ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ ammonia ຮົ່ວໄຫລ ຢູ່ເທິງ ສະຖານີ ອະວະກາດ ນາໆຊາດ


ສະຖານີອະວະກາດນາໆຊາດ
ສະຖານີອະວະກາດນາໆຊາດ
ອົງການ​ອ​ະວະ​ກາດ ສະຫະລັດຫຼື NASA ກ່າວ​ວ່າ ​ໄດ້​ມີ​ການພົບ​
ເຫັນສານ ammonia ຮົ່ວ​ໄຫລ​ອອກ​ມາຢູ່​ເທິງສະຖານີ​ອະວະ
ກາດ​ນາໆ​ຊາດ ​ແຕ່ບັນດາ​ນັກ​ບິນອະວະກາດ ທີ່​ຢູ່​ໃນ​ນັ້ນ ​ບໍ່​ໄດ້​
ຮັບ​ອັນ​ຕະລາຍ​ແຕ່​ຢ່າງ​ໃດ.

ພວກ​ນັກ​ບິນ​ອະ​ວະ​ກາດ​ທີ່​ຢູ່ເທິງສະຖານີ​ອະວະກາດນາໆ​ຊາດ ​
ໄດ້​ລາຍ​ງານໃຫ້​ຊາບ​ ກ່ຽວ​ກັບການ​ຮົ່ວ​ໄຫລດັ່ງກ່າວ​ ໃນ​ວັນ​ພະ
ຫັດ​ວານ​ນີ້ ​ໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຫັນແຜນສີຂາວນ້ອຍໆ ​ປິວ
ລອຍ ອອກ​ຈາກ​ສະຖານີດັ່ງກ່າວ. ​ອົງການ NASA ກ່າວ​ວ່າ
ພວກ​ນັກບິນ​ອະວະກາດ ​ໄດ້ໃຊ້​ກ້ອງຖ່າຍຮູ​ບມື​ຖື​ແລະ​ກ້ອງ​ຖ່າຍ
​ໂທລະພາບ​ຢູ່ຂ້າງ​ນອກ ​ຊອກ​ຫາ​ແຫຼ່ງທີ່​ມາ​ ຂອງແຜ່ນ​ດັ່ງກ່າວ.

ອົງການ NASA ກ່າວ​ວ່າ ປະລິມານ​ການ​ຮົ່ວ​ໄຫລຂອງ ammonia ​ໄດ້​ເພີ້​ມ ຂື້ນ​ນັບ​ຕັ້ງ​ແຕ່​
ໄດ້​ມີ​ການລາຍ​ງານ​ເທື່ອ​ທໍາ​ອິດ ​ແຕ່​ກໍ​ກ່າວເພີ້​ມອີກ​ວ່າ ສະຖານີ​ອະວະກາດຍັງ​ຢູ່​ໃນ​ສະພາບ ​ປົກ​ກະຕິ.

ສານ Ammonia ​ໃຊ້ຊ່ວຍເຮັດ​ໃຫ້ລະບົບ​ພະລັງງານ​ໄຟຟ້າ​ຂອງ​ສະຖານີ​ອະວະ​ກາດເຢັນ ລົງ.

ອົງການ NASA ກ່າວ​ອີກວ່າ ຕົນ​ກໍາລັງ​ປະຕິບັດ​ງານເພື່ອປ່ຽນ​ຊ່ອງ​ທາງ​ພະລັງໄຟຟ້າສຳລັບ
​ຮັກສາ​ການ​ປະຕິບັດງານ​ໃຫ້​ເຕັມ​ສ່ວນ​ແກ່ ລະບົບ​ຕ່າງໆ​ທັງ​ໝົດ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ຢູ່​ໃນ​
ຄວາມ​ຄວບ​ຄຸ​ມ ໂດຍລະບົບ ຮັບແສງຕາ​ເວັນທີ່​ຮົ່ວ​ໄຫຼນັ້ນ. ອົງການ NASA ກ່າວ​ວ່າ ການ​
ຮົ່ວ​ໄຫຼ​ດັ່ງກ່າວ ອາດ​ຈະ​ປິດ​ລົງ.

ຜ່ານ​ມາ ທາງສະຖານີອະວະກາດ​ນາໆ​ຊາດ ​ກໍ​ເຄີຍ​ມີ​ການ​ຮົ່ວ​ໄຫລ​ມາ​ແລ້ວ​ໃນ​ປີ​ກາຍ​ນີ້ ​ແຕ່​ວ່າ
ຍັງ​ບໍ່​ເປັນ​ທີ່​ແຈ່​ມ​ແຈ້ງວ່າການ​ຮົ່ວ​ໄຫລ​ນັ້ນເກີດ​ມາ​ຈາກ​ແຫ​ລ່ງດຽວ ​ກັນ​ຫລື​ບໍ່.
XS
SM
MD
LG