ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ປະນາມ ການເລືອກຕັ້ງ ຂອງ ຣັດເຊຍ ໃນ Crimea


ຜູ້ຍິງຄົນນຶ່ງຍ່າງຜ່ານ ປ້າຍໂຄສະນາຫາສຽງ ຂອງທ່ານ Vladimir Zhirinovsky ຜູ້ນຳພັກເສລີປະຊາທິປະໄຕຣັດເຊຍ.
ຜູ້ຍິງຄົນນຶ່ງຍ່າງຜ່ານ ປ້າຍໂຄສະນາຫາສຽງ ຂອງທ່ານ Vladimir Zhirinovsky ຜູ້ນຳພັກເສລີປະຊາທິປະໄຕຣັດເຊຍ.

ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ບໍ່​ຮັບ​ຮູ້​ຜົນ​ການ​ເລືອກ​ຕັ້ງ​ສະພາຣັດ​ເຊຍ ທີ່​ກຳນົດ​ຈະຈັດ​ຂຶ້ນ​ໃນ​ເຂດ Crimea ທີ່ຣັດ​ເຊຍ​ຍຶດຄອງ ​ໃນວັນ​ອາທິດ​ມື້​ອື່ນນີ້.

​ໂຄສົກ​ກະຊວງຕ່າງປະ​ເທດສະຫະລັດ ທ່ານ John Kirby ກ່າວ​ຢູ່​ໃນ​ຖະ​ແຫຼງ ການ​ວ່າ “ທ່າ​ທີ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ເຂດ Crimea ແມ່ນເປັນ​ທີ່​ຈະແຈ້ງ​ ​ກໍ​ຄື ແຫຼມດັ່ງກ່າວ​ຍັງ​ຄົງ​ເປັນ​ພາກ​ສ່ວນນຶ່ງຂອງ Ukraine. ການລົງ​ໂທດທີ່​ພົວພັນ​ ກັບ​ເຂດ Crimea ຕໍ່ຣັດ​ເຊຍ ນັ້ນ ​ຍັງ​ຈະ​ມີ​ຜົນ​ບັງຄັບ​ຕໍ່ໄປຈົນ​ກວ່າຣັດ​ເຊຍໂອນ​ການ​ຄວບ​ຄຸມ​ເຂດ​ Crimea ຄືນ​ໃຫ້​ແກ່ Ukraine.

ທ່ານ Kirby ​ໄດ້​ກ່າວ​ເພີ້​ມອີກ​ວ່າ “ພວກ​ເຮົາ​ຍັງ​ສືບ​ຕໍ່​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊີ່ງ ກ່ຽວ​ກັບ​ສະຖານະການ​ດ້ານ​ມະນຸດສະທຳ ຢູ່​ໃນ​ເຂດ Crimea ຮວມ​ທັງສະ​ຖານະພາບ ​ຂອງ​ປະຊາ​ຄົມຊົນກຸ່ມ​ນ້ອຍເຜົ່າ Tatar ​ແລະ​ລາຍ​ງານກ່ຽວ ກັບການ​ຫາຍສາບ​ສູນ​ຜູ້​ຄົນຈຳ ນວນ​ນຶ່ງ ​ແລະ​ການ​ລະ​ເມີດສິດທິ​ມະນຸດ.

ລັດຖະມົນຕີ​ຕ່າງປະ​ເທດ Ukraine ທ່ານ Pavlo Klimkin ກ່າວ​ວ່າ ການ​ເລືອກ​ຕັ້ງ “​ແມ່ນ​ມີ​ຂຶ້ນ​ແບບ​ຜິດ​ກົດໝາຍ​ໂດຍສິ້ນ​ເຊີງ” ​ແລະ​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບຈຳນວນ​ທະ ຫານຣັດ​ເຊຍ ທີ່ “ມີ​ຫລາຍ​ຜິດ​ປົກກະຕິ” ​ຢູ່​ໃນ​ເຂດ Crimea.

ຣັດ​ເຊຍ​ໄດ້​ປະກາດ​ຮວມ​ເອົາເຂດ Crimea ​ເຂົ້າເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ​ຕົນ​ໃນ​ເດືອນ​ມີ​ນາ ປີ 2014 ຫລໍັງຈາກການ​ລົງ​ປະຊາ​ມະ​ຕິ​ທ້ອງ​ຖິ່ນ ທີ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ​ເກືອບເປັນ​ເອກ​ກະສັນ​ຮ້ອງ​ວ່າ ​ຜິດ​ກົດໝາຍ.

ປະ​ທານ​າທິບໍດີຣັດ​ເຊຍ ທ່ານ Vadimir Putin ​ໄດ້​ສາລະພາບ​ວ່າ ທະຫານ​ຂອງ​ທ່ານ​ໄດ້​ເຄື່ອນ​ກຳລັງເຂົ້າຄວບ​ຄຸມ​ຈຸດ​ຍຸດ​ທະ​ສາດ​ແຄມທະ​ເລ​ດຳດັ່ງກ່າວ ກ່ອນ​ການ​ລົງ​ປະຊາ​ມະຕິ​ມີ​ຂຶ້ນ ​ແຕ່​ໄດ້​ປະຕິ​ເສດ​ຊໍ້າ​ແລ້​ວຊໍ້າ​ອີກ​ຕໍ່​ການ​ໜູນ​ຫຼັງ ພວກກະບົດ​ທີ່​ສະໜັບສະໜູນ​ມົສກູ ຢູ່ໃນພາ​ກຕາ​ເວັນ​ອອກ​ຂອງ Ukraine ທີ່​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດເກືອບ 10,000 ຄົນ​ແລ້ວ ​ນັບ​ແຕ່​ໄດ້​ເລີ້ມ​ໃນເດືອນ​ເມສາ ປີ 2014.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG