ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຖອນຕົວຈາກ ກຸ່ມທໍາງານ ເລື່ອງສິດທິ ຮ່ວມກັບ ຣັດເຊຍ


ທ່ານ Vladimir Putin ປະທານາທິບໍດີຣັດເຊຍ ທີ່ມີສະພາບເຄັ່ງຕຶງທາງດ້ານສິດທິມະນຸດ ແລະສິດເສລີພາບນັ້ນ
ທ່ານ Vladimir Putin ປະທານາທິບໍດີຣັດເຊຍ ທີ່ມີສະພາບເຄັ່ງຕຶງທາງດ້ານສິດທິມະນຸດ ແລະສິດເສລີພາບນັ້ນ
ສະຫະລັດໄດ້ຖອນຕົວອອກຈາກກຸ່ມທໍາງານກ່ຽວກັບເລື່ອງສິດ
ທິຮ່ວມກັບຣັດເຊຍ ທີ່ໃຫ້ການສະໜັບສະໜຸນ ບັນດາອົງການ
ສັງຄົມພົນລະເຮືອນ ຖ້າມກາງຄວາມເຄັ່ງຕຶງທາງດ້ານສິດທິ
ມະນຸດ ແລະສິດເສລີພາບ ໃນປະເທດດັ່ງດ່າວ.

ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດທ່ານນາງ
Victoria Nulan ກ່າວໃນ ວັນສຸກວານນີ້ວ່າ ການຕັດສິນໃຈ
ດັ່ງກ່າວ ແມ່ນເກີດຂຶ້ນຍ້ອນວ່າມີການຈໍາກັດສິດທິພົນລະ ເຮືອນຂອງລັດຖະບານຣັດເຊຍເມື່ອໝໍ່ໆມານີ້. ທ່ານນາງເວົ້າວ່າ
ກຸ່ມທຳງານຮ່ວມ ດັ່ງກ່າວແມ່ນບໍ່ມີປະສິດທິຜົນອີກຕໍ່ໄປແລ້ວ.

ທ່ານນາງ Nulan ເວົ້າວ່າ ລັດຖະບານກຸງວໍຊິງຕັນ ຈະສືບຕໍ່
ເຮັດວຽກຮ່ວມກັບຣັດເຊຍ ກ່ຽວກັບບັນຫາຕ່າງໆ ລວມທັງເລື້ອງ
ສິດທິມະນຸດ ແຕ່ກໍຈະເວົ້າອອກມາໂດຍກົງໂລດ ຖ້າຫາກເຫັນວ່າມີອັນໃດທີ່ຕົນບໍ່ເຫັນ ພ້ອມນໍາ.

ໃນຊຸມເດືອນໝໍ່ໆມານີ້ ລັດຖະບານກຸງມົສກູ ໄດ້ແນເປົ້າໝາຍໃສ່ຫລາຍໆອົງການ ແລະ ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຂອງຣັດເຊຍ ທີ່ໄດ້ຮັບຜົນປະໂຫຍດຈາກການຊ່ວຍ ເຫລືອຂອງອາເມຣິກາ. ໃນເດືອນຕຸລາຜ່ານມາ ຣັດເຊຍ ໄດ້ຂັບໄລ່ອົງການໃຫ້ຄວາມ ຊ່ວຍເຫຼືອເພື່ອການພັດທະນາສາກົນຂອງສະຫະ ລັດຫລື USAID ອອກຈາກປະເທດ ໂດຍໄດ້ກ່າວຫາ ອົງການດັ່ງກ່າວວ່າ ເຂົ້າໄປແຊກແຊງໃນກິດຈະການທາງການເມືອງ ຂອງຣັດເຊຍ ຊຶ່ງເປັນການກ່າວຫາ ທີ່ກຸງວໍຊິງຕັນໄດ້ປະຕິເສດຢ່າງແຂງຂັນນັ້ນ.
XS
SM
MD
LG