ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດ ສະຫະລັດ ກ່າວຫາ ຣັດເຊຍວ່າ ເຮັດໂລດໂຜນ ໃນການ ຮຽກປະຊຸມສຸກເສີນ ທີ່ອົງການ UN


ທ່ານນາງ Samantha Power, ທູດ ສະຫະລັດ ປະຈຳ
ອົງການ UN ກ່າວວ່າ ການເອີ້ນ ປະຊຸມສຸກເສີນ ເພື່ອທົບ
ທວນເບິ່ງ ການຖິ້ມລະເບີດຂອງ ສະຫະລັດ ໃນ ຊີເຣຍ ວ່າເປັນເລື່ອງ "ໂລດໂຜນ" ເຮັດຂຶ້ນມາເພື່ອຫັນເຫຄວາມສົນໃຈອອກຈາກຄວາມໂຫດຮ້າຍຂອງລັດຖະບານ ຊີເຣຍ.
ທ່ານນາງ Samantha Power, ທູດ ສະຫະລັດ ປະຈຳ ອົງການ UN ກ່າວວ່າ ການເອີ້ນ ປະຊຸມສຸກເສີນ ເພື່ອທົບ ທວນເບິ່ງ ການຖິ້ມລະເບີດຂອງ ສະຫະລັດ ໃນ ຊີເຣຍ ວ່າເປັນເລື່ອງ "ໂລດໂຜນ" ເຮັດຂຶ້ນມາເພື່ອຫັນເຫຄວາມສົນໃຈອອກຈາກຄວາມໂຫດຮ້າຍຂອງລັດຖະບານ ຊີເຣຍ.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ອົງການ ສະຫະປະຊາຊາດ ເກີດຄວາມໂມໂຫ ໃຫ້ແກ່ ຣັດເຊຍ ທີ່ຮຽກກອງປະຊຸມສຸກເສີນສະພາຄວາມໝັ້ນຄົງໃນຕອນເດິກວັນເສົາ ວານນີ້ ເພື່ອທົບທວນເບິ່ງເລື້ອງການ ຖິ້ມລະເບີດຂອງ ສະຫະລັດ ທີ່ເຫັນວ່າເປັນການ ຜິດພາດຢ່າງແຈ້ງຊັດຊຶ່ງປາກົດວ່າ ໄດ້ເຮັດໃຫ້ ທະຫານຊີເຣຍເສຍຊີວິດຈຳນວນຫຼວງ ຫຼາຍນັ້ນ.

ທ່ານນາງ Samantha Power ທູດ ສະຫະລັດ ຄົນດັ່ງກ່າວ ເວົ້າວ່າບົດບາດຂອງ ຣັດ ເຊຍ ແມ່ນເປັນເລື້ອງ “ໂລດໂຜນ” ເຮັດຂຶ້ນມາ ເພື່ອຫັນເຫ ຄວາມສົນໃຈຈາກ “ຄວາມ ໂຫດຮ້າຍທີ່ເປັນລະບົບໃນລຸ້ນຄົນໃຫ້ອອກໄປ.”

ທ່ານນາງກ່າວວ່າ ສະຫະລັດ ພວມຊອກຫາຄວາມເທັດຈິງຂອງການຖິ້ມລະເບີດນີ້ຢູ່ ແລ້ວ ເວົ້າຕໍ່ໄປເຖິງຄວາມໂຫດຮ້າຍທີ່ມີຊໍ້າແລ້ວຊໍ້າອີກຂອງລັດຖະບານ ຊີເຣຍ ອັນມີລວມທັງ ການຖິ້ມລະເບີດໃສ່ໂຮງໝໍ ແລະໂຮງຮຽນແຫ່ງຕ່າງໆນຳ. ທ່ານນາງ Power ເວົ້າວ່າສຳ ລັບເຫດການທັງໝົດເຫຼົ່ານັ້ນ ມົສກູ ບໍ່ເຄີຍຮຽກກອງປະຊຸມສະພາຄວາມໝັ້ນຄົງອົງການ ສປຊ ຈັກເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG