ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມົສກູ ເຕືອນ ສຫລ ບໍ່ໃຫ້ ເປີດເຜີຍ ຊື່ເຈົ້າໜ້າທີ່ ຣັດເຊຍ


ທິວທັດຂອງວັງເຄຣັມລິນແລະ ກະຊວງຕ່າງປະເທດຕ່າງປະເທດຣັດເຊຍ
ທິວທັດຂອງວັງເຄຣັມລິນແລະ ກະຊວງຕ່າງປະເທດຕ່າງປະເທດຣັດເຊຍ
ຣັດເຊຍໄດ້ເຕືອນສະຫະລັດບໍ່ໃຫ້ພິມເຜີຍແຜ່ລາຍຊື່ຂອງພວກ
ເຈົ້າໜ້າທີ່ຣັດເຊຍ ທີ່ປະເຊີນກັບການຖືກລົງໂທດ ຍ້ອນມີການ
ກ່າວຫາວ່າ ລະເມີດສິດທິມະນຸດ.

ໂຄສົກຂອງປະທານາທິບໍດີ Vladimir Putin ກ່າວໃນວັນສຸກມື້
ນີ້ວ່າ ການພິມເຜີຍແຜ່ລາຍຊື່ດັ່ງກ່າວນີ້ ອາດສ້າງຄວາມເຄັ່ງຕຶງ
ຢ່າງຮ້າຍແຮງ ຕໍ່ຄວາມສຳພັນລະຫວ່າງປະເທດທັງສອງ.

ບັນຊີລາຍຊື່ ຊຶ່ງຄາດວ່າຈະມີການນຳອອກເຜີຍແຜ່ໃນວັນສຸກມື້
ນີ້ ແມ່ນໄດ້ຮັບການອະນຸມັດ ໂດຍກົດໝາຍ Magnitsky. ທ່ານ
Sergei Magnitsky ແມ່ນທະນາຍຄວາມຣັດເຊຍ ທີ່ຖືກຈັບໃນ
ປີ 2008 ຍ້ອນຂໍ້ຫາຫຼີກລ່ຽງບໍ່ເສຍພາສີຫຼັງຈາກທ່ານໄດ້ເປີດເຜີຍແຜນການສໍ້ໂກງເງິນຂອງ
ລັດຖະບານ.

ທ່ານໄດ້ເສຍຊີວິດຢູ່ໃນຄຸກໃນປີຕໍ່ມາຫຼັງຈາກໄດ້ຖືກທຸບຕີຊໍ້າແລ້ວຊໍ້າອີກແລະຖືກປະຕິເສດ ບໍ່ໃຫ້ ໄດ້ຮັບການປິ່ນປົວພະຍາບານທີ່ຈຳເປັນ.

ບັນຊີລາຍຊື່ດັ່ງກ່າວນີ້ ແມ່ນຮວມທັງບໍ່ພຽງແຕ່ພວກເຈົ້າໜ້າທີ່ໆມີສ່ວນພົວພັນກັບຄະດີທ່ານ Magnitsky ທໍ່ນັ້ນ ແຕ່ຍັງກວມເຖິງພວກເຈົ້າໜ້າທີ່ໆມີສ່ວນພົວພັນໃນການປາບປາມສິດທິ ທາງດ້ານການເມືອງ ຂອງວັງເຄຣັມລິນນຳດ້ວຍ.
XS
SM
MD
LG