ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ຈະບໍ່ຕໍ່ອາຍຸ ຂໍ້ຕົກລົງ ຄຸ້ມຄອງອາວຸດ ກັບ ສະຫະລັດ


ທະຫານພວມກະກຽມ ທີ່ຈະທຳລາຍ ລູກສອນໄຟຂີປະນາວຸດ SS-19 ທີ່ຖານທັບເກັບລູກຈະຫຼວດ ທີ່ໃຫຍ່ທີ່ສຸດຂອງກອງທັບ ອະດີດສະຫະພາບໂຊວຽດ ທີ່ເມືອງ Vakulenchuk ໃນຢູເຄຣນ.
ທະຫານພວມກະກຽມ ທີ່ຈະທຳລາຍ ລູກສອນໄຟຂີປະນາວຸດ SS-19 ທີ່ຖານທັບເກັບລູກຈະຫຼວດ ທີ່ໃຫຍ່ທີ່ສຸດຂອງກອງທັບ ອະດີດສະຫະພາບໂຊວຽດ ທີ່ເມືອງ Vakulenchuk ໃນຢູເຄຣນ.
ຣັດເຊຍກ່າວວ່າ ຕົນຈະບໍ່ຕໍ່ອາຍຸຂໍ້ຕົກລົງທີ່ມີມາເປັນເວລາສອງ
ທົດສະວັດກັບສະຫະລັດທີ່ແນໃສ່ເພື່ອຄຸ້ມຄອງອາວຸດນິວເຄລຍ
ແລະອາວຸດເຄມີ ໃນອະດີດສະຫະພາບໂຊວຽດນັ້ນ.

ກະຊວງການຕ່າງປະເທດຣັດເຊຍ ກ່າວວ່າ ຕົນຈະບໍ່ຮັບເອົາຂໍ້
ສະເໜີຂອງສະຫະລັດ ທີ່ຈະຕໍ່ອາຍຸ ຂໍ້ຕົກລົງດັ່ງກ່າວໂດຍປາດ
ສະຈາກການດັດແປງແກ້ໄຂທີ່ສຳຄັນ.

ຖະແຫຼງຂ່າວ ຂອງກະຊວງການຕ່າງປະເທດຣັດເຊຍເວົ້າວ່າ ເຈົ້າໜ້າທີ່ສະຫະລັດຮູ້ດີວ່າ ຂໍ້ສະເໜີຂອງພວກເຂົາເຈົ້າບໍ່ໄດ້ບັນລຸລະດັບທີ່ຄວາມຄິດຂອງຣັດເຊຍຢາກຈະໃຫ້ມີການ ຮ່ວມມືກັນຫຼາຍຂຶ້ນໃນໂຄງການນີ້. ຖະແຫຼງຂ່າວເວົ້າຕື່ມວ່າ ຣັດເຊຍຕ້ອງການຢາກໃຫ້ມີ ຂໍ້ຕົກລົງທີ່ຕ່າງໄປແລະມີໂຄງຮ່າງທາງກົດໝາຍທີ່ທັນສະໄໝຫຼາຍຂຶ້ນ.

ລຸນຫຼັງການພັງທະລາຍລົງ ຂອງສະຫະພາບໂຊວຽດ ໃນປີ 1991 ສະມາຊິກສະພາສູງສະ ຫະລັດ ທ່ານ Sam Nunn ແລະ Richard Lugar ໄດ້ສະເໜີຮ່າງກົດໝາຍສະບັບນຶ່ງທີ່ ລິເລີ້ມໂຄງການນີ້.
ໂຄສົກຄົນນຶ່ງຂອງທຳນຽບຂາວກ່າວວ່າປະທານາທິບໍດີບາຣັກ ໂອບາມາເຊື່ອວ່າໂຄງການ ນີ້ ຍັງເປັນໂຄງການທີ່ມີຄຸນຄ່າແລະໃຫ້ເປັນຜົນປະໂຫຍດຕໍ່ໂຄງການຮັກສາຄວາມໝັ້ນຄົງ ແຫ່ງຊາດ ຂອງສະຫະລັດ. ໂຄສົກທຳນຽບຂາວ ກ່າວຕື່ມວ່າ ສະຫະລັດເຕັມໃຈ ທີ່ຈະດຳ ເນີນງານຮ່ວມກັບຣັດເຊຍ ເພື່ອປັບປຸງໂຄງການນີ້ໃຫ້ທັນກັບສະພາບການຫຼາຍຂຶ້ນ.

ໂຄງການທີ່ສະຫະລັດໃຫ້ການສະໜັບສະໜຸນທາງດ້ານການເງິນດັ່ງກ່າວມີກຳນົດຈະໝົດ ອາຍຸລົງໃນປີໜ້ານີ້. ມັນເປັນໂຄງການ ທີ່ໄດ້ກຳຈັດຄັງລູກສອນໄຟນິວເຄລຍ ແລະອາວຸດ ເຄມີ ຄໍ້າປະກັນໃນການຈັດສົ່ງອາວຸດນິວເຄລຍອອກໄປຈາກອະດີດສາທາລະນະລັດຂອງ ສະຫະພາບໂຊວຽດ ປະກອບມີຢູເຄຣນ ກາຊັກສະຖານແລະບີລາຣຸສ ແລະປ້ອງກັນບໍ່ໃຫ້ ອາວຸດເຫຼົ່ານີ້ຕົກຢູ່ໃນກຳມືຂອງພວກຄົນບໍ່ດີ.

ນອກນັ້ນໂຄງການນີ້ຍັງນຳໄປສູ່ທຳລາຍຫົວລະເບີດນິວເຄລຍຫຼາຍກວາ 7,600 ຫົວ.

ພວກນາຍທະຫານອະວຸໂສຂອງຣັດເຊຍ ໄດ້ພາກັນຈົ່ມມາ ເປັນເວລາດົນນານແລ້ວວ່າ ໂຄງການນີ້ໃຫ້ຂໍ້ມູນຫຼາຍເກີນໄປແກ່ສະຫະລັດ ກ່ຽວກັບເທັກໂນໂລຈີທາງທະຫານຂອງ ຣັດເຊຍ ແລະສະຖານທີ່ຕັ້ງອາວຸດຕ່າງໆ.
XS
SM
MD
LG