XS
SM
MD
LG