ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ຣັດເຊຍ ເລີ້ມການເຈລະຈາ ໜ້າຕໍ່ໜ້າ ລະດັບສູງ ກ່ຽວກັບສົງຄາມ ໃນ ຊີເຣຍ


ລັດຖະມົນນຕີການຕ່າງປະເທດສະຫະລັດ ທ່ານ John Kerry ເດີນທາງໄປເຖິງນະຄອນເຈນີວາ ປະເທດສະວິດເຊີແລນ. (9 ກັນຍາ 2016)
ລັດຖະມົນນຕີການຕ່າງປະເທດສະຫະລັດ ທ່ານ John Kerry ເດີນທາງໄປເຖິງນະຄອນເຈນີວາ ປະເທດສະວິດເຊີແລນ. (9 ກັນຍາ 2016)

ໃນ​ຂະນະ​ທີ່ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກຳລັງ​ມຸ່ງ​ໜ້າ​ໄປເຈລະຈາ​ອີກ​ຮອບ​ນຶ່ງ ​ກັບຄູ່​ຕຳ​ແໜ່​ງຝ່າຍຣັດ​ເຊຍ ທ່ານ Sergei Lavrov ​ພວກ​ນັກ​ການ​ທູດທີ່​ຕິດຕາມ​ທ່ານ Kerry ພະຍາຍາມ​ບໍ່ຢາກ​ໃຫ້​ມີ​ການ​ຄາດ​ຫວັງກ່ຽວ​ກັບ​ການ​ຕົກ ລົງ​ກັນ​ໃນ​ເລື້ອງການ​ຢຸດ​ຍິງ​ຢູ່​ໃນຊີ​ເຣຍ.

​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ສາມາດ​ຄ້ຳປະກັນທີ່​ວ່າ ພວກ​ເຮົາ​ຈະ​ມີ​ການ​ຕົກລົງ​ກັນໃນ​ທີ່​ສຸດໄດ້.”

​ແຕ່​ທ່ານ Kerry ​ທີ່​ໄດ້​ໂອ້​ລົມ​ທາງ​ໂທລະສັບ ​ກັບລັດຖະມົນຕີ​ ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ຢ່າງ​ໜ້ອຍ​ສີ່​ເທື່ອ​ໃນ​ວັນ​ພຸດ​ແລະ​ວັນ​ພະຫັດວານ​ນີ້ແມ່ນ​ມີ​ຄວາມ​ເຫັນ​ໄປ​ໃ​ນ​ແງ່​ດີ ພໍ​ທີ່​ຈະ​ບິນ​ກັບ​ຄືນ​ໄປ​ປະ​ເທດ​ສະ​ວິດ​ເຊີ​ແລນ​ອີ​ກ ຕໍ່​ອັນ​ທີ່ຄາດ​ກັນ​ວ່າຈະ​ເປັນ​ການ​ເຈລະຈາ​ຫລາຍ​ກວ່າ​ນຶ່ງ​ມື້.

Syria US Russia
please wait
Embed

No media source currently available

0:00 0:01:03 0:00

ບັນຫາ​ທີ່​ຄ້າງ​ຄາ​ມາ​ໄດ້​ຫລາຍ​ມື້​ແລ້ວ ​ແມ່ນ​ໄດ້​ບັນ​ລະ​ຍາຍ​ໂດຍ​ເຈົ້າໜ້າ​ທີ່​ສະຫະລັດ​ວ່າ ​ເປັນ​ເລື້ອງ​ເທັກ​ນິກ ຊຶ່ງ​ນຶ່ງ​ໃນ​ນັ້ນ ຕາມ​ທີ່​ໄດ້​ມີ​ການ​ເປີດ​ເຜີຍກໍ​ແມ່ນ​ພົວພັນ​ກັບ​ການ​ຄ້ຳ ປະກັນວ່າ ຈະ​ບໍ່​ມີ​ການ​ປິດ​ລ້ອມ ​ເມືອງ Aleppo ອີງ​ຕາມ​ເຈົ້າໜ້າທີ່ ​ຄົນທີ​ສອງ​ ຂອງກະ ຊວງ​ຕ່າງປະ​ເທດ​ສະຫະລັດ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ເທິງ​ເຮືອບິນ​ຂອງ​ທ່ານ Kerry.

“ມັນ​ບໍ່​ພຽງ​ແຕ່ ​ຢຸດ​ຍິງ​ກັນ​ເທົ່າ​ນັ້ນ” ທ່ານ​ກ່າວ​ ໂດຍໃຫ້ການ​ອະທິບາຍ​ວ່າ ​ເປົ້າໝາຍ​ທີ່​ ໃຫຍ່​ກວ່າ​ນັ້ນກໍ​ຄື ແຜ້ວ​ທາງ​ໄປ​ສູ່ຂັ້ນຕອນ ​ການ​ໂອນ​ອຳນາດ​ ໃຫ້​ແກ່​ຄະນະນຳ​ພາ​ຊຸດ ໃໝ່​ຢູ່​ໃນ​ຊີ​ເຣຍຫລັງ​ຈາກ​ຢຸດ​ຍິງ​ແລ້ວ.

ມີ​ຄວາມ​ຫວັງ​ໄປ​ໃນ​ແງ່ດີ​ທີ່​ວ່າການ​ຢຸດ​ຍິງ​ແບບ​ຍືນ​ຍົງ​ໃນ​ທົ່ວ​ປະ​ເທດ​ແມ່ນ​ເປົ້າໝາຍ​ໃນ ​ທັນທີ​ທັນ​ໃດ ດັ່ງ​ທີ່​ໄດ້​ກ່າວ​ເນັ້ນໜັກຊ້ຳ​ແລ້ວ​ຊ້ຳ​ອີກ ​ໂດຍ​ເຈົ້າໜ້າ​ທີ່​ກະຊວງ​ກາ​ນຕ່າງປະ​ເທດສາມາດ​ຢູ່​ລອດ​ໄດ້​ພຽງ​ຊົ່ວ​ເວລາ​ໃດ​ນຶ່ງ​ເທົ່າ​ນັ້ນ.

ຊີ​ເຣຍ​ໄດ້​ແຕກ​ອອກ​ເປັນ​ກ້ອນ​ເປັນ​ກຸ່ມ​ຫລັງ​ຈາກ​ສົງຄາມ​ກາງ​ເມືອງຫ້າ​ປີ. ມີ​ກອງກຳ​ລັງ ຂອງ​ຫລາຍໆ​ຈຸ ​ທີ່​ຍັງ​ເປັນ​ຄຳ​ຖາມ​ຢູ່​ກ່ຽວ​ກັບ​ຄວາມ​ຈົງ​ຮັກ​ພັກດີ​ແລະ​ລະບຽບ​ວິ​ໄນຕໍ່​ກັນ ນອກ​ເໜືອ​ໄປ​ຈາກ​ອັນ​ທີ່​ເອີ້ນວ່າ​ກຸ່ມ​ລັດ​ອິສລາມ ທີ່​ບໍ່​ເຊື່ອ​ຟັງ​ໃຜ​ນັ້ນ.

ຣັດເຊຍຕ້ອງການຢາກໃຫ້ປະທານາທິບໍດີ Bashar al-Assad ກຳອຳນາດຕໍ່ໄປຂະນະ ທີ່ພວກຕໍ່ຕ້ານນິຍົມແນວທາງປານກາງ ແລະເທີກີຢືນຢັດວ່າ ຈະບໍ່ມີການຕົກລົງໂອນອຳ ນາດທີ່ຈະໃຫ້ທ່ານ Assad ຢູ່ໃນຕຳແໜ່ງຕໍ່ໄປຕື່ມອີກບໍ່ວ່າໄວຫຼືຊ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG